ລັດຖະມົນຕີຕ່າງປະເທດອີຣ່ານກ່າວວ່າ ທ່ານຄາດວ່າການໂອ້ລົມສົນທະນາກັນຮອບໃໝ່ກັບພວກປະເທດມະຫາອໍານາດຂອງໂລກກ່ຽວກັບໂຄງການນີວເຄລຍຂອງອີຣ່ານ ຈະເລີ້ມຂຶ້ນໃນວັນທີ 13 ເມສາຕໍ່ໜ້ານີ້ ແຕ່ວ່າຍັງບໍ່ທັນໄດ້ກໍານົດສະຖານທີ່ພົບປະກັນເທື່ອ.
ທ່ານ Ali Akbar Salehi ກ່າວຕໍ່ສື່ມວນຊົນຂອງລັດ ໃນວັນພຸດມື້ນີ້ວ່າ ຈະມີການກໍານົດສະຖານທີ່ໃນອີກບໍ່ເທົ່າມື້ຂ້າງໜ້ານີ້ສໍາລັບການພົບປະກັບ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ປະກອບດ້ວຍສະຫະລັດ ຈີນ ຣັດເຊຍ ອັງກິດແລະຝຣັ່ງ ບວກກັບເຢຍຣະມັນ.
ການໃຫ້ຄວາມເຫັນດັ່ງກ່າວຂອງລັດຖະມົນຕີຕ່າງປະເທດອີຣ່ານມີຂຶ້ນໃນຂະນະທ່ານໃຫ້ການ
ຕ້ອນຮັບນາຍົກລັດຖະມົນຕີເຕີກີທ່ານ Recep Tayyip Erdogan ທີ່ເດີນທາງໄປຍັງກຸງ
ເຕຫະຣ່ານເພື່ອທໍາການພົບປະກັບປະທານາທິບໍດີ Mahmoud Ahmadinejad ແຫ່ງ
ອີຣ່ານແລະບັນດາເຈົ້າໜ້າທີ່ອື່ນໆ ເພື່ອໂອ້ລົມສົນທະນາກັນເລື້ອງນີວເຄລຍຂອງອີຣ່ານ
ນັ້ນ.
ໂຄສົກຂອງທ່ານນາງ Catherine Ashton ຫົວໜ້າວາງນະໂຍບາຍຂອງສະຫະພາບຢູ
ໂຣບກ່າວວ່າ ຍັງບໍ່ທັນມີຂໍ້ຕົກລົງກັນເລື້ອງເວລາຫຼື ສະຖານທີ່ສໍາລັບການເຈລະຈາກັນ
ຮອບໃໝ່ເທື່ອ.
ອີຣ່ານຢາກທໍາການພົບປະກັບ 6 ປະເທດມະຫາອໍານາດໃນເດືອນໜ້າທີ່ກຸງອິສຕັງບູລ
ນະຄອນຫຼວງຂອງເຕີກີ ບ່ອນທີ່ການພົບປະເຈລະຈາກັນຮອບກ່ອນພັງທະລາຍລົງໃນ
ເດືອນມັງກອນປີ 2011 ນັ້ນ.