ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິຣ່ານເຊື່ອວ່າ ການເຈລະຈາ ເລື້ອງນີວເຄລຍຂອງຕົນ ສາມາດມີຂຶ້ນອີກໄດ້


ປະທານາທິບໍດີ Mahmoud Ahmadinejad ແຫ່ງອິຣ່ານ.
ປະທານາທິບໍດີ Mahmoud Ahmadinejad ແຫ່ງອິຣ່ານ.


















ປະທານາທິບໍດີ Mahmoud Ahmadinejad ​ແຫ່ງ​ອິຣ່ານ ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ໃນ​ຂັ້ນ​ຕໍ່​ໄປ ​ກັບ​ພວກ​ປະ​ເທດ​ມະຫາ​ອໍານາດ​ກ່ຽວ​ກັບ​ໂຄງ ການນີວ​ເຄລຍຂອງກຸງ Tehran ນັ້ນ ​ແມ່ນ​ເປັນ​ໄປ​ໄດ້. ທ່ານ Ahmadinejad ​ໄດ້​ສະ​ແດງຄວາມ​ເຫັນ​ດັ່ງກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ລຸນຫລັງ​ການ​ເຈລະຈາເປັນ​ເວລາ 2 ມື້​ ທີ່​ປະ​ເທດ​ເທີ​ກີ ທີ່​ໄດ້​ເສັດ​ສິ້ນ​ລົງ​ໂດຍ​ບໍ່​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ໃດໆ.

ທ່ານ​ນາງ Catherine Ashton ຫົວໜ້າ​ຝ່າຍນະ​ໂຍບາຍຕ່າງປະ​ເທດ​ຂອງ​ສະຫະ ພາບ​ຢູ​ໂຣບກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ຜິດ​ຫວັງ​ນໍາ​ຜົນ​ຂອງ​ການ​ເຈລະຈາ​ກັນ​ລະຫວ່າງ ອິຣ່ານ​ກັບ 5 ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດແລະ​ເຢຍຣະມັນ ທີ່​ເອີ້ນ​ກັນ​ວ່າກຸ່ມ ​P5 ບວກ 1 ນັ້ນ.

ທ່ານ​ນາງ Ashton ກ່າວ​ຕໍ່​ໄປ​ວ່າ ການ​ເຈລະຈາ​ກັນ​ທີ່​ເທີ​ກີ ​ໄດ້​ຕົກ​ຢູ່​ໃນ​ສະພາບບໍ່​ໄປ​ບໍ່​ມາ ​ຍ້ອນ​ການ​ຢືນ​ຢັດ​ຂອງ​ອິຣ່ານທີ່​ຢາກ​ໃຫ້​ສະຫະ​ປະຊາ​ຊາດ​ຍົກ​ເລີກ​ການ​ລົງໂທດ ຕໍ່​ອິຣ່ານນັ້ນ​ເສຍ​ກ່ອນ ອັນ​ເປັນ​ເງື່ອນ​ໄຂທີ່​ກຸມ P5+1 ບໍ່​ຍອມຮັບ​ເອົາ​ນັ້ນ.

ທ່ານ Saeed Jalili ຫົວໜ້າ​ເຈລະຈາ​ຝ່າຍ​ອິຣ່ານ ກ່າວ​ວ່າ ກຸງ​ເຕຮະຣ່ານຮັກສາ ສິດທິ​ຂອງ​ຕົນ​ໃນ​ການ​ມີ​ເທັກ​ໂນ​ໂລ​ຈີ​ດ້ານ​ນີວ​ເຄລຍ​ ​ໂຮມ​ທັງ​ການ​ກັ່ນ​ທາດຢູ​ເຣນຽມ ຄືນ​ໃໝ່ ​ເພື່ອ​ປັບປຸງ​ສະມັດ​ຕະພາບນັ້ນ. ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ກ່າວ​ຫາ​ອິຣ່ານວ່າ ສະ​ແຫວ​ງ ຫາ​ເທັກ​ໂນ​ໂລ​ຈີ​ນີວ​ເຄລຍເພື່ອ​ຜະລິດ​ອາວຸດ​ນີວ​ເຄລຍ ອັນ​ເປັນ​ຂໍ້​ກ່າວ​ຫາ​ທີ່​ທາງ​ກຸງ​ເຕຮະຣ່ານ​ໄດ້ປະຕິ​ເສດ​ ຕະຫລອດ​ມາ.

XS
SM
MD
LG