ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມົສກູແລະເຕຫະຣ່ານ ປະນາມ ການລົງໂທດໃໝ່ ຕໍ່ອີຣ່ານ


ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Ramin Mehmanparast ກ່າວ​ໃນ​ວັນ​ອັງຄານ​ທີ 22 ພະຈິກວ່າ ການ​ເອົາ​ບາດກ້າວ​ແຕ່​ຝ່າຍ​ດຽວ​ຂອງ​ພວກ 3 ປະ​ເທດ​ນີ້ ​ເກືອບ​ທໍ່ກັບວ່າ ​ເປັນ​ການ​ໂຄສະນາ​ຊວນ​ເຊື່ອ​ແລະ​ການເຮັດສົງຄາມຈິດຕະສາດ
ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Ramin Mehmanparast ກ່າວ​ໃນ​ວັນ​ອັງຄານ​ທີ 22 ພະຈິກວ່າ ການ​ເອົາ​ບາດກ້າວ​ແຕ່​ຝ່າຍ​ດຽວ​ຂອງ​ພວກ 3 ປະ​ເທດ​ນີ້ ​ເກືອບ​ທໍ່ກັບວ່າ ​ເປັນ​ການ​ໂຄສະນາ​ຊວນ​ເຊື່ອ​ແລະ​ການເຮັດສົງຄາມຈິດຕະສາດ

ອີຣ່ານ​ແລະ​ຣັດ​ເຊຍ ຊຶ່ງ​ເປັນພັນທະ​ມິດ​ທີ່​ມີ​ພະລັງ​ອໍານາດຂອງ​ອີຣ່ານ​ ໄດ້ປະນາມ​ການ
ລົງ​ໂທດຕື່ມ​ອີກ​ຂອງ​ພວກ​ປະ​ເທດ​ຕາ​ເວັນ​ຕົກຕໍ່​ພາກສ່ວນການ​ເງິນ ສານເຄມີ​ນໍ້າມັນ
ແລະ​ດ້ານ​ພະລັງງານ​ຂອງ​ລັດຖະບານເຕຫະຣ່ານນັ້ນ ​ໂດຍ​ເອີ້ນ​ການ​ເອົາ​ມາດ​ຕະການ​
ດັ່ງກ່າວ​ວ່າຜິດ​ກົດໝາຍແລະ​ ໄຮ້​ປະ​ໂຫຍ​ດ.

ສະຫະລັດ ກາ​ນາ​ດາ ​ແລະ​ອັງກິດ​ຕ່າງກໍປະກາດໃຫ້ຮູ້ໃນ​ເອົາ​ບາດກ້າວ​ໃໝ່​ໃນ​ວັນ​ຈັນ​
ວານ​ນີ້ ​ເພື່ອ​ເພີ່ມທະວີ​ຄວາມ​ກົດ​ດັນທາງດ້ານ​ເສດຖະກິດ​ຕໍ່​ອີຣ່ານ ​ໃນ​ການ​ສະໜອງ
ຕອບຕໍ່ຄວາມ​ເປັນ​ຫ່ວງ​ຂອງ​ນາໆ​ຊາດທີ່​ວ່າ ອິຣ່ານກໍາລັງ​ພັດທະນາ​ພວກ​ອາວຸດ
ນີວ​ເຄລຍນັ້ນ.

ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Ramin Mehmanparast ກ່າວ
ໃນ​ວັນ​ອັງຄານ​ມື້​ນີ້ວ່າ ການ​ເອົາ​ບາດກ້າວ​ແຕ່​ຝ່າຍ​ດຽວ​ຂອງ​ພວກ 3 ປະ​ເທດ​ນີ້ ​ເກືອບ
ທໍ່ກັບວ່າ ​ເປັນ​ການ​ໂຄສະນາ​ຊວນ​ເຊື່ອ​ແລະ​ການເຮັດສົງຄາມຈິດຕະສາດ ​ແລະ​ທ່ານ​ທໍາ
ນາຍ​ວ່າ ການ​ເອົາ​ບາດກ້າວ​ເຫລົ່າ​ນີ້ຈະ​ພິສູດ​ໃຫ້​ເຫັນ​ວ່າ ບໍ່​ມີ​ປະສິດທິພາບ ​ໂດຍ​ກ່າວ​ວ່າ
ສາຍ​ພົວພັນ​ດ້ານ​ການ​ຄ້າ​ແລະ​ເສດຖະກິດ​ຂອງ​ອີຣ່ານກັບ​ສະຫະລັດ​ແລະ​ອັງກິດ​ ກໍມີ
ຈໍານວນນ້ອຍຢູ່ແລ້ວ.

ນອກ​ນີ້ ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ເອີ້ນ​ການ​ລົງ​ໂທດ​ນີ້ວ່າ​ເປັນ​ສິ່ງທີ່​ຮັບ​ເອົາ​ບໍ່​ໄດ້
ແລະ​ຂັດກັບ​ກົດໝາຍ​ສາກົນ. ກຸງ​ມອສກູພ້ອມ​ກັບ​ກຸງ​ປັກ​ກິ​ງ​ໄດ້​ກີດ​ກັນ​ຕໍ່​ການ​ເອົາ​ມາດ
ຕະການ​ລົງ​ໂທດ​ຕື່ມ​ອີກ​ຕໍ່​ກຸງ​ເຕຫະຣ່ານ ບໍ່​ໃຫ້​ໄປ​ເຖິງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​
ຊາດ​ ເພື່ອ​ໃຫ້​ຮັບຮອງ​ເອົາ​ນັ້ນ. ​ໄດ້ມີການ​ຮັບ​ຜ່ານ​ການ​ລົງ​ໂທດຂອງ​ສະຫະ​ປະຊາ​ຊາດ
ຕໍ່​ອິຣ່ານນັ້ນ ໄປ​ແລ້ວ 4 ຮອບ.

ກຸງ​ວໍ​ຊິງ​ຕັນ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ຈະ​ທໍາ​ການ​ລົງ​ໂທດ​ໃສ່​ສິນຄ້າ​ແລະ​ການ​ບໍລິການ
ທີ່​ນຳໃຊ້​ໂດຍ​ອຸດສາຫະກໍາ​ນໍ້າມັນ​ແລະ​ແກັສທໍາ​ມະ​ຊາດ​ຂອງ​ອີຣ່ານ​ເພື່ອ​ຂັດຂວາງ​ພວກ
ບໍລິສັດ​ຕ່າງປະ​ເທດ​ໄປ​ລົງທຶນໃນ​ພາກສ່ວນ​ດັ່ງກ່າວ. ນອກ​ນັ້ນ​ສະຫະລັດ​ຍັງ​ໄດ້​ປະກາດ​
ໃຫ້​ຮູ້​ເຊ່ນ​ກັນ ກ່ຽວກັບການ​ປຸກລະດົມ​ທາງ​ດ້ານ​ການ​ທູດ​ໃນ​ທົ່ວ​ໂລກ​ເພື່ອ​ຊຸກຍູ້​ໃຫ້​ປະ​ເທດ
ຕ່າງໆ​ຊື້​ສານເຄມີນໍ້າມັນຈາກ​ປະ​ເທດ​ອື່ນໆ.

XS
SM
MD
LG