ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ້າ IAEA ຄາດວ່າ ອີຣ່ານ ຈະລົງນາມໃນຂໍ້ຕົກລົງ ໄວໆນີ້


ທ່ານ Yukio Amano ຫົວໜ້າອົງການນີວເຄລຍສະຫະປະຊາຊາດ.
ວັນທີ22 ພຶດສະພາ 2012.
ທ່ານ Yukio Amano ຫົວໜ້າອົງການນີວເຄລຍສະຫະປະຊາຊາດ. ວັນທີ22 ພຶດສະພາ 2012.

ທ່ານ Yukio Amano ຫົວໜ້າ​ອົງກາ​ນນີວ​ເຄລຍສະຫະ​ປະຊາ​ຊາດ​ກ່າວ​ວ່າ ທ່ານ​ຄາດ​ວ່າ
ອີຣ່ານຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັນ​ສະບັບ​ນຶ່ງ ​ກັບ​ອົງການ​ຄວບ​ຄຸມພະ​ລັງປະລະມະ​ນູສາ
ກົນ ​ຫຼື IAEA ​ໃນ​ໄວໆ​ນີ້.

​ແຕ່​ທ່ານ Amano ຫົວໜ້າ IAEA ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່​ກຸງ​ວຽນ
​ນາວ່າ ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຢູ້ບາງ​ຢ່າງ​ທີ່​ຈໍາ​ເປັນ​ຈະ​ຕ້ອງ​ແກ້​ໄຂກັນເສຍ​
ກ່ອນ. ທ່ານ​ອາມາ​ໂນ​ຫາ​ກໍ​ກັບ​ຄືນ​ມາ​ຈາກ​ກຸງ​ເຕຫະຣ່ານ ບ່ອນທີ່​ທ່ານ​ໄດ້​ທໍາ​ການ​ໂອ້​
ລົມ​ສົນທະນາ​ກັນ​ກັບ​ທ່ານ Saeed Jalili ຫົວໜ້າ​ເຈລະຈາ​ເລື້ອງ​ນີວ​ເຄລຍຂອງ​ອີ
ຣ່ານ​ ແລະ​ທ່ານ Fereydoon Abbasi-Davani ຫົວໜ້າ​ອົງການ​ພະ​ລັງ​ນີວ​ເຄລຍ
ຂອງ​ອີຣານ.

ນັບ​ວ່າ​ເປັນ​ການ​ເດີນທາງ​ຢ້ຽມຢາມ​ອີຣ່ານຄັ້ງ​ທໍາ​ອິດ​ຂອງ​ທ່ານ​ອາມາ​ໂນ ນັບ​ແຕ່​ຂຶ້ນ​ດໍາ
ລົງ​ຕໍາ​ແໜ່​ງຫົວໜ້າ​ອົງການ IAEA ໃນ​ປີ 2009 ​ເປັນ​ຕົ້ນ​ມາ. ຄາດ​ກັນ​ວ່າ ທ່ານ​ອາມາ​ໂນ
ຈະທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງບັນຫາ​ຂັດ​ແຍ່ງລະຫວ່າງອີຣ່ານ ​ກັບອົງການ​ສະ
ຫະ​ປະຊາ​ຊາດ​ກ່ຽວ​ກັບ​ການເຂົ້າຫາສະຖານທີ່​ຕ່າງໆ ​ທີ່​ສົງ​ໄສ​ວ່າ​ ຖືກ​ໃຊ້ເປັນ​ສາກ​ບັງ
​ໜ້າ ສໍາລັບ​ໂຄງການ​ຜະລິດອາວຸດ​ນີວ​ເຄລຍ​ນັ້ນ.

ຫຼັງ​ຈາກ​ການ​ໂອ້​ລົມ​ສົນທະນາ​ກັນ​ແລ້ວ ທ່ານ Jalili ກ່າວ​ວ່າ ທ່ານໄດ້​ມີ​ການ​ໂອ້​ລົມ​ສົນ
ທະນາ​ທີ່ດີ ກັບ​ທ່ານ​ອາມາ​ໂນ ກ່ຽວ​ກັບ​ວິທີການ​ຮ່ວມ​ໄມ້​ຮ່ວມ​ມື​ກັນທີ່​ດີ​ທີ່​ສຸດ ໃນ​ເລື້ອງ
​ການ​ປົດ​ອາວຸດນີວ​ເຄລຍ ຢຸດການແຜ່ຜາຍພວກ​ອາວຸດ​ນີວ​ເຄລຍ ແລະ​ການ​ສະໜັບສະ
ໜຸນສິດທິ​ຂອງ​ພວກ​ປະ​ເທດ​ສະມາຊິກ​ຂອງ​ອົງການ IAEA ນັ້ນ.

ທ່ານ Jalili ​ເດີນທາງ​ໄປ​ຮອດ​ກຸງ​ແບກ​ແດ໊ດ ຂອງ​ອີຣັກ ​ໃນ​ແລງ​ວັນຈັນ​ວານ​ນີ້ ກ່ອນ
​ການ​ພົບ​ປະ​ຫາລື​ກັນ​ເລື້ອງ​ນີວ​ເຄລຍກັບ​ພວກ​ປະ​ເທດມະຫາ​ອໍານາດ​ຂອງ​ໂລກ​ໃນ​ວັນ​
ພຸດ​ມື້ອື່ນ​.

XS
SM
MD
LG