ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ປະນາມອີຣ່ານ ທີ່ວາງແຜນ ລອບສັງຫານ ທູດຊາອູດີ ອາຣາເບຍ


ທີ່ສະມັດຊາໃຫຍ່ສະຫະປະຊາຊາດ ທີ່ນະຄອນນີຢອກ, ສະຫະລັດ.
ວັນທີ 19 ພະຈິກ 2011.
ທີ່ສະມັດຊາໃຫຍ່ສະຫະປະຊາຊາດ ທີ່ນະຄອນນີຢອກ, ສະຫະລັດ. ວັນທີ 19 ພະຈິກ 2011.


















ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ ປະນາມ​ອີຣ່ານ​ທີ່​ຖືກ
​ກ່າວ​ຫາ​ວ່າ​ ວາງ​ແຜນ​ລອບ​ສັງຫານ​ເອກ​ອັກຄະລັດຖະທູດ​ຊາ​ອູ​ດີ​ອາຣາ​ເບຍ​ ປະ​ຈໍາ​
ສະຫະລັດ​ນັ້ນ.

ໃນ​ວັນ​ສຸກ​ວານ​ນີ້ ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ບໍ່​ໄດ້​ກ່າວ​ຫາ​ອີຣ່ານ​ໂດຍ​ກົງ​ວ່າ
​ເປັນ​ຜູ້​ຢູ່​ເບື້ອງ​ຫລັງ​ໃນ​ການວາງ​ແຜນ​ລອບ​ສັງຫານ ​ແຕ່​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ
​ກຸງ​ເຕຫະຣ່ານ​ໃຫ້ຄວາມ​ຮ່ວມ​ໄມ້​ຮ່ວມ​ມື​ໃນ​ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ເລື້ອງ​ນີ້.

ສະຫະລັດ​ໄດ້​ກ່າວ​ຫາ​ໃນ​ເດືອນ​ຕຸລາ​ຜ່ານ​ມາ​ວ່າ ​ພວກ​ສາຍ​ລັບ​ທີ່​ເຊື່ອມ​ໂຍງກັບ​ໜ່ວຍ
​ພິທັກ​ການ​ປະຕິວັດ ​ທີ່​ມີ​ອໍານາດ​ອິດ​ທິພົນຢ່າງ​ຫລວງຫລາຍຂອງ​ອີຣ່ານນັ້ນ​ ມີສ່ວນ
​ພົວພັນ​ໃນ​ການວາງ​ແຜນ​ເພື່ອ​ລອບ​ສັງຫານ​ທ່ານ Asel al-Jubeir ​ເອກ​ອັກຄະ​ລັດຖະ
ທູດ​ຊາ​ອູ​ອາຣາ​ເບຍທີ່​ຮ້ານ​ກິນ​ດື່ມ​ແຫ່ງ​ນຶ່ງ​ໃນ​ກຸງ​ວໍ​ຊິງ​ຕັນ​ນັ້ນ.

ອີຣ່ານ​ໄດ້​ປະຕິ​ເສດ​ວ່າ​ຕົນ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ. ທ່ານ MohammadKhazaee ​ເອກ​
ອັກຄະ​ລັດຖະທູດ​ອີຣ່ານປະ​ຈໍາ​ສະຫະ​ປະຊາ​ຊາດ ​ໄດ້ພະຍາ​ຍາມຢ່າງ​ບໍ່​ສໍາ​ເລັດ​ຜົນ ​ເພື່ອ
​ໃຫ້​ກໍາຈັດ​ຂໍ້​ອ້າງ​ອິງ​ທຸກ​ຢ່າງ​ຕໍ່​ກຸງ​ເຕຫະຣ່ານອອກ​ຈາກ​ຮ່າງ​ຍັດຕິ​ສະບັບ​ນຶ່ງ ​ທີ່​ຊາ​ອູ​ດີ​ອາ
ຣາ​ເບຍ​ເປັນ​ຜູ້ສະ​ເໜີ​ຂຶ້ນ​ນັ້ນ. ​ໃນ​ເວລາ​ຕໍ່​ມາ ທ່ານ Mohammad Khazaee ກ່າວວ່າ
ການ​ນໍາ​ເອົາ​ເລື້ອງ​ນີ້​ມາສະ​ເໜີ​ຢູ່​ໃນ​ສະມັດຊາ​ໃຫຍ່​ເປັນ​ໂຕ​ຢ່າງ​ທີ່​ອັນຕະລາຍ​ທີ່​ບໍ່​ເຄີຍ​ມີ
​ມາ​ກ່ອນ ​ແລະ​ເປັນ​ແກ້​ໄຂ​ເພື່ອ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ການ​ເມືອງ.

ທ່ານ​ນາງ​ຮີນ​ລາຣີຄລິ​ນຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ໃນ​ວັນ​ສຸກ
​ວານ​ນີ້​ວ່າ ການ​ລົງມະຕິ​ຂອງ​ສະຫະ​ປະຊາ​ຊາດ​ສະ​ແດງໃຫ້​ເຫັນ​ວ່າ ການ​ໂດດດ່ຽວ
​ອີຣ່ານກໍາລັງ​ເພີ່ມ​ທະວີ​ຂຶ້ນ ຍ້ອນ​ອີຣ່ານ​ບໍ່​ຍອມ​ປະຕິບັດ​ຕາມ​ພັນທະ​ຂອງ​ຕົນ ຕໍ່​ປະຊາ
​ຄົມນາໆ​ຊາດ​ນັ້ນ ຊໍ້າ​ແລ້ວ​ຊໍ້າ​ອີກ.

ຊາຍ​ຄົນ​ນຶ່ງໃນ​ບັນດາພວກ​ທ່ີ​ຖືກ​ກ່າວ​ຫາ​ໃນ​ການວາງ​ແຜນ​ລອບ​ສັງຫານ​ດັ່ງກ່າວ ຊຶ່ງ
ເປັນ​ສັນຊາດ​ອາ​ເມຣິກັນ​ເຊື້ອສາຍ​ອີຣ່ານ ​ໄດ້​ຖືກ​ຈັບ​ກຸມ​ແລະ​ບໍ່​ຍອມຮັບຜິດ​ໃນ​ເລື້ອງ​ນີ້ ​
ແລະ​ຜູ້​ຊາຍຄົນທີ​ສອງ ​ເຊື່ອ​ກັນ​ວ່າ​ຢູ​ໃນ​ອີຣ່ານ​ເວລາ​ນີ້ ​ແລະ​ບໍ່​ໄດ້​ຖືກ​ຈັບ​ກຸມ.

ຊາຍ​ທັງ​ສອງ​ຄົນ​ນີ້​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ວ່າ​ຈ້າງ​ຊາຍ​ຄົນ​ນຶ່ງ​ທີ່​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ​ເປັນ
ສະມາຊິກ​ຂອງກຸ່ມລັກລອບ​ຄ້າຢາ​ເສບ​ຕິດ​ເມັກ​ຊິ​ໂກ ​ເປັນ​ຜູ້​ທີ່​ຈະ​ທໍາ​ການ​ລອບ​ສັງຫານ​ນີ້
ໂດຍ​ການວາງ​ລະ​ເບີດ​ໂຈມ​ຕີ ຫລື​ຍິງ​ປືນ​ໃສ່​ເອກ​ອັກຄະ​ລັດຖະທູດ​ຊາ​ອູ​ດີ​ອາຣາ​ເບຍນັ້ນ.
ແຕ່​ຜູ້​ທີ່​ຈະເປັນ​ມື​ຄາດ​ຕະກອນ​ນີ້ ໄດ້​ເປັນຄົນທີ່​ໃຫ້​ຂ່າວ​ຂໍ້​ມູນ​ລັບ​ຢູ່​ໃນ​ບັນຊີ​ເງິນ​ເດືອນ​
ຂອງ​ທາງການ​ສະຫະລັດ ​ແລະ​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ການວາງ​ແຜນ​ລອບ​ສັງຫານ
ແລະ​ຢຸດ​ການວາງ​ແຜນ​ດັ່ງກ່າວໄວ້​ກ່ອນ ກ່ອນ​ເຫດການ​ດັ່ງ​ກ່າວ​ຈະເກີດ​ຂຶ້ນ​ໄດ້​ນັ້ນ.

XS
SM
MD
LG