ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະປະຊາຊາດ ຢາກສົ່ງ ຄະນະກໍາມະການຂັ້ນສູງ ໄປຍັງອີຣ່ານ


برطانیہ کے روایتی کھیل اور تہوار
برطانیہ کے روایتی کھیل اور تہوار

­­­
















ຫົວໜ້າອົງການ​ສິ້ງ​ຊອມ​ນີວ​ເຄລຍຂອງ​ສະຫະ​ປະຊາ​ຊາດ​ ຢາກ​ຈະ​ສົ່ງຄະນະກໍາມະການ
​ລະດັບ​ສູງ​ໄປ​ຍັງ​ອິຣ່ານ ​ເພື່ອສະ​ແຫວ​ງຫາຄວາມກະຈ່າງ​ແຈ້ງ ​ກ່ຽວກັບ​ການ​ພົວພັນ​ທາງ
​ທະຫານ​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ ໂຄງການ​ນີວ​ເຄລຍຂອງອິຣ່ານ​ນັ້ນ.

ທ່ານ Yukiya Amano ຫົວໜ້າອົງການ​ພະລັງງານ​ປະລະມະ​ນູສາກົນ ຫລື IAEA ກ່າວ
​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ທ່ານ​ໄດ້​ສົ່ງ​ຈົດໝາຍ​ຮ້ອງ​ຂໍ​ໄປຍັງ​ພວກ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ
​ອິຣ່ານ​ເມື່ອ​ຕົ້ນ​ເດືອນ​ນີ້ ​ແລະ​ທ່ານ​ກໍຫວັງວ່າ ​ຈະ​ມີ​ການ​ຕົກລົງ​ກັນກ່ຽວ​ກັບ​ວັນ​ເວລາ​ໃນ​
ການ​ຢ້ຽມຢາມ​ນັ້ນ​ໃນ​ໄວໆ​ນີ້.

ທ່ານ Amano ​ໄດ້​ກ່າວກ່ຽວ​ກັບ​ເລື້ອງ​ນີ້​ໃນ​ວັນ​ພະຫັດ​ມື້​ນີ້​ ໃນ​ຕອນ​ເປີດ​ກອງ​ປະຊຸມ
​ສອງ​ວັນ ຂອງ​ສະພາ​ອໍາ​ນວຍ​ການ​ທີ່​ປະກອບ​ດ້ວຍ 35 ປະ​ເທດ​ຂອງອົງການ​ພະລັງ
ງານ​ປະລະມະ​ນູສາກົນ ຫລື IAEA ທີ່​ນະຄອນຫລວງ​ວຽນ​ນາ​ ປະ​ເທດ​ອອສ​ເຕລຍ
ອັນເປັນການ​ເຕົ້າ​ໂຮມ​ກັນ​ເທື່ອ​ທໍາ​ອິດ​ຂອງ​ອົງການ​ດັ່ງກ່າວ​ ນັບ​ຕັ້ງ​ແຕ່​ IAEAໄດ້ກ່າວ
ຫາເມື່ອ​ອາທິດ​ຜ່ານ​ມາ​ວ່າ​ ມີ​ຫລັກ​ຖານ​ທີ່​ເຊື່ອ​ຖື​ໄດ້ວ່າ ​ເຕຫະຣ່ານກໍາລັງ​ພະຍາຍາມ
​ສ້າງ​ອາວຸດ​ນີວ​ເຄລຍ.

ສະຫະລັດ​ແລະ​ອີກ​ຫລາຍໆ​ປະ​ເທດ​ແຫ່ງ​ພາກ​ພື້ນ​ຢູ​ໂຣບ ກໍາ​ລັງ​ຜັກ​ດັນໃຫ້ອົງການ​
ສິ້ງ​ຊອມ​ນີວ​ເຄລຍຂອງ​ອົງການ​ສະຫະ​ປະຊາ​ຊາດ​ນໍາ​ໃຊ້​ມາດ​ຕະການ​ທີ່ໜັກໜ່ວງ​ຂຶ້ນ
ຕໍ່​ອິຣ່ານກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງອິຣ່ານ​ນັ້ນ.

ພວກ​ນັກ​ການ​ທູດ​ໄດ້​ເຈລະຈາ​ຕໍ່​ຮອງ​ກັນ​ຕະຫລອດ​ມື້​ວັນ​ພຸດ​ວານ​ນີ້ ກ່ຽວກັບ​ມະຕິ​ທີ່​
ສະພາ​ຄວາມ​ໝັ້ນຄົງຄວນ​ຈະ​ຮັບ​ຜ່ານ ກ່ຽວ​ກັບກິດຈະການນີວ​ເຄລຍຂອງ​ອິຣ່ານນັ້ນ
ພວກ​ນັກ​ການ​ທູດຈາກ​ປະ​ເທດ​ຕາ​ເວັນ​ຕົກໄດ້​ພະຍາຍາມ​ຜັກ​ດັນ​ໃຫ້ໃຊ້ຄໍາ​ປະນາມ​
ທີ່​ຮຸນ​ແຮງຕໍ່​ເຕຫະຣ່ານ ​ແຕ່​ກ່າວ​ວ່າ​ພວກ​ເຂົາ​ເຈົ້າ​ຖືກ​ຕ້ານ​ຢັນ​ຈາກຣັດ​ເຊຍ​ແລະ​ຈີນ.

ທັງມອສ​ໂກ ​ແລະ​ປັກ​ກິ່ງ ​ໄດ້​ສະ​ແດງ​ຄວາມ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ລາຍ​ງານຂອງອົງການ
IAEA ​ເມື່ອ​ອາທິ​ດຜ່ານ​ມາ​ນີ້ ​ຊຶ່ງ​ພວກ​ເຈົ້າໜ້າ​ທີ່ຣັດ​ເຊຍບໍ່ໃຫ້​ຄວາມ​ສໍາຄັນ​ໃດໆ ​ໂດຍ
ກ່າວ​ວ່າ ​ບໍ່ມີ​ຫຍັງ​ໃໝ່​ໃນ​ການ​ຄົ້ນ​ພົບ​ຂອງ​ລາຍ​ງານ​ນັ້ນ.

ອິຣ່ານ​ເອງ​ຄັດຄ້ານ​ຕໍ່​ລາຍ​ງານ ​ແລະໄດ້​ສືບ​ຕໍ່​ປະ​ຕິ​ເສດຢູ່​ຕະຫລອດ​ມາ ຕໍ່​ຂໍ້​ກ່າວ​ຫາທີ່
ວ່າ ຕົນ​ກໍາລັງ​ດໍາ​ເນີນ​ການ​ສ້າງອາ​ວຸດ​ນີວ​ເຄລຍນັ້ນ.

XS
SM
MD
LG