ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິຣ່ານຕົກລົງແລກປ່ຽນພະລັງນີວເຄລຍຂອງຕົນ


ອິຣ່ານກ່າວ​ວ່າ ຕົນ​ໄດ້​ຕົກລົງ​ທ່ີ​ຈະ​ສົ່ງ​ທາດ​ຢູ​ເຣນຽມ​ທີ່ຫລອມ​ແລ້ວ​ຂອງ​ຕົນ​ໄປ​ຍັງ​ເທີ​ກກີ ​ໃນ​ການ​ຕົກລົງ​ແລກປ່ຽນ​ເຊື້ອ​ໄຟ​ນີວ​ເຄລຍຂອງຕົນ.
ຄຳ​ປະກາດ​ທ່ີ​ວ່າ​ນີ້​ມີ​ຂຶ້ນ ຫລັງ​ຈາກການ​ພົບ​ປະກັນ​ລະຫວ່າງ​ອິຣ່ານ ​ເບຣຊີ​ນ ​ແລະ​ເທີ​ກກີ​ໃນ​ວັນ​ຈັນ​ມື້​ນີ້​ທ່ີ​ກຸງ​ເຕຮະຣ່ານ. ​ໂຄສົກ​ກະຊວງ
ການ​ຕ່າງປະ​ເທດ​ອິຣ່ານ ກ່າວ​ວ່າ ກຸງ​ເຕຮະຣ່ານ​ໄດ້​ຕົກລົງ​ໃນ​ການ​ແລກປ່ຽນ ທາດ​ຢູ​ເຣນຽມ​ທ່ີ​ຫລອມ​ແລ້ວ​ໃນ​ລະດັບ​ຕ່ຳ​ຈຳນວນ 1200
ກິ​ໂລກຣາມ​ເອົາ​ເຊື້ອ​ໄຟ​ນີວ​ເຄລຍທ່ີ​ຫລອມ​ແລ້ວ​ໃນ​ລະດັບ​ສູງ​ນັ້ນ.
ໂຄສົກ​ທ່ານ​ນີ້ ກ່າວ​ວ່າ ອິຣ່ານຈະ​ແຈ້ງ​ໃຫ້​ອົງການ​ກວດກາ​ພະລັງປະຣະມະນູ​ສາກົນ​ຊາບ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ຕົກລົງ​ຂອງ​ອິຣ່ານ
ພາຍ​ໃນ​ນຶ່ງ​ສັບປະດາ​ຂ້າງ​ໜ້າ​ນີ້.
ທ່ານ Ahmed Davutoglu ລັດຖະມຸນຕີ​ການ​ຕ່າງປະ​ເທດ​ເທີ​ດກີກ່າວ​ວ່າ ​ໄດ້​ມີ​ການ​ບັນລຸ​ຂໍ້​ຕົກລົງ​ກັນ​ນີ້ ​ໂດຍ​ພວກ​ລັດຖະມຸນຕີ​ການ
ຕ່າງປະ​ເທດ ​ເບຣຊີ​ນ ອິຣ່ານ​ແລະ​ເທີ​ກກີ ຫລັງ​ຈາກ​ທຳ​ການ​ເຈຣະຈາ​ກັນ​ເປັນ​ເວລາ​ເກືອບ 18 ຊົ່ວ​ໂມງ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ບໍ່​ຈຳ​ເປັນ
ຕ້ອງ​ມີ​ການ​ລົງ​ໂທດ​ຕໍ່​ອິຣ່ານຈາກ​ສະຫະ​ປະຊາ​ຊາດ​ອີກ​ແລ້ວ. ແຕ່ຍັງ​ບໍ່​ມີ​ຖ້ອຍ​ຖະ​ແຫລ​ງ​ໃດໆ​ອອກ​ຈາກ​ສະຫະຣັດຫລື​ຈາກ​ພວກ​ປະ ​ເທດມະ
ຫາ​ອຳນາດ​ອື່ນໆ​ເທ່ືອ​ກ່ຽວ​ກັບ​ຂໍ້​ຕົກລົງ​ໃໝ່​ນີ້.

XS
SM
MD
LG