ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ເຕຫະຣ່ານ ພວມຮູ້ສຶກ ເຖິງຄວາມກົດດັນ ຈາກ ການລົງໂທດ ຂອງນາໆຊາດ (ເບິ່ງວີດີໂອ)


ປະທານາທິບໍດີ Mahmoud Ahmadinejad ແຫ່ງອີຣ່ານ ສະແດງທ່າທາງກ່ຽວກັບຄວາມຄືບໜ້າ ໃນດ້ານນີວ ເຄລຍຂອງຕົນ. ວັນທີ 16 ກຸມພາ 2012.

ສະຫະລັດ​ບໍ່​ຖື​ສໍາຄັນ​ ກ່ຽວ​ກັບ​ການ​ກ່າວ​ອ້າງ​ຄວາມ​ຄືບ​ໜ້າຂອງ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ ​ໂດຍ​ກ່າວ​ວ່າ ກຸງ​ເຕຫະຣ່ານພວມ​ຮູ້ສຶກ​ຄວາມ​ກົດ​ດັນ​ຂອງ​ການ​ລົງ​ໂທດ​ນາໆ​ຊາດ ​ແລະ​ຢາກຫັນ​ເຫ​ຈາກ​ການ​ໂດດດ່ຽວ​ທາງ​ການ​ທູດ​ທີ່​ກໍາລັງ​ເພີ່ມ​ຂຶ້ນ​ນັ້ນ.

ອີຣ່ານກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນໄດ້​ຕິດ​ຕັ້ງ​ເຄື່ອງ​ກັ່ນ​ທາດ​ຢູ​ເຣນຽມຮຸ້ນໃໝ່ ​ແລະ​ເປັນ​ເທື່ອ​ທໍາ​ອິດ​ທີ່​ໄດ້​ໃຊ້​ເຊື້ອ​ໄຟ​ນີວ​ເຄລຍທີ່​ຜະລິດ​ພາຍ​ໃນ​ປະ​ເທດ​ເອງ​ເຂົ້າ​ໃນ​ເຕົາ​ແຍກ​ນີວ​ເຄລຍສໍາລັບ​ການ​ຄົ້ນຄວ້າ​ທີ່​ກຸງ​ເຕຫະຣ່ານ.

ທ່ານ​ນາງ Victoria Nulan ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ໃດໆ​ຕໍ່ຄໍາ​ປະກາດ​ດັ່ງກ່າວໂດຍ​ເວົ້າວ່າ​ເປັນ​ການ​ໂຄສະນາ​ນັ້ນ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ແລ້ວ ພວກ​ເຮົາ​ບໍ່​ເຫັນ​ສິ່ງໃດ​ໃໝ່ ອັນ​ນີ້​ມັນ​ບໍ່​ແມ່ນ​ຂ່າວ​ໃຫຍ່. ປາກົດ​ວ່າມັນເປັນ​ການ​ຫລອກ​ລວງ. ຊາວ​ອີຣ່ານ​ໄດ້​ປະກາດ​ເລື້ອງ​ຄວາມ​ສໍາ​ເລັດ​ຂອງ​ຕົນ​ມາ​ຫລາຍ​ເດືອນ​ແລ້ວ ​ແລະ​ອິງ​ຕາມລາຍການ​ຂອງ​ເຂົາ​ເຈົ້າ​ເອງ ​ເຂົາເຈົ້າ​ຍັງ​ຢູ່​ໃນ​ຂັ້ນ​ລ້າ​ຫຼັງຫລາຍ​ເດືອນ​. ອັນ​ນີ້​ພາ​ໃຫ້​ພວກ​ເຮົາເຫັນ​ວ່າ​ເປັນ​ການ​ວັດ​ແທກ​ສ່ວນ​ໃຫຍ່​ສໍາລັບ​ພວກ​ຜູ້​ຟັງ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ.

ອິສຣາ​ແອ​ລ​ແລະ​ພວກ​ປະ​ເທດ​ມະຫາ​ອໍານາດ​ຝ່າຍ​ຕາ​ເວັນ​ຕົກ​ສົງ​ໄສອີຣ່ານວ່າ ກໍາລັງ​ພະຍາຍາມ​ເລັ່ງລັດ​ການ​ຫລອມ​ທາດ​ຢູ​ເຣນຽມ​ຂອງຕົນຂຶ້ນ​ສູ່​ລະດັບສູງ​ຂຶ້ນ ​ເພື່ອ​ຜະລິດອາວຸດ​ນີວ​ເຄລຍ. ອີຣ່ານກ່າວ​ວ່າ ​ການ​ຫລອມ​ທາດ​ຢູ​ເຣນຽມ​ຂອງ​ຕົນມີ​ວັດຖຸປະສົງ​ເພື່ອ​ຜະລິດ​ເຊື້ອ​ໄຟ​ສໍາລັບ​ໂຮງ​ໄຟຟ້າ​ແລະ​ການ​ຄົ້ນຄວ້າ​ດ້ານ​ການ​ແພດ​.

ທ່ານ​ນາງ Nuland ກ່າວ​ວ່າ ອີຣ່ານຈະ​ຕ້ອງໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ໂຄງການ​ນີວ​ເຄລຍຂອງ​ຕົນ ​ແມ່ນ​ມີເປົ້າ​ໝາຍ​ທາງ​ພົນລະ​ເຮືອນ.

ອີຣ່ານກ່າວ​ອ້າງ​ວ່າ ຄວາມ​ກ້າວໜ້າ​ເຫລົ່າ​ນີ້​ເປັນ​ບາດກ້າວ​ນຶ່ງ​ໄປ​ໜ້າ ເພື່ອ​ຄວບ​ຄຸມ​ເຊື້ອ​ໄຟ​ນີວ​ເຄລຍຂອງ​ຕົນ​ໃຫ້​ເສັດ​ສິ້ນ​ລົງ ​ເຖິງ​ແມ່ນມີ​ການ​ລົງ​ໂທດ​ຈາກ​ສະຫະ​ປະຊາ​ຊາດ​ແລະ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້​ຕົນ​ຢຸດ​ເຊົາ​ຂັ້ນ​ຕອນ​ດັ່ງ​ກ່າວ​ກໍ​ຕາມ. ທ່ານ Jay Carney ​ໂຄສົກ​ປະ​ຈໍາ​ທໍານຽບຂາວ ກ່າວ​ວ່າ ອີຣ່ານພວມ​ອອກ​ຖ້ອຍ​ຖະ​ແຫລ​ງທີ່​ທ້າ​ທາຍ​ຕ່າງໆ​ ​ເພາະວ່າ ຄະນະ​ນໍາພາແລະການ​ເສດຖະກິດ​ຂອງ​ຕົນ​ພວມ​ຖືກ​ກົດ​ດັນ​ຢ່າງ​ຫລວງຫລາຍ​ຈາກ​ການລົງ​ໂທດ​ເຫລົ່າ​ນີ້.

ອິສຣາ​ແອ​ລ​ແລະ​ພັນທະ​ມິດ​ທີ່​ສໍາຄັນ​ທີ​ສຸດ​ຂອງ​ຕົນ ຄື ສະຫະລັດບໍ່​ປະຕິ​ເສດ ​ທີ່​ຈະ​ບໍ່​ເອົາ​ມາດ​ຕະການ​ທາງ​ທະຫານ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ອີຣ່ານຜະລິດ​ອາວຸດ​ນີວ​ເຄລຍຂຶ້ນ​ມາ​ນັ້ນ ຊຶ່ງ
ທາງ​ອິສຣາ​ແອ​ລ​ມອງ​ເຫັນວ່າ ລະ​ເບີດ​ປະລະມະ​ນູຂອງ​ອີຣ່ານນັ້ນ​ເປັນ​ໄພ​ຂົ່ມຂູ່​ອັນ​ນຶ່ງ​ສໍາລັບ
ການ​ຄົງ​ຢູ່​ຂອງ​ຕົນ.

XS
SM
MD
LG