ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຢູຂົ່ມຂູ່ ທີ່ຈະລົງໂທດ ຕໍ່ອີຣ່ານ ຕື່ມອີກ ແຕ່ເລື່ອນການຕັດສິນໃຈ ອອກໄປ


ທ່ານ William Hague ລັດຖະມົນຕີການຕ່າງປະເທດອັງກິດ.
ວັນທີ 15 ພະຈິກ 2011.
ທ່ານ William Hague ລັດຖະມົນຕີການຕ່າງປະເທດອັງກິດ. ວັນທີ 15 ພະຈິກ 2011.

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ຫລື ອີ​ຢູ ​ໄດ້​ຂົ່ມຂູ່ໃນ​ວັນ​ຈັນ​ວານ​ນີ້ ທີ່​ຮັດ​ແໜ້ນ​ຂຶ້ນ​ການ​ລົງ​ໂທດ​ຕໍ່​ອີຣ່ານກ່ຽວກັບ ​ໂຄງການ​ນີວ​ເຄລຍທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ ​ແຕ່​ກ່າວ​ວ່າ ພວກ​ຕົນ​ຈະ​ລໍຖ້າ ​ຈົນ​ກວ່າ​ຫລັງ​ຈາກ​ການ​ພົບ​ປະກັນ​ເທື່ອ​ໜ້າ​ໃນ​ເດືອນ​ທັນວາ​ກ່ອນ​ຈະທໍາ​ການ​ເຄື່ອນ​ໄຫວ​ໃດໆ​ຕໍ່​ໄປ​ນັ້ນ.

ພວກ​ລັດຖະມົນຕີ ທີ່​ກໍາລັງ​ປະຊຸມ​ກັນ​ຢູ່​ໃນ​ກຸງ Brussels ​ໄດ້​ປະຕິ​ເສດ​ເຊ່ນ​ກັນຕໍ່​ການ
ເຄື່ອນ​ໄຫວ​ທາງ​ທະຫານ​ໃດໆ​ໃນ​ເວລາ​ນີ້ ​ເຖິງ​ແມ່ນລາຍ​ງານ​ຂອງ​ອົງການ​ພະລັງ​ປະລະ
ນູຂອງ​ສະຫະ​ປະຊາ​ດທີ່​ອອກ​ມາໃນ​ສັບປະດາແລ້ວ​ນີ້​ ​ໄດ້ກ່າວ​ຫາ​ອີຣ່ານວ່າ ​ໄດ້​ດໍາ​ເນີນ​
ການເພື່ອ​ໃຫ້ໄດ້​ຮັບ​ອຸບປະກອນແລະ​ຂ່າວ​ຂໍ້​ມູນ​ໃນ​ການ​ອອກ​ແບບ​ພວກ​ອາວຸດ​ນີວ​ເຄລຍ
ນັ້ນ​ກໍ​ຕາມ. ລາຍ​ງານ​ຂອງ​ສະຫະ​ປະຊາຊາດເວົ້າ​ວ່າລັດຖະບານ​ ເຕຫະຣ່ານ​ໄດ້​ເລີ້ມ​ທໍາ​
ການ​ທົດ​ລອງ​ພວກ​ວັດຖຸ​ລະ​ເບີດພະລັງສູງ​ແລະເຄື່ອງ​ກົດກະນວນລະ​ເບີດ ​ໃນຂະນະ​ທີ່​
ພັດທະນາຮູບ​ແບບ​ຕ່າງ​ໆຂອງ​ແກນ​ຫົວ​ລະ​ເບີດ​ທາງ​ຄອມ​ພີ​ວ​ເຕີໄປ​ພ້ອມ.

ອີຣ່ານປະຕິ​ເສດ​ຕໍ່​ລາຍ​ງານ​ດັ່ງກ່າວ ​ແລະ​ຢຶນຢັດ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ຕົນ​ມີ​ເປົ້າ
ໝາຍ​ທາງ​ສັນຕິ.

ທ່ານ William Hague ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ​ກ່າວ​ວ່າ ​ເຖິງແມ່ນ​ບັນດາລັດຖະ
ມົນຕີ​ເຫລົ່ານີ້​ຍັງ​ບໍ່​ທັນ​ໄດ້​ພິຈາລະນາ​ກັນ​ເລື້ອງ​ການ​ແຊກ​ແຊງ​ທາງ​ທະຫານ​ກໍ​ຕາມ ​ແຕ່​
ທາງ​ເລືອກ​ທຸກ​ຢ່າງແມ່​ນຍັງເປີດ​ກວ້າງຢູ່. ທ່ານ Uri Rosenthal ລັດຖະມົນຕີ​ຕ່າງປະ
ເທດHolland ​ເຫັນ​ພ້ອມນໍາ​ຖ້ອຍ​ຖະແຫລ​ງດັ່ງກ່າວ ​ແລະເວົ້າວ່າ ຂ້າພະ​ເຈົ້າ​ບໍ່​ຍົກ​ເວ້ັນ
ເລື້ອງ​ໃດໆທັງ​ໝົດ.

ເຖິງ​ຢ່າງ​ໃດ​ກໍ​ດີ ລັດຖະມົນຕີ​ຕ່າງປະ​ເທດ​ເຢຍຣະມັນ ທ່ານ Guido Westerwelle ​ໄດ້
ປະຕິ​ເສດ​ຢ່າງ​ສິ້ນ​ເຊີງ​ຕໍ່​ການ​ເຄື່ອນໄຫວ​ທາງ​ທະຫານ​ນັ້ນ ​ໂດຍ​ກ່າວ​ວ່າ ມັນ​ຈະ​ສົ່ງ​ຜົນ​ສະ
ທ້ອນ​ກັບ.

ໃນວັນອາທິດ​ຜ່ານ​ມາ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາກ່າວ​ວ່າ ການ​ລົງ​
ໂທດ​ຕໍ່​ອີຣ່ານກໍາລັງ​ມີ​ຜົນ​ສະທ້ອນ​ຢ່າງ​ຫລວງຫລາຍ ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ຈະ​ທໍາ
ການປຶກສາ​ຫາລື​ກັບຈີນ​ແລະຣັດ​ເຊຍກ່ຽວ​ກັບ​ການ​ເອົາ​ບາດກ້າວ​ຕື່ມ​ອີກ​ ເພື່ອ​ກົດ​ດັນ​ເຕ
ຫະຣ່ານ​ເພື່ອໃຫ້ຢຸດ​ຄວາມ​ພະຍາຍາມ​ທັງ​ໝົດ​ຂອງ​ອີຣ່ານ ທີ່​ຈະ​ຜະລິດ​ອາວຸດ​ນີວ​ເຄລຍ
ພາຍ​ໃຕ້​ສາກ​ບັງ​ໜ້າ​ວ່າເປັນໂຄງການ​ນີວເຄລຍ​ເພື່ອ​ໃຊ້​ໃນ​ທາງ​ພົນລະ​ເຮືອນ​ນັ້ນ.

XS
SM
MD
LG