ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ແລະ IAEA ໄຂການສົນທະນາກັນ


ເຮືອບັນທຸກນໍ້າມັນຂອງອີຣ່ານ.
ວັນທີ 14 ພຶດສະພາ 2012.
ເຮືອບັນທຸກນໍ້າມັນຂອງອີຣ່ານ. ວັນທີ 14 ພຶດສະພາ 2012.

ການ​ໂອ້​ລົມ​ສົນທະນາ​ກັນ​ລະຫວ່າງ​ທາງ​ການ​ອີຣ່ານ​ແລະ​ບັນດາ​ເຈົ້າໜ້າ​ທີ່​ອົງການ​ນີວ​ເຄລຍຂອງ​ສະຫະ​ປະຊາ​ຊາດ ​ໄດ້​ເລີ້ມ​ຂຶ້ນ​ແລ້ວ​ທີ່ກຸງ​ວຽນ​ນາ ຂະນະ​ທີ່​ໜັງສືພິມ​ສໍາຄັນ​ສະບັບ​ນຶ່ງ​ໃນ​ສະຫະລັດ​ລາຍງານ​ວ່າ ອີຣ່ານ​ໄດ້​ລະ​ເມີດ​ຊໍ້າ​ແລ້ວ​ຊໍ້າ​ອີກ​ ກົດໝາຍ​ການ​ເດີນ​ເຮືອທາງ​ທະ​ເລ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຫຼີກ​ລ້ຽງ​ການ​ລົງ​ໂທດ​ຈາກ​ນາໆຊາດ ​ຍ້ອນ​ໂຄງການ​ນີວ​ເຄລຍທີ່​ເປັນ​ບັນຫາ​ໂຕ້​ແຍ້​ງຂອງ​ຕົນ​ນັ້ນ.

ຄາດ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ອົງການ​ພະ​ລັງປະລະມະ​ນູສາກົນ ຫຼື IAEA ​ຈະ​ທໍາ​ຄວາມ​ກົດ​ດັນ​ຕໍ່​ອີຣ່ານ​ ໃຫ້​ອະນຸມັດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ IAEA ​ເຂົ້າໄປ​ເບິ່ງທີ່​ຕັ້ງ​ທາງ​ທະຫານ Parchin ຢູ່​ໃກ້ໆກັບ​ກຸງ​ເຕຫະຣ່ານ ​ໃນ​ລະຫວ່າງ​ການ​ໂອ້​ລົມ​ສົນທະນາ​ກັນ​ເປັນ​ເວລາ 2 ມື້​ນີ້. ອີຣ່ານຍັງ​ບໍ່​ທັນ​ໄດ້ໃຫ້ການອະນຸມັດເທື່ອ ຕໍ່​ຄໍາ​ຮ້ອງ​ຂໍ​ຂອງ​ສະຫະ​ປະຊາ​ຊາດ​ ​ເພື່ອເຂົ້າ ໄປ​ຢ້ຽມຢາມ​ສະຖານ​ທີ່​ແຫ່ງ​ນີ້ ຊຶ່ງ​ພວກເຈົ້າ​ໜ້າ​ທີ່​ສົງ​ໄສ​ວ່າ ​ເປັນ​ບ່ອນ​ທີ່ອີຣ່ານ​ໄດ້ລັກ​ສ້າງ ຫ້ອງ​ສໍາລັບ​ທົດ​ລອງ​ວັດຖຸ​ລະ​ເບີດນັ້ນ.

ບັນດາ​ນັກ​ການ​ທູດ​ຝ່າຍ​ຕາ​ເວັນ​ຕົກ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ສົງ​ໄສ​ວ່າ ອີ່ຣ່ານກໍາລັງ​ຖ່ວງ​ດຶງ​
ເວລາ​ອອກ​ໄປ ​ເພື່ອ​ເກັບ​ມ້ຽນສິ່ງ​ຂອງ​ທີ່​ອາດ​ເປັນ​ຫຼັກຖານ​ໃດໆ ກ່ອນ​ຈະ​ອະນຸຍາດ​ໃຫ້
​ພວກ​ນັກ​ກວດກາ​ພະ​ລັງປະລະມະ​ນູສາກົນ​ເຂົ້າ​ໄປ​ໃນ​ສະຖານ​ທີ່​ດັ່ງກ່າວ​ນັ້ນ.

ການ​ໂອ້​ລົມ​ສົນທະນາ​ກັນ​ລະຫວ່າງ​ອີຣ່ານ​ແລະ 5 ປະ​ເທດ​ສະມາຊິກ​ໃນ​ສະພາ​ຄວາມ​ໝັ້ນ
ຄົງ​ສະຫະ​ປະຊາ​ຊາດ​ບວກ​ກັບ​ເຢຍຣະມັນ ກໍານົດຈະ​ມີ​ຂຶ້ນ​ໃນ​ວັນ​ທີ 23 ພຶດສະພາ​ນີ້​ທີ່​ກຸງ
​ແບກ​ແດ໊ດ. 6 ປະ​ເທດ​ມະຫາ​ອໍານາດ​ຂອງ​ໂລກ ທີ່​ເອີ້ນ​ກັນ​ວ່າ P5+1 ກໍາລັງ​ທໍາ​ຄວາມ​ພະ
ຍາຍາມ​ເພື່ອ​ປະ​ເມິ​ນ​ເບິ່ງ​ສິ່ງທີ່​ອາດ​ສາມາດ​ນໍາ​ໃຊ້​ໄດ້ ​ໃນທາງ​ທະຫານຂອງ ສະຖານທີ່​ນີວ
​ເຄລຍ​ແຫ່ງ​ຕ່າງໆ​ຂອງ​ອີຣ່ານນັ້ນ.

​ໃນ​ຂະນະ​ດຽວ​ກັນ ໜັງສືພິມ Washington Post ​ໄດ້ອ້າງ​ຄໍາ​ເວົ້າຂອງ​ ເຈົ້າ​ໜ້າ​ທີ່​ສະຫະ
ລັດ​ທີ່​ບໍ່​ບອກ​ຊື່​ໃຫ້​ຊາບຈໍານວນ​ນຶ່ງ ໃນວັນ​ຈັນ​ມື້​ນີ້​ວ່າ ອີຣ່ານ​ໄດ້​ປິດລະ​ບົບຕິດຕາມທາງ
​ດາວ​ທຽມ​ ​ກໍາ​ປັ່ນ​ບັນທຸກ​ນໍ້າມັນຂອງ​ຕົນທີ່ອອກ​ແລ່ນ​ທະ​ເລນັ້ນ​ ນັບຕັ້ງ​ແຕ່​ຕົ້ນເດືອນ​ເມ
ສາ​ເປັນ​ຕົ້ນ​ມາ​ແລ້ວ. ໜັງສືພິມ​ສະບັບ​ນີ້ຍັງ​ລາຍ​ງານເຊ່ນ​ກັນ​ວ່າ ການ​ກະທໍາ​ເຊ່ນ​ນີ້​ຂອງ​ອີ
ຣ່ານ ຊຶ່ງເປັນ​ການລະເມີດ​ຕໍ່​ກົດໝາຍ​ເດີນ​ເຮືອ​ທາງ​ທະ​ເລນັ້ນ ​ແມ່ນ​ກໍາລັງຖືກທາງ​ອົງການ
IAEA ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດຢູ່ໃນ​ເວລາ​ນີ້.

ຜ່ານ​ມາ ການ​ປິດ​ລະບົບ​ຕິດຕາມທີ່​ວ່າ​ນີ້​ໄດ້​ມີ​ປະສິດທິ​ຜົນ​ພຽງ​ເລັກ​ນ້ອຍເທົ່າ​ນັ້ນ ໃນ​ການ
​ເຊື່ອງ​ພວກ​ກໍາ​ປັ່ນ​ບັນທຸກ​ນໍ້າມັນ​ຂະໜາດ​ໃຫຍ່​ເຫຼົ່າ​ນີ້.

ອີຣ່ານແມ່ນກາງ​ຕໍ່​ນໍາ​ການ​ສົ່ງ​ອອກ​ນໍ້າມັນ​ຂອງ​ຕົນ​ ​ເປັນ​ແຫ​ລ່ງສໍາຄັນສໍາລັບໃຫ້ໄດ້ມາຊຶ່ງ
ເງິນຕາຕ່າງປະເທດ. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າການ​ລົງ​ໂທດ​ຕ່າງໆ​ກໍາລັງ​ສ້າງ​
ຄວາມເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ຕໍ່ເສດຖະກິດ​ຂອງ​ອີຣ່ານ ​ແລະ​ເງິນຕາ​ຂອງ​ອີຣ່ານ​ໄດ້​ຕົກ​
ລາຄາຢ່າງຫລວງຫລາຍ.

ເບິ່ງວີດີໂອລາຍງານ ກ່ຽວກັບບັນຫານິວເຄລຍຂອງອິຣ່ານ ທີ່ໄດ້ລຸດຜ່ອນ
ຄວາມເຄ່ງຕຶດລົງ ຈົນພາໃຫ້ມີການຮື້ຟື້ນການເຈລະຈາກັນ ຄືນມາໃໝ່:

XS
SM
MD
LG