ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານຮຽກຮ້ອງໃຫ້ ທໍາການເຈລະຈາຮອບໃໝ່ ກ່ຽວກັບນີວເຄລຍຂອງຕົນ


ທ່ານ Saeed Jalili ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ແລະຫົວໜ້າເຈລະຈາ ນີວເຄລຍຂອງອີຣ່ານ.
ວັນທີ 31 ທັນວາ 2011.
ທ່ານ Saeed Jalili ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ແລະຫົວໜ້າເຈລະຈາ ນີວເຄລຍຂອງອີຣ່ານ. ວັນທີ 31 ທັນວາ 2011.

ອີຣ່ານ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ພົບ​ປະ​ເຈລະຈາ​ກັນ​ຮອບ​ໃໝ່​ກັບ​ຝ່າຍ​ຕາ​ເວັນຕົກກ່ຽວກັບ​ໂຄງການ​ນີວ​ເຄລຍຂອງ​ກຸງ​ເຕຫະຣ່ານ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງກັນ ​ແລະ​ໄດ້​ເລືອນ​ການ​ທົດ​ສອບ​ຍິງ​ລູກ​ສອນ​ໄຟ​ທີ່​ຍິງ​ໄດ້​ໃນ​ໄລຍະ​ໄກ​ຂອງ​ຕົນ ທີ່​ອີຣ່ານ​ໄດ້​ກ່າວ​ໃຫ້​ຮູ້​ມາ​ກ່ອນ​ວ່າ ການ​ທົດ​ສອບດັ່ງກ່າວ​ຈະ​ມີ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້​ນັ້ນ.

ອົງການ​ຂ່າວ IRNA ທາງ​ການ​ຂອງ​ອີຣ່ານອ້າງ​ຄໍາ​ເວົ້າ​ທ່ານ Saeed Jalili ທີ່​ປຶກສາ
ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ອີຣ່ານວ່າ ທ່ານ​ໄດ້​ເຊື້ອ​ເຊີນ 5 ປະ​ເທດ​ສະມາຊິກ
ຖາວອນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ບວກ​ກັບ​ເຢຍຣະມັນ​ອັນ​ທີ່​ເອີ້ນ​ກັນ​ວ່າ
P5+1 ​ໃຫ້​ກັບ​ຄືນ​ມາ​ໂອ້ລົມ​ເຈລະຈາ​ກັນ. ອົງການ​ຂ່າວ​ນີ້​ເວົ້າ​ຕື່ມ​ວ່າ ທ່ານ Ali Reza
Sheikh Attar ​ເອກ​ອັກຄະ​ລັດຖະທູດ​ອີຣ່ານປະ​ຈໍາ​ເຢຍຣະມັນ ຈະນໍາ​ຂໍ້​ສະ​ເໜີ​ດັ່ງ
ກ່າວ​ຕໍ່​ທ່ານ​ນາງ Catherine Ashton ຫົວໜ້າ​ວາງນະ​ໂຍບາຍ​ການ​ຕ່າງປະ​ເທດ​
ຂອງ​ສະຫະພາບ​ຢູ​ໂຣບ.

ກຸ່ມ P5+1 ​ໄດ້​ພົບ​ປະກັນ​ຄັ້ງ​ຫລ້າ​ສຸດ​ກັບ​ອີຣ່ານ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ​ແຕ່​
ການ​ເຈລະຈາ​ກັນ​ໄດ້​ຍຸດຕິ​ລົງ​ໂດຍ​ບໍ່​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ໃດໆ. ​ໃນ​ເວລາ​ນັ້ນ ທ່ານ
Jalili ກ່າວ​ວ່າ ກຸງ​ເຕຫະຣ່ານຈະ​ຮັກສາ​ສິດທິ​ຂອງ​ຕົນ​ໃນ​ການ​ມີ​ເຕັກ​ໂນ​ໂລ​ຈີ​ດ້ານ​
ນີວ​ເຄລຍຂອງ​ຕົນ​ຕໍ່​ໄປ ຮວມທັງ​ການຫລອມ​ທາດ​ຢູ​ເຣນຽມ​ນໍາ.

ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ທາງ​ການ​ທູດ​ໃໝ່ໆ​ນີ້​ມີ​ຂຶ້ນ​ຫລັງ​ຈາກ​ການ​ນາບ​ຂູ່
ຂອງ​ອີຣ່ານທີ່​ຈະ​ອັດ​ຊ່ອງ​ແຄບ Hormuz ຖ້າ​ຝ່າຍ​ຕາ​ເວັນ​ຕົກ​ວາງ​ການ​ລົງ​ໂທດ​ຄັ້ງ
ໃໝ່​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຮວມຫົວ​ປະຕິ​ເສດ​ຊື້ນໍ້າມັນ​ສົ່ງ​ອອກ​ຂອງ​ອີຣ່ານນັ້ນ. ສະ
ຫະລັດ​ໄດ້​ໂຕ້​ຕອບ​ດ້ວຍ​ການ​ປະນີປະນອມ​ກັນ​ເພື່ອ​ຮັກສາ​ໃຫ້​ຊ່ອງ​ແຄບ Hormuz
ໄຂ​ຕໍ່​ໄປ​.

XS
SM
MD
LG