ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິຣ່ານ ແລະ ມະຫາອໍານາດໂລກ ເຈລະຈາກັນ ເປັນມື້ທີສອງ


ການເຈລະຈາເລຶ່ອງນີວເຄຼຍຂອງອິຣ່ານ ທີ່ແບັກແດັດ
ການເຈລະຈາເລຶ່ອງນີວເຄຼຍຂອງອິຣ່ານ ທີ່ແບັກແດັດ

ຂະນະ​ນີ້ ​ອິຣ່ານ​ແລະ​ບັນດາປະ​ເທດ​ມະຫາ​ອໍານາດຂອງ​ໂລກ ​ກໍາລັງ​ທໍາ​ການ​ເຈລະຈາ​ກັນເປັນມື້​ທີ່​ສອງໂດຍ​ບໍ່​ມີ​ໝາຍ​ກໍາໜົດ​ ​ເມື່ອ​ວັນ​ພະຫັດ​ມື້​ນີ້ ກ່ຽວ​ກັບ​ຂໍ້​ສະ​ເໜີ​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ໂຄງການ​ນີວ​ເຄຼຍຂອງ​ອິຣ່ານນັ້ນ.

ການ​ເຈລະຈາ​ກັນ​ເມື່ອ​ວັນ​ພຸດ​ວານ​ນີ້ ທີ່​ນະຄອນຫຼວງ​ແບັກ​ແດັດ ກາຍ​ເປັນ ອຸບ​ປະ​ສັກ ​ເວລາ​ບັນດາປະ​ເທດ​ມະຫາ​ອໍານາດ​ຕາ​ເວັນ​ຕົກບອກ​ປະຕິ​ເສດ​ຕໍ່ການ​ຮຽກຮ້ອງຂອງ​ເຕຫະຣ່ານທີ່​ຢາກ​ໃຫ້​ຜ່ອນ​ຜັນ​ການ​ລົງ​ໂທດດ້ານ​ເສດ ຖະກິດໃນ​ທັນທີ ​ແລະ​ສື່​ມວນ​ຊົນ​ຂອງທາງ​ການ​ອິຣ່ານກ່າວ​ວ່າ ຂໍ້​ສະ​ເໜີ​ຕ່າງໆ​ທີ່ຢູ່​ໂຕະ​ເຈລະຈານັ້ນ ຕ້ອງ​ໃຫ້​ມີ​ການ​ດັດ​ແປງ​ແກ້​ໄຂຢ່າງ​ໃຫຍ່.

ຫຼັງຈາກ​ການ​ເຈລະຈາໃນວັນ​ພຸດ​ວານ​ນີ້​ແລ້ວ ​ເຈົ້າໜ້າ​ທີ່​ການ​ທູດ​ອາ​ວຸ​ໂສ​ສະຫະລັດ​ທ່ານ​ນຶ່ງເວົ້າວ່າ ບໍ່​ໄດ້​ມີ​ການ​ຕົກລົງ​ກັນ​ໃດໆ​ລະຫວ່າງ​ທັງ​ສອງ​ຝ່າຍ ​ແຕ່ກໍ​ມີບາງພາກສ່ວນທີ່​ມີ​ຄວາມ​ເຫັນ​ພ້ອມຮ່ວມ​ກັນ.

ອິຣ່ານກໍາລັງ​ພົບ​ປະ​ກັບ​ບັນດາ​ຜູ້​ຕາງ​ໜ້າ ​ຈາກ​ຫ້າ​ປະ​ເທດ ສະມາຊິກ​ຖາ ວອນ​ຂອງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະ​ຫະປະຊາ​ຊາດບວກ​ເຢຍຣະມັນ​ ຊຶ່ງເປັນ​ກຸ່ມ​ທີ່​ຮູ້​ກັນໃນ​ນາມ P5 + 1 ນັ້ນ ​ເພື່ອ​ການ​ເຈລະຈາ​ທີ່​ແນ​ເປົ້າ​ໃສ່​ເລຶ່ອງຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ໄຝ່ຝັນ ​ຢາກ​ມີ​ອາວຸດ​ນີວ​ເຄຼຍຂອງ​ອິຣ່ານ.

ອິຣ່ານ​ໄດ້​ເວົ້າ​ໄວ້​ວ່າ ການ​ເສີມ​ສະມັດຖະພາບ​ທາດ​ຢູ​ເຣນຽມ ​ແມ່ນ​ມີ​ຈຸດ ປະສົງເພື່ອການ​ຄົ້ນ​ຄວ້າ​ດ້ານ​ການ​ແພດ​ ​ແລະ​ເພື່ອ​ຜະລິດ​ກະ​ແສ​ໄຟຟ້າ​ເທົ່າ​ນັ້ນ. ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ຢ້ານ​ວ່າ​ອິຣ່ານອາດ​ສາມາດຍົກ​ລະດັບ ຢ່າງ​ໄວວາ​ກ່ຽວ​ກັບການ​ກັ່ນ​ທາດ​ຢູ​ເຣນຽມໃຫ້​ບໍລິສຸດ​ໄດ້ 90 ​ເປີ​ເຊັນ ຊຶ່ງ​ເປັນ​ຄຸນ​ນະພາ​ບທີ່​ໃຊ້​ຜະລິດ​ອາ​ວຸດນີວ​ເຄຼຍ​ນັ້ນ​.

​ເມື່ອ​ວັນ​ພຸດ​ວານ​ນີ້ ບັນດາ​ຜູ້​ຕາງ​ໜ້າ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ຍື່ນສະ​ເໜີ​ແຜນ ການ ທີ່​ຮຽກຮ້ອງ​ໃຫ້​ເຕຫະຣ່ານ ​ໂຈະ​ການ​ຜະລິດ​ເຊື້ອ​ໄຟ​ນີວ​ເຄຼຍຂອງຕົນ​ໃຫ້​ຢູ່ໃນ​ລະດັບ​ທີ່​ມີ​ຄວາມ​ບໍລິສຸດ 20 ​ເປີ​ເຊັນທີ່ຖືວ່າ​ເປັນ​ບາດກ້າວນຶ່ງຫ່າງ ຈາກເຊື້ອ​ໄຟ​ທີ່​ສາມາດໃຊ້​ຜະລິດອາວຸດ​ໄດ້​. ນອກ​ນີ້​ແລ້ວແຜນການດັ່ງ ກ່າວຍັງຢາກ​ໃຫ້​ອີຣ່ານ​ປິດ​ໂຮງງານ​ກັ່ນ​ທາດ​ຢູ​ເຣນຽມ​ແຫ່ງ​ນຶ່ງທີ່​ສ້າງ​ຂຶ້ນຢູ່​ພາຍ​ໃນ​ຂຸມຫຼົບ​ໄພ​ອັນແໜ້ນໜາ​ຂອງກອງທັບ ​ໃກ້ໆ​ເມືອງ Qom ຫົວ​ເມືອງສັກສິດ​ຂອງ​ສາສະໜາ​ອິສລາມ​ນິກາຍ​ຊີ​ໄອ​ທ໌.

​ເພື່ອເປັນ​ສິ່ງ​ຕອບ​ແທນ​ນັ້ນ ກຸ່ມ P5 + 1 ​ໄດ້​ສະ​ເໜີ​ໃຫ້​ຜົນ​ປະ​ໂຫຍ​ດ ຕ່າງໆ ​ແກ່​ອິຣ່ານ ​ໂຮມ​ທັງ isotopes ການ​ແພດ ການ​ຮ່ວມ​ມື​ຄວາມ​ປອດ​ໄພດ້ານ​ນີວ​ເຄຼຍບາງ​ຢ່າງ ​ແລະເຄື່ອງອາ​ໄຫຼ່​ສໍາລັບ​ເຮືອບິນ​ໂດຍສານ ທີ່​ອິຣ່ານຕ້ອງການຫຼາຍ​ທີ່​ສຸດ​ນັ້ນ.

ສ່ວນຝ່າຍ​ອິຣ່ານສະ​ແດງ​ໃຫ້​ເຫັນ​ວ່າ ການ​ຍຸຕິ​ລົງຂອງ​ການ​ລົງ​ໂທດໂດຍ ປະ​ເທດ​ຕາ​ເວັນຕົກ​ຕໍ່​ການຄ້ານໍ້າມັນ​ຂອງ​ເຕຫະຣ່ານນັ້ນ​ເປັນ​ປັດໄ​ຈ​ສໍາຄັນ​ສໍາລັບ​ການ​ເຈລະຈາໃຫ້ຄືບ​ໜ້າ​ໄປ​ໄດ້. ​ແຕ່​ບັນດາ​ນັກ​ການ​ທູດ​ຈາກ​ຫົກ​ປະ​ເທດ​ມະຫາ​ອໍານາດ​ໂລກ ​ໄດ້​ປະຕິ​ເສດ​ທີ່ຈະພິຈາລະນາ​ເພື່ອເລື່ອນມາດ​ຕະ ການລົງ​ໂທດ​ທີ່​ຮຸນ​ແຮງ​ກວ່າ​ເກົ່າ​ຊຸດ​ໃໝ່​ນັ້ນ.

XS
SM
MD
LG