ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຣ່ານ ແລະອໍານາດຕາເວັນຕົກ ຊົມເຊີຍ ກອງປະຊຸມ ນີວເຄລຍບັ້ນລ່າສຸດ


ກອງປະຊຸມນີວເຄລຍ ທີ່ເມືອງອີສຕັນບູນ ປະເທດເທີກີ ລະຫວ່າງອິຣ່ານ ແລະບັນດາປະເທດມະຫາອໍານາດ ຕາເວັນຕົກ
ກອງປະຊຸມນີວເຄລຍ ທີ່ເມືອງອີສຕັນບູນ ປະເທດເທີກີ ລະຫວ່າງອິຣ່ານ ແລະບັນດາປະເທດມະຫາອໍານາດ ຕາເວັນຕົກ

ການພົບປະສົນທະນາກັນຢູ່ນະຄອນອິສຕັງບູນ ລະຫວ່າງບັນດາປະເທດມະຫາອໍານາດ
ຂອງໂລກ ແລະອີຣ່ານ ກ່ຽວກັບໂຄງການນີວເຄລຍຂອງກຸງເຕຮະຣານ ທີ່ເປັນເລື້ອງຖົກ
ຖຽງກັນຢູ່ນັ້ນ ໄດ້ສິ້ນສຸດລົງໃນວັນເສົາວານນີ້ ໂດຍມີຄວາມ ມຸ້ງໝັ້ນ ທີ່ພົບປະກັນອີກ ຢູ່ໃນນະຄອນຫລວງແບັກແດດ ຂອງອີຣັກ ໃນວັນທີ 23 ພຶດສະພາ.

ພາຍຫລັງການເຈລະຈາກັນ​ເປັນ​ເວລາເກືອບ 10 ຊົ່ວໂມງ ທັງສອງຝ່າຍເວົ້າວ່າ ກອງປະ
ຊຸມໄດ້ຖືກຈັດຂຶ້ນ ໃນບັນຍາກາດທີ່ມີລັກສະນະ “​ໃນ​ທາງ​ບວກ ແລະ ສ້າງສັນ”.

ຫົວໜ້ານະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton
ກ່າວວ່າ ການສົນທະນາກັນແມ່ນມີ “ລັກສະນະສ້າງສັນ” ແລະ “ເປັນປະໂຫຍດ” ​ແລ
ະກ່າວເພີ້ມອີກວ່າກອງປະຊຸມຢູ່ນະຄອນແບກແດດຈະເປັນສ່ວນນຶ່ງຂອງວິທີການ “ກ້າວ
ໄປເທື່ອລະກ້າວ”. ຮອງທີ່ປຶກສາດ້ານຄວາມໝັ້ນຄົງຂອງສະຫະລັດ ຝ່າຍການສື່ສານດ້ານ
ຍຸດທະສາດ ທ່ານ Ben Rhodes ເອີ້ນການພົບປະຄັ້ງນີ້ວ່າ “ເປັນບາດກ້າວທີ່ດີຂັ້ນທໍາ
ອິດ.” ທ່ານກ່າວວ່າ ການຕົກລົງ ທີ່ຈະພົບປະກັນອີກໃນເດືອນພຶດ ສະພາ ກໍເປັນສັນ
ຍານທີ່ດີອີກອັນນຶ່ງ.

ຫົວໜ້າຝ່າຍເຈລະຈາຂອງອີຣານ ທ່ານ Saeed Jalili ເວົ້າວ່າ ການເຈລະຈາໃນວັນເສົາ
ວານນີ້ “ໄດ້ເຫັນວ່າ ການພັດທະນາພື້ນຖານຮ່ວມກັນອັນສໍາຄັນ ຂຶ້ນມາ” ​ແລະໄດ້​ມີ​ການ
ຕົກລົງ​ຮັບ​ເອົາປະເດັນຕ່າງໆ​ສໍາລັບການຮ່ວມມື ແລະການເຈລະຈາກັນ ​ໃນກອງປະຊຸມ
ເທື່ອໜ້າ.

ແຕ່ວ່າ ນອກຈາກ​ເລື້ອງທີ່ວ່າ ທັງສອງຝ່າຍໄດ້ຮັບ​ຮູ້​ໃນຄວາມສໍາຄັນຂອງການປະຕິບັດ ຕາມສົນທິສັນຍາບໍ່ໃຫ້ມີການແຜ່ຜາຍອາວຸດນີວເຄລຍ ແລະຮັບຮູ້ເຖິງ ສິດທິຂອງລັດຖະ ບານເຕຮະຣານໃນການພັດທະນາພະລັງງານນີວເຄລຍແລ້ວ ນັ້ນ ກໍບໍ່ໄດ້ມີລາຍລະອຽດ
ໃດໆ ກ່ຽວກັບວ່າ​ໄດ້​ມີ​ການ​ບັນລຸ​ຂໍ້​ຄິດ​ເຫັນອັນດຽວ ກັນ ກ່ຽວ​ກັບເລື້ອງ​ອື່ນໃດອີກ.

ການພົບປະເຈລະຈາໃນວັນເສົາວານນີ້ ລະຫວ່າງພວກນັກການທູດຈາກອີຣ່ານ ແລະ 5 ສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ສະຫະລັດ, ອັງກິດ, ຈີນ,
ຝຣັ່ງ ​ແລະ​ຣັດ​ເຊຍ) ບວກກັບເຢຍລະມັນນັ້ນ ​ແ​ມ່ນ ເປັນຄັ້ງທໍາອິດ ນັບແຕ່ການພົບປະ
ກັນຊຸດ​ກ່ອນ​ໄດ້​ແຕກ​ຫັກ​ລົງ​ເມື່ອ 15 ເດືອນ ກ່ອນ ທ່າມກາງການກ່າວຫາຊຶ່ງກັນແລະກັນ.

XS
SM
MD
LG