ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບຫຼັກຖານ ກ່ຽວກັບ ການທຳຄວາມສະອາດ ຢູ່ສະຖານທີ່ນີວເຄຼຍ ຂອງອິຣ່ານ (ເບິ່ງວີດີໂອ)


برازیل کی ریاست ماٹو گروسو کے مرکزی شہر کوئیابا میں ملک کے مقامی باشندوں کے کھیلوں کے مقابلے جاری ہیں۔
برازیل کی ریاست ماٹو گروسو کے مرکزی شہر کوئیابا میں ملک کے مقامی باشندوں کے کھیلوں کے مقابلے جاری ہیں۔

ພວກ​ນັກ​ການ​ທູດ​ປະ​ເທດ​ຕາ​ເວັນ​ຕົກກ່າວ​ວ່າ ຮູບຖ່າຍ​ທາງດາວ​ທຽມທີ່​ຖືກ​ທົບ​ທວນ​ເບິ່ງ
ໂດຍ​ອົງການ​ພະລັງງານ​ປະລະມະ​ນູສາກົນ ຫລື IAEA ພົບ​ເຫັນ​ລົດ​ບັນທຸກ ​ແລະ​ລົດ​ດຸດ
ດິນຫລາຍ​ຄັນ ຢູ່ທີ່​ຄ້າຍທະຫານ​ແຫ່ງ​ນຶ່ງຂອງ​ອິຣ່ານ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຮ່ອງຮອຍ​ເພີ່ມ
ຕື່ມ​ອີກວ່າອິຣ່ານອາດກໍາລັງພະ ຍາຍາມ​ມ້ຽມມັດ​ທໍາ​ຄວາມ​ສະອາດ​ສະຖານທີ່​ນິວ​ເຄລຍ
Parchin ຂອງ​ຕົນ​ ທີ່ຕັ້ງຢູ່​ກໍ້າ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ນະຄອນຫຼວງ​ເຕຫະຣ່ານໃຫ້ແລ້ວ
ກ່ອນ ທີ່​ຈະ​ອະນຸຍາດ​ທີ​ມງານ​ນີວ​ເຄລຍອົງການ​ສະຫະປະຊາ​ຊາດ ເຂົ້າ​ໄປ​ກວດກາ​ໄດ້.

ພວກ​ນັກ​ການ​ທູດ ທີ່​ຂໍ​ສະຫງວນ​ຊື່ ກ່າວ​ວ່າ ພວກ​ຕົນ​ສົງ​ໄສ​ວ່າມີການ​ດຳ ​ເນີນ​ຄວາມ​ພະ
ຍາຍາມ​ເພື່ອ​ມ້ຽນ​ມັດສະຖານ​ທີ່​ດັ່ງກ່າວຍ້ອນ​ລົດ​ບາງ​ຄັນ​ທີ່ ຢູ່​ໃນ​ພາບ​ຖ່າຍ​ປະກົດ​ວ່າ​ເປັນ​ລົດ
ບັນທຸກ​ແລະ​ອຸບປະກອນຕ່າງໆ​ທີ່​ເໝາະ ສຳ​ຫຼັບດຸດ​ເອົາ​ດິນ​ທີ່​ອາດມີ​ກຳ​ມັນ​ຕະພາບ​ລັງ​ສີີ​ປົນ
ຢູ່​ນຳ​ນັ້ນອອກ​ໄປ​ຈາກ​ບໍ ລິ​ເວນ​ດັ່ງກ່າວ.

ພວກ​ນັກ​ການ​ທູດ ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ກ່ອນກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ອົງການ
IAEA ​ເມື່ອ​ວັນ​ພະຫັດ​ມື້​ນີ້ກ່ຽວ​ກັບ​ການ​ທ້າ​ທາຍ​ຂອງ​ອິຣ່ານຕໍ່​ສະພາ​ຄວາມ​ໝັ້ນຄົງ​ອົງການ
ສະຫະ​ປະຊາ​ຊາດ ທີ່​ທວງ​ໃຫ້​ອິຣ່ານຍຸຕິ​ການ​ເສີມ​ສະມັດຖະພາບຢູ​ເຣນຽມ​ແລະ​ກໍາຈັດ​ຄວາມ
ສົງໄສ​ຕ່າງໆ​ທີ່​ອາດ​ສໍ່​ສະ​ແດງໃຫ້​ເຫັນວ່າອິຣ່ານອາດພວມ​ສ້າງ​ອາ​ວຸດ​ນີວ​ເຄລຍນັ້ນ.

ເບິ່ງວີດີໂອ ການເປີດເຈລະຈາຄືນໃໝ່ ກ່ຽວກັບໂຄງການນິວເຄລຍອີຣ່ານ

XS
SM
MD
LG