ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ຈະພົບກັບ ນາຍົກ ລມຕ ອີສຣາແອລ ກ່ຽວກັບອິຣ່ານ


ປະທານາທິບໍດີອິຣ່ານ ມາຫະມູດ ອາຫະມາດິເນຈາດ ເຂົ້າຊົມ ສະຖານທີ່ເສີມສະມັດຖະພາບ ທາດຢູເຣນຽມແຫ່ງນຶ່ງ ຂອງອີຣ່ານ, ວັນທີ 18 ກຸມພາ 2012.
ປະທານາທິບໍດີອິຣ່ານ ມາຫະມູດ ອາຫະມາດິເນຈາດ ເຂົ້າຊົມ ສະຖານທີ່ເສີມສະມັດຖະພາບ ທາດຢູເຣນຽມແຫ່ງນຶ່ງ ຂອງອີຣ່ານ, ວັນທີ 18 ກຸມພາ 2012.

ເຈົ້າໜ້າ​ທີ່​ຄວາມ​ໝັ້ນຄົງ​ລະດັບ​ສູງ​ຂອງສະຫະລັດທ່ານນຶ່ງ ມີ​ກໍານົດ​ທີ່​ຈະ​ພົບ​ປະກົບ​ທ່ານ
Benjamin Netanyahu ນາຍົກລັດຖະມົນຕີອີສຣາ​ແອລ​ ໃນວັນ​ອາທິດ​ມື້​ນີ້ ທ່າມກາງ​
ຄວາມ​ເຄ່ງ​ຕຶງທີ່​ເພິ່ມທະວີ​ຂຶ້ນ​ລະຫວ່າງ ອີສຣາ​ແອ​ລ ​ແລະ ອິຣ່ານ ກ່ຽວ​ກັບ​ໂຄງການ​ນີວ
ເຄລຍຂອງ​ອິຣ່ານນັ້ນ.

ທໍານຽບຂາວ​ກ່າວ​ວ່າ ທ່າ​ນ Tom Donilan ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ ​ແຫ່ງ​ຊາດ​ສະ
ຫະລັດ ​ຈະ​ທໍາການ​ເຈລະຈາ​ກັນ​ກັບ​ນາ​ຍົກ​ລັດຖະມົນຕີ​ເນ​ຕັນຢາ​ຮູ​ທີ່ເມືອງ​ເຈຣູຊາ​ແລມ.

ການ​ພົນ​ປະກັນ​ຄັ້ງ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ນາຍ​ພົນ Martin Dempsey ຫົວໜ້າ​ເສນາ​ທິ
ການ​ຮ່ວມ​ສະຫະລັດ ກ່າວ​ວ່າການ​ໂຈມ​ຕີ​ຂອງ​ອີສຣາ​ແອ​ລຕໍ່ ສະຖານ​ປະລະມະ​ນູ​ແຫ່ງ​
ຕ່າງໆ​ຂອງ​ອິຣ່ານນັ້ນ ຈະ​ບໍ່​ເປັນ​ການ​ລອບ​ຄອບປານ​ໃດ. ​ໃນ​ການ​ໃຫ້​ສໍາພາດ​ບັ້ນ​ນຶ່ງ​
ທີ່​ຈະອອກ​ອາກາດ ໃນ​ວັນ​ອາທິດ​ມື້​ນີ້ ນາຍ​ພົນ Dempsey ​ໄດ້​ບອກ​ເຄືອ​ຂ່າຍ​ໂທລະ
ພາບ​ CNN ວ່າ ການໂຈມຕີນີ້ຈະເປັນການທັບມ້າງສະຖຽນລະພາບຫລາຍກວ່າ ແລະ
ຈະບໍ່ປະສົບຜົນສໍາເລັດໃນວັດຖຸປະສົງໄລຍະຍາວຕ່າງໆຂອງອີສຣາແອລນັ້ນເລີຍ.

ທີ່ປຶກສາ Donilan ນັບວ່າເປັນຄົນ​ຫລ້າ​ສຸດ​ໃນ​ບັນດາເຈົ້າໜ້າທີ່ອະເມຣິກັນຫລາຍໆ​ຄົນ
ທີ່​ໄດ້​ໄປ​ທໍາ​ການປຶກສາບັນຫາກ່ຽງກັບອິຣ່ານກັບພວກ ເຈົ້າໜ້າທີ່ອີສຣາແອລ.

ໄດ້ມີ​ການ​ສັນນິຖານ​ກັນ​ຕ່າງໆ​ນາໆ ໃນບໍ່ເທົ່າໃດອາທິດຜ່ານມານີ້ວ່າອີສຣາແອລກໍາລັງ
ຕຽມທີ່ຈະໂຈມຕີສະຖານທີ່​ນິວ​ເຄລຍແຫ່ງຕ່າງໆ ຂອງອິຣ່ານ.

ຂ່າວອີກກະແສນຶ່ງນັ້ນ ພວກນັກການທູດກ່າວວ່າ ອິຣ່ານແມ່ນພ້ອມທີ່ຈະ​ເສີມສະມັດ
ຖະພາບ​ທາດ​ຢູ​ເຣນຽມ​ ຢູ່​ສະຖານທີ່​ນີວ​ເຄລຍໃຕ້​ດິນ​ແຫ່ງ​ນຶ່ງ ​ໃຫ້ເຖິງ​ຂັ້ນ​ທີ່​ຈະ​ນໍາພາ​
ອິຣ່ານ ກ້າວ​ໄປ​ໃກ້ຄວາມ​ສາມາດ​ໃນການສ້າງ​ອາ​ວຸດ​ນີວ​ເຄລຍຫລາຍ​ຂຶ້ນ.

ພວກ​ນັກ​ການ​ທູດ ທີ່​ປະ​ຈໍາ​ຢູ່​ວຽນ​ນາ ​ແລະໃຫ້​ຄວາມ​ເຫັນ​ບົນ​ເງື່ອນ​ໄຂ​ທີ່​ວ່າ​ຕ້ອງ​ບໍ່​ອອກ
ຊື່ພວກເຂົາ​ເຈົ້ານັ້ນ ກ່າວວ່າ ອິຣ່ານກໍາລັງ​ກຽມ​ທີ່ຈະຕິດຕັ້ງເຕົາ​ແຍກປະລະມະ​ນູ​ໃໝ່​ຫລາຍ
ພັນເຄຶ່ອງ ຢູ່​ສະ​ຖານ​ທີ່ເສີມ​ສະມັດ ຖະພາບນີວ​ເຄລຍ Fordo ​ທີ່​ສ້າງ​ຂຶ້ນຢູ່​ພາຍ​ໃນ​ພູ​ເຂົາ
ແຫ່ງ​ນຶ່ງໃກ້ເມືອງ Qom ທາງພາກ​ເໜືອ​ຂອງ​ປະ​ເທດ.

XS
SM
MD
LG