ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຣ່ານຫ້າມຜູ້ກວດການິວເຄລຍເຂົ້າປະເທດ


ຫົວໜ້າ​ອົງການ​ພະລັງ​ງານນິວ​ເຄລຍຂອງ​ອິຣ່ານກ່າວ​ວ່າ
ຜູ້​ກວດກາ ຂອງສະຫະ​ປະຊາ​ຊາດ 2 ຄົນ ​ໄດ້​ຖືກ​ຫ້າມ​
ບໍ່​ໃຫ້ເຂົ້າ​ໄປໃນ​ອິຣ່ານ​ ຍ້ອນ​ໄດ້ນຳສະ​ເໜີ​ອັນ​ທີ່​ທ່ານ​ບັນ​
ລະ​ຍາຍ​ວ່າ ​ເປັນ​ຂໍ້​ມູນ​ທ່ີ​ຜິດໆກ່ຽວ​ກັບ​ ໂຄງການ​ນິວ​ເຄລຍ
ຂອງ​ອິຣ່ານ.

ອົງການ​ຂ່າວ​ນັກ​ສຶກສາ​ອິຣ່ານ ອ້າງ​ຄຳ​ເວົ້າ​ຂອງ​ທ່ານ Ali
Akbar Salehi ​ໃນ​ວັນ​ຈັນ​ມື້​ນີ້​ ທີ່​ກ່າວ​ວ່າ ​ເຈົ້າໜ້າ​ທີ່​
ກວດກາຂອງ​ອົງການກາ​ນ ພະລັງ​ປະລະມະ​ນູສາ​ກົນ
2 ຄົນ​ດັ່ງກ່າວຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້ເຂົ້າ ​ໄປ​ໃນ​ອິຣ່ານ​
ເພື່ອ​ໄປ​ກວດກາເບິ່ງໂຮງງານ​ນິວ​ເຄລຍຂອງ​ອິຣ່ານນັ້ນ. ທ່ານ Salehi ກ່າວ​ຫາ​ພວກ
ເຈົ້າ​ໜ້າ​ທີ່ເຫລົ່ານັ້ນວ່າ ເປີດ​ເຜີຍ​ຂ່າວ​ຂໍ້​ມູນ​ກ່ອນທີ່ທາງ​ການຂອງອິຣ່ານຈະໄດ້ກວດກາ​
ເບິ່ງແລະ​ສະ​ເໜີລາຍ​ງານທີ່ບໍ່​ຖືກຕ້ອງ ​ແຕ່​ທ່ານ​ບໍ່​ໄດ້ໃຫ້​ລາຍ​ລະອຽດ.

ການ​ເຄື່ອນ​ໄຫວ​ທ່ີ​ວ່າ​ນີ້​ມີ​ຂຶ້ນ ​ຫລັງ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະ ຊາຊາດ​ລົງ
ມະຕິ​ຮັບ​ຜ່ານ​ການ​ລົງ​ໂທດ​ຮອບ​ທີ 4 ຕໍ່​ອິຣ່ານ ຍ້ອນໂຄງ ການ​ນິວ​ເຄລຍຂອງ​ອິຣ່ານ
ທີ່​ທາງ​ພວກ​ປະ​ເທດຕາ​ເວັນ​ຕົກ​ສົງ​ໄສ​ວ່າ ມີ​ວັດຖຸ​ປະສົງ​ເພື່ອ​ສ້າງ​ອາວຸດ​ນິວ​ເຄລຍ
ແຕ່​ອິຣ່ານອ້າງວ່າມີ​ວັດຖຸ​ປະສົງ ​ໃນ​ດ້ານ​ສັນຕິ​ນັ້ນ.

XS
SM
MD
LG