ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີໄຂການສົນທະນາຫາລື ກ່ຽວກັບໂຄງການນີວເຄລຍ ຂອງອິຣ່ານ


ເອກອັກຄະລັດຖະທູດຂອງອີຣ່ານປະຈຳອົງການພະລັງງານປະລະມະນູສາກົນ
ທ່ານ Ali Asghar Soltanieh,
ເອກອັກຄະລັດຖະທູດຂອງອີຣ່ານປະຈຳອົງການພະລັງງານປະລະມະນູສາກົນ ທ່ານ Ali Asghar Soltanieh,

ພວກຜູ້ຕາງໜ້າຂອງ Iran ແລະ 6 ປະເທດມະຫາ
ອໍານາດຂອງໂລກກຳລັງ ພົບປະກັນ ທີ່ປະເທດ
Turkey ເພື່ອສົນທະນາຫາລື ກ່ຽວກັບໂຄງການ
ນີວເຄລຍທີ່ເປັນບັນຫາໂຕ້ແຍ້ງຂອງກຸງ Tehran ນັ້ນ.

ການສົນທະນາຫາລືກັນເປັນເວລາ 2 ວັນ ທີ່ຮວມດ້ວຍ
ສະມາຊິກຖາວອນ 5 ປະເທດຂອງສະພາຄວາມໜັ້ນຄົງ
ອົງການສະຫະປະຊາຊາດ ແລະ ເຢຍລະມັນ ຊຶ່ງກຸ່ມນີ້
ຮູ້ກັນໃນນາມກຸ່ມ P5 +1.

ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ທ່ານ
Mark Toner ຖະແຫລງວ່າ ສະຫະລັດແມ່ນບໍ່ໄດ້ຄາດ
ຫວັງວ່າຈະມີຄວາມກ້າວໜ້າຫຍັງຫຼວງຫຼາຍ ໃນການ
ເຈລະຈາຫາລືທີ່ນະຄອນ Istanbul ແຕ່ທ່ານກໍເວົ້າວ່າ
ສະຫະລັດເຕັມໃຈທີ່ສົນທະນາຫາລືກ່ຽວກັບຂໍ້ສະເໜີ
ແລກປ່ຽນເຊື້ອໄຟນີວເຄລຍ ທີ່ໄດ້ມີການປັບປ່ຽນ ເພື່ອໃຫ້ສະທ້ອນເຖິງຄວາມກ້າວໜ້າໃນ
ການກັ່ນທາດ Uranium ຂອງ Iran ນັບແຕ່ປີ 2009 ເປັນຕົ້ນມາ.

ເຈົ້າໜ້າທີ່ທາງການຂອງ Iran ໄດ້ກ່າວວ່າ ກຸງ Tehran ຈະບໍ່ສົນທະນາກ່ຽວກັບບັນຫາ
ເທັກນິກແລະມູມມອງທາງກົດໜາຍຂອງໂຄງການນີວເຄຍຂອງຕົນ.

ເອກອັກຄະລັດຖະທູດຂອງອີຣ່ານປະຈຳອົງການພະລັງງານປະລະມະນູສາກົນ ທ່ານ Ali
Asghar Soltanieh ກ່າວໃນວັນພະຫັດວານນີ້ວ່າ ອີຣ່ານ ພ້ອມແລ້ວທີ່ຈະສົນທະນາ
ກ່ຽວກັບການແລກປ່ຽນເຊື້ອໄຟນີວເຄລຍທີ່ໃຊ້ໃນການແລ່ນເຕົາແຍກນິວເຄລຍນັ້ນ.

ທ່ານຍັງກ່າວອີກວ່າ ພວກທີ່ມີອໍານາດຂອງໂລກຈໍາເປັນຈະຕ້ອງໄດ້ເຄື່ອນໄຫວຢ່າງວ່ອງໄວ ກ່ຽວກັບຂໍ້ຕົກລົງນີ້ ເພາະວ່າກຸງ Tehran ອາດຈະບໍ່ຕ້ອງການຂໍ້ຕົກລົງ ເວລາໃດທີ່ອີຣ່ານ
ເລີ້ມເອົາທາດ Uranium ທີ່ຕົນໄດ້ກັ່ນໃໝ່ ເພິ່ມເກຣດຂຶ້ນໄດ້ 20% ແລ້ວນັ້ນໃສ່ເຕົາແຍກ ຂອງຕົນ.

XS
SM
MD
LG