ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳປັ່ນ​ລົບ ຂອງ​ອີຣ່ານ ​​​ແນ​ແສງ​ເລເຊີ ໃສ່​​ເຮ​ລິ​ຄອບ​ເຕີ ອາ​ເມ​ຣິກັນ


ກຳປັ່ນລົບ USS Cole
ກຳປັ່ນລົບ USS Cole

ກຳປັ່ນ​ລົບຂອງ​ອີຣ່ານລຳ​ນຶ່ງ ​ໄດ້ແນ​ແສງ​ເລເຊີ​ໃສ່​ເຮືອບິນ​ເຮ​ລິ​ຄອບ​ເຕີອາ​ເມ​ຣິກັນ ທີ່​ໄດ້ຕິດຕາມກຳປັ່ນລົບ 3 ລຳ​ຂອງ​ສະຫະລັດ ຢູ່​ໃນ​ບໍລິ​ເວນ​ຊ່ອງ​ແຄບ Hormuz ອີງ​ຕາມ​
ຄຳເວົ້າຂອງ​ເຈົ້າ​ໜ້າ​ທີ່​ກອງທັບ​ເຮືອ​ສະຫະລັດ ໃນ​ວັນ​ພຸດ​ວານ​ນີ້.

ພັນ​ໂທ Bill Urban ​ໂຄສົກກອງທັບ​ເຮືອທີ 5 ​ຂອງ​ສະຫະລັດ ໄດ້​ກ່າວ​ວ່າ ກຳປັ່ນລົບ
ຂອງ​ອີຣ່ານ ​ແມ່ນ​ໄດ້​ແລ່ນເຂົ້າ​ມາໃກ້ປະມານ 730 ​ແມັດ ຫ່າງ​ຈາກ​ກຳ​ປັ່ນ​ລົບ USS
Batan ຊຶ່ງ​ເປັນ​ການ​ກະທຳ “​ທີ່​ບໍ່​ປອດ​ໄພ ​ແລະ​ບໍ່​ເປັນ​ມື​ອາຊີບ” ​ໃນ​ແລງ​ວັນ​ອັງຄານ
​ຜ່ານ​ມາ​ນີ້.

ກຳ​ປັ່ນ​ລົບ​ຍົກ​ພົນ​ຂຶ້ນບົກ USS Batan ​ເຮືອພິຄາດຕິດ​ຈະ​ຫຼວດນຳ​ວິທີ USS Cole
​ແລະ​ກຳ​ປັ່ນ​ລຳລຽງ ​USNS Washington Chambers ​ກຳລັງ​ແລ່ນ​ຂ້າມ​ຊ່ອງ​ແຄບ
ດັ່ງກ່າວ ​ເວລາກຳປັ່ນອີຣ່ານ ​ແລ່ນເຂົ້າມາໃກ້ ຂະ​ບວນກຳ​ປັ່ນສະຫະລັດ ແລ້ວກໍແຍງ
ໄຟໃສ່ກຳປັ່ນ Cole ນັ້ນຄື​ຄຳ​ເວົ້າຂອງ​ພັນ​ໂທ Urban.

ທ່ານໄດ້ກ່າວວ່າ ກຳປັ່ນອີຣ່ານ ຕໍ່​ມາໄດ້​ແນ​ແສງເລເຊີໃສ່​ເຮ​ລິ​ຄອບ​ເຕີ CH-53 ແລະຊ່ອງໄຟໃສ່ເຮືອພິຄາດ USS Batan ກ່ອນທີ່ຈະ​ແລ່ນອອກໄປຈາກທີ່ນັ້ນ.

ທ່ານ Urban ໄດ້ອະທິບາຍວ່າ ການ​ແຍງ​ແສງ​ເລ​ເຊີ້​ໃສ່​ເຮ​ລິ​ຄອບ​ເຕີ ໃນຕອນກາງຄືນ ແມ່ນເປັນອັນຕະລາຍ ເພາະວ່າມັນ​ເປັນອັນຕະລາຍຕໍ່ການບິນ ແລະສາມາດທີ່ຈະເຮັດ
ໃຫ້ເບິ່ງບໍ່ເຫັນ ແລະສ້າງຄວາມງຸນງົງໃຫ້ນັກບິນໄດ້ ທີ່ໃຊ້ແວນຕາພິເສດ ໃນການບິນຕອນກາງຄືນນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG