ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ແລະ 6 ປະເທດ ມະຫາອຳນາດ ເຈລະຈາ ກັນອີກ ກ່ຽວກັບ ເລື່ອງນິວເຄລຍ (ວີດີໂອ)


ທ່ານນາງ Catherine Ashton (ຊ້າຍ) ຈາກສະຫະພາບຢູໂຣບ ແລະທ່ານ Mohammad Javad Zarif (ຂວາ) ຈາກອີຣ່ານ
ທ່ານນາງ Catherine Ashton (ຊ້າຍ) ຈາກສະຫະພາບຢູໂຣບ ແລະທ່ານ Mohammad Javad Zarif (ຂວາ) ຈາກອີຣ່ານ
ບັນດາ​ຜູ້ຕາງໜ້າ​ຈາກ ອີຣ່ານ ​ແລະ​ຫົກ​ປະ​ເທດ​ ມະຫາ​ອຳ
ນາດກຳລັງ​ປະຊຸມ​ກັນ ​ໃນນະຄອນ Vienna ​ເພື່ອຊອກຫາ
ຊ່ອງທາງ ໃຫ້ບັນລຸ​ການ​ຕົກລົງ ທີ່​ແນໃສ່ ເພື່ອຫລຸດຜ່ອນ​
ໂຄ​ງການ​ນິວ​ເຄລຍຂອງອີຣ່ານໃນການແລກປ່ຽນກັບການ
ຍົກເລີກການ​ລົງ​ໂທດຂອງສະຫະ​ປະຊາ​ຊາດ​ແລະ​ປະ​ເທດ
​ຕາ​ເວັນ​ຕົກ.

ບັນດາ​ຜູ້ຕາງໜ້າ​ປະ​ເຊີນ​ໜ້າ​ກັບກຳນົດ​ເສັ້ນ​ຕາຍ ໃນ​ວັນ​ທີ
20 ​ເດືອນ​ກໍລະ​ກົດ ​ເພື່ອໃຫ້ບັນລຸການ​ຕົກລົງ​ຂັ້ນສຸດ​ທ້າຍ
ຫລື​ສ່ຽງ​ຕໍ່​ຄວາມ​ເປັນ​ໄປ​ໄດ້​ທີ່ວ່າ ການ​ເຈລະຈາ​ອາດ​ຈະ​ຕໍ່
ເວລາ​ອອກ​ໄປ​ອີກ ​ແລະ​ຍາກ​ຂຶ້ນໄປ​ກວ່າ​ເກົ່າ. ການ​ເຈລະ
ຈາ​ໃນ​ເດືອນ​ແລ້ວ​ນີ້ ສີ້​ນສຸດ​ລົງ​ດວ້ຍການ​ບໍ່​ມີ​ຄວາມ​ຄືບ​ໜ້າແຕ່ປະການໃດ.
CN-Upcoming Iran Nuclear Talks to Focus on Enrichment Limits, Sanctions
please wait

No media source currently available

0:00 0:03:20 0:00

​ໂຄສົກຍິງຄົນ​ນຶ່ງ ຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ການ​ເຈລະຈາ
ຢູ່​ໃນ​ຂັ້ນ​ສຳຄັນ​ທີ່​ສຸດ ທີ່​ພັກ​ຝ່າຍ​ຕ່າງໆ​ຍັງ​ມີຄວາມເຫັນ​ຫ່າ​ງ​ໄກ​ກັນຢູ່.

ອີຣ່ານ ​ໄດ້​ຕົກລົງ​ໃນ​ເດືອນ​ຕຸລາປີກາຍ ​ເພື່ອ​ຫລຸດໂຄ​ງການກັ່ນທາດ​ຢູ​ເຣນຽມ ຂອງ
ຕົນລົງ ຊຶ່ງສະຫະລັດເຊຶ່ອວ່າ​ ອາດ​ນຳ​ໃຊ້ໃນການ​ສ້າງ​ອາວຸດ​ນິວ​ເຄລຍ. ​ເພື່ອເປັນ​
ການ​ແລກປ່ຽນ ປະ​ເທດ​ຕາ​ເວັນ​ຕົກໄດ້ຕົກລົງທີ່ຈະຜ່ອນຜັນ​ການ​ລົງ​ໂທດ​ຕໍ່ອີຣ່ານ ​
ແລະ​ເປີດການ​ເຈລະຈາ​ ເພື່ອ​ນຳໄປ​ສູ່​ການ​ຕົກລົງ​ກັນໃນຂອບ ເຂດທີ່ກວ້າງຂວາງ.

ອີຣ່ານຢືນຢັດ​ວ່າ ​ໂຄງການ​ນິວ​ເຄລຍຂອງ​ຕົນ ມີ​ຈຸດປະສົງໃນທາງສັນຕິທາງດ້ານ
ພົນລະ​ເຮືອນເທົ່າ​ນັ້ນ.

ນອກຈາກອີຣ່ານ ​ແລະ​ສະຫະລັດແລ້ວ ຜູ້​ເຂົ້າ​ຮ່ວມ​ອື່ນໆໃນ​ການເຈລະຈາກໍ​ມີ ອັງກິດ
ຈີນ ຝຣັ່ງ ​ເຢຍຣະ​ມັນ ​ແລະຣັດ​ເຊຍ.
IRAN NUCEAR SOTVO
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG