ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຈັດພິທີສົ່ງສະການ ໃຫ້ນັກວິທະຍາສາດ ດ້ານນີວເຄລຍ ທີ່ຖືກລອບສັງຫານໃນອາທິດແລ້ວນີ້


ສົບຂອງຫົວໜ້ານັກວິທະຍາສາດດ້ານນິວເຄລຍຂອງອີຣ່ານ ກໍາລັງຖືກນໍາໄປຝັງ
ສົບຂອງຫົວໜ້ານັກວິທະຍາສາດດ້ານນິວເຄລຍຂອງອີຣ່ານ ກໍາລັງຖືກນໍາໄປຝັງ

ອີຣ່ານ ໄດ້ຈັດພິທີສົ່ງສະການໃນວັນຈັນວານນີ້ ໃຫ້ນັກວິທະຍາສາດດ້ານນິວເຄລຍ, ທ່ານໂມເຊັນ ຟາຄຣິກຊາເດ (Mohsen Fakhrizadeh), ຜູ້ຖືກສັງ ຫານໃນວັນສຸກຜ່ານມາໄດ້ພາໃຫ້ມີການຂົ່ມຂູ່ວ່າຈະແກ້ແຄ້ນຈາກບັນດາຜູ້ນຳຂອງອີຣ່ານ.

ທ່ານພົນເອກ ອາເມ ຮາຕາມີ (Amir Hatami) ລັດຖະມົນຕີກະຊວງປ້ອງກັນປະເທດກ່າວຢູ່ໃນພິທີດັ່ງກ່າວ ທີ່ຈັດຂຶ້ນຢູ່ກະຊວງປ້ອງກັນປະເທດຂອງອີຣ່ານ ໃນນະຄອນຫລວງເຕຫະຣ່ານວ່າ ການເສຍຊີວິດຂອງທ່ານຟາຄຣິກຊາເດ ຈະເຮັດໃຫ້ຊາວອີຣ່ານມີຄວາມສາມັກຄີແລະມີຄວາມເດັດດ່ຽວຫຼາຍຂຶ້ນ, ແລະວ່າປະເທດນີ້ ຈະສືບຕໍ່ວຽກງານຂອງຕົນດ້ວຍ “ຄວາມໄວແລະພະລັງອຳນາດເພີ້ມຂຶ້ນຫລາຍກວ່າເກົ່າ."

ພວກມືປືນໄດ້ໂຈມຕີລົດຂອງທ່ານຟາຄຣິກຊາເດ ໃນວັນສຸກຜ່ານມາຂະນະທີ່ທ່ານກຳລັງເດີນທາງຢູ່ໃກ້ກັບເມືອງອັບຊາດ (Absard) ຊຶ່ງເປັນເມືອງໃນເຂດຊົນນະບົດແຫ່ງນຶ່ງ.

ອີຣ່ານໄດ້ຖິ້ມໂທດການສັງຫານດັ່ງກ່າວໃສ່ອິສຣາແອລ. ລັດຖະມົນຕີກະຊວງສືບລັບຂອງອິສຣາແອລ, ທ່ານແອລລີ ໂຄເຮັນ (Eli Cohen) ກ່າວຕໍ່ສະຖານີວິທະຍຸຂອງອິສຣາແອລ ໃນວັນຈັນວານນີ້ວ່າ ຕອນນີ້ທ່ານຮູ້ແລ້ວວ່າ ແມ່ນໃຜເປັນຜູ້ຮັບຜິດຊອບຕໍ່ການກະທໍານີ້.

ເພື່ອຕອບໂຕ້ຕໍ່ການໂຈມຕີດັ່ງກ່າວ, ສະພາຂອງອີຣ່ານໄດ້ເລີ່ມທົບທວນຄືນຮ່າງກົດໝາຍ ທີ່ຈະສະກັດກັ້ນການກວດກາ ຂອງອົງການພະລັງງານປະລະມານູສາ ກົນ.

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໃນເວລາບໍ່ຮອດສອງເດືອນກ່ອນຜູ້ທີ່ຄາດວ່າຈະເປັນປະທານາທິບໍດີເລືອກຕັ້ງໃໝ່ຂອງສະຫະລັດ, ທ່ານໂຈ ໄບເດັນ, ຈະເຂົ້າຮັບຕໍາແໜ່ງໂດຍມີເປົ້າໝາຍລະບຸໄວ້ວ່າ ຈະເຂົ້າຮ່ວມສັນຍາປີ 2015 ທີ່ຈຳກັດກິດຈະກຳນິວເຄຼຍຂອງອີຣ່ານ ເພື່ອແລກປ່ຽນກັບການຜ່ອນຜັນການລົງໂທດນັ້ນ ຄືນອີກ.

ຂໍ້ຕົກລົງດັ່ງກ່າວທີ່ໄດ້ເຊັນກັນລະຫວ່າງອີຣ່ານແລະກຸ່ມ 6 ປະເທດມະຫາອຳ ນາດໂລກ, ແມ່ນເພື່ອຮັບປະກັນວ່າ ອີຣ່ານບໍ່ສາມາດພັດທະນາອາວຸດນິວເຄຼຍໄດ້. ອີຣານຢືນຢັດວ່າໂຄງການນິວເຄຼຍຂອງຕົນແມ່ນມີຈຸດປະສົງໃນທາງສັນຕິເທົ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG