ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານປົດ ລມຕ ຕ່າງປະເທດ


ປະທານທິບໍດີອີຣ່ານ ທ່ານ Mahmoud Ahmadinejad (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດ ທ່ານ Manouchehr Mottaki
ປະທານທິບໍດີອີຣ່ານ ທ່ານ Mahmoud Ahmadinejad (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດ ທ່ານ Manouchehr Mottaki

ປະທານາທິບໍດີອີຣ່ານທ່ານ Mahmoud Ahmadinejad
ໄດ້ປົດລັດຖະມົນຕີການຕ່າງປະເທດຂອງອີຣ່ານ ໃນມື້ວັນ
ຈັນວານນີ້ ແລະໄດ້ແຕ່ງຕັ້ງພັນທະມິດ ທີ່ໃກ້ຊິດຂອງທ່ານ
ຄືຫົວນິວເຄລຍຂອງອີຣ່ານທ່ານ Akbar Salehi ເຂົ້າຮັບ
ໜ້າທີ່ແທນ.

ທ່ານ Manouchehr Mottaki ໄດ້ເຂົ້າຮັບຕຳແໜ່ງເປັນ
ລັດຖະມົນຕີຕ່າງປະເທດ ນັບແຕ່ທ່ານ Ahmadinejad
ໄດ້ຖືກເລືອກເປັນປະທານາທິບໍດີໃນປີ 2005. ປະທານາ
ທິບໍດີ Ahmadinejad ໄດ້ສົ່ງຈົດໝາຍສະບັບນຶ່ງໄປໃຫ້
ທ່ານ Mottaki ໃນມື້ວານນີ້ຂອບອົກຂອບໃຈທ່ານ ສໍາ​ລັບການຮັບໃຊ້ປະເທດຊາດຂອງ
ທ່ານ. ທ່ານ Mottaki ພວມຢູ່ໃນລະຫວ່າງການເດີນທາງຢ້ຽມຢາມປະເທດ Senegal
ຢ່າງເປັນທາງການແລະຍັງບໍ່ທັນມີປະຕິກິລິຍາແນວໃດ ຕໍ່ການປົດທ່ານເທື່ອ.

ທ່ານ Salehi ເປັນນຶ່ງໃນບັນດາຮອງປະທານາທິບໍດີຂອງອີຣ່ານ ແລະຮັບໜ້າທີ່ເປັນຫົວ

ໜ້າ ອົງການພະລັງງານນິວເຄລຍຂອງອີຣ່ານ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າທ່ານ Ah-
madinejad ຈະໃຫ້ທ່ານ Salehi ກຳທັງຕຳແໜ່ງລັດຖະມົນຕີການຕ່າງປະເທດ ແລະເປັນ
ຫົວໜ້ານິວເຄລຍຄວບກັນ​ໄປຫຼື​ແນວ​ໃດ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນມື້ວານນີ້
ວ່າ ທ່ານນາງບໍ່ຄາດວ່າການປົດທ່ານ Mottaki ອອກຈາກຕຳແໜ່່ງນັ້ນຈະມີຜົນກະທົບ
ແຕ່ຢ່າງໃດ ຕໍ່ການເຈລະຈານິວເຄລຍກັບອີຣ່ານ ຊຶ່ງທ່ານນາງເວົ້າວ່າ ຄວນດຳເນີນຕໍ່ໄປ
ບໍ່ວ່າຈະພົວພັນກັບຜູ້ໃດກໍຕາມ.

XS
SM
MD
LG