ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຣ່ານທົດລອງ ລູກສອນໄຟ ຂີປະນາວຸດ ທີ່ໃຊ້ ລະບົບນໍາວິຖີໃໝ່


ພາບການທົດລອງຍິງລູກສອນໄຟຂີປະນາວຸດຕິດຕັ້ງລະບົບນໍາວິຖີໃໝ່ຂອງອິຣ່ານ
ພາບການທົດລອງຍິງລູກສອນໄຟຂີປະນາວຸດຕິດຕັ້ງລະບົບນໍາວິຖີໃໝ່ຂອງອິຣ່ານ

ອິຣ່ານກ່າວ​ວ່າ​ ຕົນ​ປະສົບ​ຜົນ​ສໍາ​ເລັດ​ໃນ
​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
​ໄລຍະ​ໃກ້ ທີ່​ຕິດລະບົບ​ນໍາ​ວິຖີໃໝ່ ທີ່​ຕົນ
​ວາງ​ແຜນ​ຈະ​ຕິດ​ຕັ້ງ​ ໃສ່​ລູກ​ສອນ​ໄຟ​ຂີ​ປະ
​ນາ​ວຸດ​ທັງ​ໝົດ​ທີ່​ຕົນຈະ​ສ້າງ​ໃນ​ອະນາຄົດ​ນັ້ນ.

ທ່ານ Ahmad Vahidi ລັດຖະມົນຕີ​ປ້ອງ​ກັນ
​ປະ​ເທດ​ຂອງ​ອິຣ່ານກ່າວ​ ​ເມື່ອ​ວັນ​ເສົາ​ວານ​ນີ້​
ວ່າ ລະບົບ​ໃໝ່​ດັ່ງກ່າວ​ນີ້​ມີ​ສະມັດຖະພາບທໍາລາຍເປົ້າ ທັງ​ທາງ​ພື້ນ​ດິນ​ແລະ​ທາງ​ທະ​ເລ​ໄດ້.
ທ່ານ Vahidi ກ່າວ​ຕື່ມ​ວ່າ ລູກ​ສອນ​ໄຟລຸ້ນ Fateh 100 ທີ່​ທົດ​ລອງນີ້ ມີ​ໄລຍະ​ບິນ​ໄກ
ປະມານ 300 ກິ​ໂລ​ແມັດ ຊຶ່ງ​ໝາຍ​ຄວາມ​ວ່າ ​ມັນສາມາດ​ຈະ​ທໍາລາຍ​ໄດ້​ແຕ່​ພຽງ​ປະ​ເທດ
​ເພື່ອນ​ບ້ານ ອ້ອ​ມຂ້າງອິຣ່ານ​ເທົ່າ​ນັ້ນ.

ທ່ານ ວາ​ຫິດີ ກ່າວ​ຕື່ມ​ວ່າ ລະບົບ​ນໍ​າວິຖີ​ໃໝ່ນີ້ຈະ​ຕິດ​ຕັ້ງໃສ່​ລູກ​ສອນ​ໄຟ​ທັງ​ໝົດທີ່​ຈະ​ສ້າງ​
ຂຶ້ນ​ໃນ​ອະນາຄົດຂອງ​ອິຣ່ານ.

​ເມື່ອ​ຕົ້ນ​ເດືອນແລ້ວນີ້ ສື່​ຂອງ​ທາງ​ການ​ອິຣ່ານ​ເວົ້າ​ວ່າ ອິຣ່ານ​ໄດ້​ປະສົບ​ຜົນ​ສໍາ​ເລັດ​ ໃນ​ການ
​ຍິງ​ທົດ​ລອງ​ຂີ​ປະ​ນາ​ວຸດ​ລຸ້ນ Shahab 3 ທີ່​ສາມາດ​ບິນ​ໄປ​ໄດ້​ໄກ​ເຖິງ 1,300 ກິ​ໂລ​ແມັດ​ແລະ
ລູກ​ສອນ​ໄຟ Shahab 1 ​ແລະ 2 ​ທີ່​ບິນ​ໄດ້ໃກ້​ກວ່າ ​ແລະ​ລຸ້ນອື່ນໆ​ນໍາ.

ຝ່າຍ​ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ​ສົງ​ໃສ​ວ່າ ອິຣ່ານຢາກ​ສ້າງ​ຈະອາວຸດ​ນິວ​ເຄລຍ ​ແລະ​ສະຫະພາບ​
ຢູ​ໂຣບກໍ​ໄດ້​ປະກາດ​ໃຊ້​ມາດຕະການ​ຫ້າມ​ຊື້​ນໍ້າມັນ​ຈາກ​ອິຣ່ານ ທີ່​ມີ​ຜົນ​ບັງຄັບ​ມາ​ແຕ່ວັນ​ທີ່ 1
ກໍລະກົດ​ ​ເພື່ອ​ສ້າງ​ຄວາມ​ກົດ​ດັນ​ຕໍ່​ໂຄງການ​ນີວ​ເຄລຍຂອງ​ອິຣ່ານນັ້ນ. ​ຜ່ານ​ມາ​ບັນດາ​ເຈົ້າໜ້າ​
ທີ່​ອິຣ່ານເຄີຍໄດ້​ຂູ່​ວ່າ​ຈະ​ລືບ​ປະ​ເທດ​ອີສຣາ​ແອ​ລອອກ​ຈາກ​ແຜນ​ທີ່​ໂລກ. ທາງ​ຝ່າຍອີສຣາ​ແອ​ລ
ກໍ​ໄດ້​ແຍ້​ມວ່າ ຕົນອາດ​ຈະ​ທໍ​າ​ການ​ໂຈມ​ຕີ​ໄດ້ ຖ້າ​ຫາກ​ວ່າຄວາມ​ພະຍາຍາມ​ທາງ​ການ​ທູດ ​ແລະ
​ການ​ລົງ​ໂທດ​ ບໍ່​ໄດ້ຜົນ​ໃນ​ການ​ລົບ​ລ້າງຄວາມ​ໃຝ່ຝັນ​ດ້ານ​ນີວ​ເຄຼຍຂອງ​ອິຣ່ານນັ້ນ.

XS
SM
MD
LG