ປະທານຄະນະກຳມະການຄວາມສຳພັນຕ່າງປະເທດຂອງສະ
ພາສູງສະຫະລັດກ່າວຕໍ່ວີໂອເອວ່າ ການຍິງທົດລອງລູກສອນ
ໄຟຂອງອີຣ່ານພາໃຫ້ມີການຕັດສິນໃຈທີ່ເຂັ້ມແຂງກວ່າເກົ່າຢູ່
ໃນສະພາ ເພື່ອຕໍ່ອາຍຸແລະເພີ້ມການລົງໂທດ ຂອງສະຫະລັດ
ຕໍ່ເຕຫະຣ່ານ.
ທ່ານ Bob Corker ປະທານກຳມະການ ຄວາມສຳພັນຕ່າງປະ
ເທດຂອງສະພາສູງທີ່ສັງກັດພັກຣີພັບບລີກັນກ່າວວ່າມີການສຶກ
ສາເບິ່ງການລົງໂທດ 3 ປະເພດດ້ວຍກັນໃນວິທີທີ່ຮ່ວມກັນໂດຍ
ທັງສອງພັກແລະພວກເຮົາກຳລັງຈະດຳເນີນການດັ່ງກ່າວໃນເວ
ລານີ້.
ທ່ານ Corker ກ່າວວ່າ ໂດຍສະເພາະແລ້ວ ທ່ານກຳລັງດຳເນີນງານເພື່ອຕໍ່ອາຍຸກົດໝາຍ
ການລົງໂທດອີຣ່ານທີ່ໄດ້ຖືກໂຈະໃນຖານະທີ່ເປັນພາກສ່ວນນຶ່ງຂອງຂໍ້ຕົກລົງນິວເຄລຍທີ່
ມີຄວາມສຳຄັນຄັ້ງປະຫວັດສາດ ກັບເຕຫະຣ່ານ ໃນປີກາຍນີ້. ກົດໝາຍດັ່ງກ່າວ ແມ່ນແນ
ໃສ່ການລົງທຶນຂອງນາໆຊາດຢູ່ໃນອີຣ່ານ. ມັນຍັງມີຜົນບັງຄັບໃຊ້ຢູ່ ແຕ່ຈະໝົດອາຍຸພາຍ
ໃນທ້າຍປີນີ້ ນອກຈາກວ່າທາງສະພາຈະຕໍ່ອາຍຸຕື່ມອີກ.
ເພື່ອເປັນການຕອບໂຕ້ ຕໍ່ການເຄື່ອນໄຫວຂອງສະພາ ກ່ຽວກັບອີຣ່ານນັ້ນ ເຈົ້າໜ້າທີ່ອະວຸ
ໂສຄົນນຶ່ງ ຂອງລັດຖະບານ ກ່າວຕໍ່ວີໂອເອວ່າ ມັນຍັງບໍ່ທັນຈຳເປັນເທື່ອ ທີ່ຈະຕໍ່ອາຍຸ ກົດ
ໝາຍການລົງໂທດອີຣ່ານໃນເວລານີ້ ໃນເມື່ອວ່າມັນຍັງບໍ່ທັນໝົດອາຍຸເທື່ອຈົນຮອດທ້າຍ
ປີ. ເວລານີ້ ຈຸດເພັ່ງເລັງຂອງພວກເຮົາແມ່ນການຈັດຕັ້ງ ປະຕິບັດຂໍ້ຕົກລົງ ແລະການກວດ
ສອບເບິ່ງວ່າ ອີຣ່ານໄດ້ເຮັດຫລ້ອນບາດກ້າວຕ່າງໆທີ່ສຳຄັນໆທາງດ້ານນິວເຄລຍຫລືບໍ່.
ປະທານາທິບໍດີບາຣັກ ໂອບາມາໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ການລົງໂທດຈະນຳມາໃຊ້ຄືນ
ອີກຖ້າຫາກອີຣ່ານລະເມີດຂໍ້ຕົກລົງນິວເຄລຍ. ທ່ານ Corker ກ່າວວ່າ ອິດທິພົນໃນການຕໍ່
ລອງດັ່ງກ່າວ ຈະສູນເສຍໄປຖ້າຫາກກົດໝາຍການລົງໂທດຕໍ່ອີຣ່ານໝົດອາຍຸລົງ.