ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຮ່ານທໍາການຊ້ອມລົບ


ໂທລະພາບ ຂອງທາງການອີຣ່ານ ກ່າວວ່າ ກອງທັບອີຣ່ານ ໄດ້ເລີ້ມທຳການ ຊ້ອມລົບຄັ້ງໃຫຍ່ ໃນວັນພະຫັດມື້ນີ້ ທີ່ເພັ່ງເລັງໃສ່ ຄວາມໝັ້ນຄົງ ໃນເຂດອ່າວເປີເຊຍ ແລະຊ່ອງແຄບ HORMUZ. ຮອງຜູ້ບັນຊາການ ກຳລັງພິທັກປະຕິວັດ ຂອງອີຣ່ານ ກ່າວວ່າ ກຳລັງຂອງອີຣ່ານ ພວມທົດລອງຍິງ ລະບົບອາວຸດ ຊະນິດຕ່າງໆ ໃນບໍລິເວນຊ່ອງແຄບ HORMUZ ຕະຫລອດເຖິງ ທົດສອບເບິ່ງ ຄວາມສາມາດ ໃນດ້ານສືບລັບ ແລະການສື່ສານ ຄົມມະນາຄົມ. ປະມານ 40 ເປີເຊັນ ຂອງການລຳລຽງ ຂົນສົ່ງນຳມັນໃນໂລກ ແມ່ນຜ່ານຊ່ອງແຄບ HORMUZ. ໃນມື້ວານນີ້ ໂຄສົກຄົນນຶ່ງ ຂອງທຳນຽບ 5 ແຈ ກ່າວວ່າ ຍຸດທະສາດ ຂອງສະຫະລັດ ກ່ຽວກັບອີຣ່ານ ແມ່ນບໍ່ມີການປ່ຽນແປງ ແຕ່ປະການໃດ ແລະໂຄສົກເວົ້າຕື່ມວ່າ ວໍຊິງຕັນຫວັງວ່າ ການດຳເນີນງານ ທາງດ້ານການທູດ ແລະການລົງໂທດ ຈະຢຸດຕິ ໂຄງການນິວເຄລຍ ຂອງອີຣ່ານ ແຕ່ກໍບໍ່ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ ກ່ຽວກັບການນຳໃຊ້ ທາງເລືອກຕ່າງໆ ຮວມທັງ ການປະຕິບັດງານ ທາງທະຫານ ນຳດ້ວຍ.

XS
SM
MD
LG