ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ເລີ້ມທໍາການຊ້ອມລົບ ຢູ່ໃກ້ຊາຍແດນອັຟການິສຖານ


ພວກທະຫານໜ່ວຍພິທັກການປະຕິວັດຂອງອີຣ່ານ ຊ້ອມຍິງລູກ
ສອນໄຟຂອງຕົນ ໃນລະຫວ່າງການຊ້ອມລົບ ໃນປັດຈຸບັນ,
ວັນທີ 20 ພະຈິກ 2011.
ພວກທະຫານໜ່ວຍພິທັກການປະຕິວັດຂອງອີຣ່ານ ຊ້ອມຍິງລູກ ສອນໄຟຂອງຕົນ ໃນລະຫວ່າງການຊ້ອມລົບ ໃນປັດຈຸບັນ, ວັນທີ 20 ພະຈິກ 2011.

ກອງທັບຂອງ​ອີຣ່ານ​ໄດ້ເລີ້ມ​ດໍາ​ເນີນ​ການ​ຊ້ອມ​ລົບ​ເປັນ​ເວລາ 4 ມື້​ຂອງ​ຕົນ ​ເຖິງ​ແມ່ນ​ມີ
​ການ​ຕໍາ​ໜິ​ຕິຕຽນ​ເພີ່ມ​ຂຶ້ນ​ເລື້ອຍໆ​ກໍ​ຕາມກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ປະ​ເທດ​ນັ້ນ.

ສື່​ຂອງລັດ​ ກ່າວ​ວ່າ ການ​ຊ້ອມ​ລົບດັ່ງກ່າວໄດ້ເລີ້ມ​ຂຶ້ນ​ໃນ​ວັນ​ເສົາວານນີ້ ​ໃນ​ຂົງ​ເຂດ​ນຶ່ງ
​ໃກ້ໆ​ກັບ​ຊາຍແດນ​ອັຟກາ​ນິສຖານ.

ຂ່າວ​ໂທລະພາບ​ຂອງທາງ​ການອີຣ່ານກ່າວ​ວ່າ ​ການ​ຊ້ອມ​ລົບ​ໃນ​ຂັ້ນ​ຕົ້ນ​ແມ່ນ​ເພື່ອ​ທົດ
​ສອບ​ເບິ່ງ​ສະມັດຖະ​ພາບ​ຂອງ​ໜ່ວຍທະຫານ​ຕ່າງໆໃນ​ການຕອບ​ສະໜອງ​ແລະເຄື່ອນ
​ກໍາລັງ​ໄປ​ປະ​ຈໍາ​ການໃນ​ກໍລະນີ​ທີ່​ມີ​ການ​ໂຈມ​ຕີ​ເກີດ​ຂຶ້ນ​ນັ້ນ.

ທັງ​ອິສຣາ​ແອ​ລ​ແລະ​ສະຫະລັດ​ບໍ່​ຍອມ​ປະຕິ​ເສດ​ຕໍ່​ການ​ໃຊ້​ກໍາລັງ​ທາງທະຫານ​ເພື່ອ​ປ້ອງ​
ກັນ​ບໍ່​ໃຫ້​ອີຣ່ານຜະລິດ​ພວກ​ອາວຸດ​ນີວ​ເຄລຍນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລຍັງ​ໄດ້​ກ່າວ​
ແຍ້ມ​ອອກ​ມາ​ໃຫ້ຮູ້ເຊ່ນ​ກັນ​ວ່າ ອິສຣາ​ແອ​ລອາດ​ຈະ​ທໍາ​ການ​ເຄື່ອນ​ໄຫວຕາມ​ລໍາພັງ​ໃນໄວໆ
​ນີ້ ຖ້າ​ກາ​ນລົງ​ໂທດ​ຂອງ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ໃນ​ການ
​ເກ້​ຍກ່ອມ ໃຫ້​ກຸງ​ເຕຫະຣ່ານຢຸດ​ການ​ພັດທະນາ​ພວກ​ອາວຸດນີວ​ເຄລຍຂອງ​ຕົນ.

ອີຣ່ານ​ໄດ້​ປະຕິ​ເສດ​ຢູ່​ຕະຫຼອດ​ມາ​ຕໍ່​ຂໍ້​ກ່າວ​ຫາ​ກ່ຽວ​ກັບ​ໂຄງການ​ນີວເຄລຍຂອງ​ຕົນ​ນັ້ນວ່າ
​ໂຄງການ​ນີວ​ເຄລຍນີ້​ແມ່ນ​ໃຊ້​ເພື່ອ​ຜົນ​ປະ​ໂຫຍດໃນທາງ​ສັນຕິ​ເທົ່າ​ນັ້ນ.

XS
SM
MD
LG