ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງໂທດຕໍ່ ໂຄງການ ນິວເຄຼຍ ຂອງອີຣ່ານ


ສະຫະລັດ ກ່າວວ່າ ການດຳເນີນ ຄວາມພະຍາຍາມ ໂດຍບຣາຊິລ ແລະເຕີກກີ ໃນການຮ່າງ ຂໍ້ຕົກລົງ ເພື່ອແລກປ່ຽນ ເຊື້ອໄຟຢູເຣນຽມ ກັບອີຣ່ານນັ້ນ ຈະຕ້ອງບໍ່ຂັດກັບ ຮ່າງມະຕິ ການລົງໂທດ ຮອບ 4 ຂອງອົງການ ສະຫະປະຊາຊາດ ຕໍ່ໂຄງການ ນິວເຄລຍຂອງອີຣ່ານ.

ເຈົ້າໜ້າທີ່ ອະວຸໂສ ຂອງສະຫະລັດ ກ່າວໃນມື້ວານນີ້ວ່າ ຂໍ້ຕົກລົງ ຂອງບຣາຊີລ ແລະເຕີກກີ ບໍ່ໄດ້ດຳເນີນການໃດໆ ເພື່ອແກ້ໄຂ ຄວາມວິຕົກກັງວົນຕົ້ນຕໍ ຂອງນາໆຊາດ ທີ່ວ່າ ໂຄງການນິວເຄລຍ ຂອງອີຣ່ານ ແມ່ນແນໃສ່ ເພື່ອຜລິດອາວຸດ.

ເຈົ້າໜ້າທີ່ເວົ້າວ່າ ຂໍ້ຕົກລົງ ສະບັບວັນທີ 17 ພຶດສະພາ ຜ່ານມາ ບໍ່ໄດ້ຢຸດຕິອີຣ່ານ ໃນການສືບຕໍ່ ກັ່ນທາດຢູເຣນຽມ ຂະນະທີ່ອີຣ່ານ ມີພັນທະ ທີ່ຈະຕ້ອງ ປະຕິບັດຕາມ ສົນທິສັນຍາ ຫ້າມແຜ່ຜາຍ ອາວຸດນິວເຄລຍ ແລະມະຕິ ຂອງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ 3 ສະບັບ ກ່ອນໜ້ານັ້ນ.

ອີຣ່ານ ກ່າວໃນສັບປະດາ ແລ້ວນີ້ວ່າ ຕົນຈະສືບຕໍ່ ຜະລິດ 20% ຂອງທາດຢູເຣນຽມ ທີ່ກັ່ນແລ້ວ ແມ່ນກະທັງ ຫຼັງຈາກການລົງນາມ ໃນການແລກປ່ຽນ ເຊື້ອໄຟ.

ໃນຕອນເຊົ້າ ມື້ວານນີ້ ລັດຖະມົນຕີ ການຕ່າງປະເທດ ອີຣ່ານ ທ່ານ MANOUCHER MOTTAKI ກ່າວວ່າ ທ່ານເຊື່ອວ່າ ບັນດາປະເທດ ມະຫາອຳນາດ ໄດ້ພິຈາລະນາ ໄປໃນແງ່ບວກ ກ່ຽວກັບ ຂໍ້ຕົກລົງ ແລກປ່ຽນເຊື້ອໄຟ ຂອງອີຣ່ານ.

ລັດຖະມົນຕີ ການຕ່າງປະເທດອີຣ່ານ ໃຫ້ທັດສະນະດັ່ງກ່າວ ທີ່ກອງປະຊຸມ ເສດຖະກິດ ຢູ່ບຸລກາເຣຍ ນຶ່ງມື້ຫຼັງຈາກ ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ ໄດ້ຕຳໜິຕິຕຽນ ການດຳເນີນ ຄວາມພະຍາຍາມ ຂອງບຣາຊີລ ທີ່ຈະແກ້ໄຂ ການປະເຊີນໜ້າ ທາງດ້ານນິວເຄລຍ ກັບເຕຫະຣ່ານ.

XS
SM
MD
LG