ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານຮຽກຮ້ອງໃຫ້ຮັບເອົາ ຂໍ້ຕົກລົງນິວເຄລຍຂອງຕົນ


ປະທານາທິບໍດີອີຣ່ານ ທ່ານ MAHMOUD AHMADINEJAD ຮຽກຮ້ອງໃຫ້ຣັດເຊຍ ແລະສະຫະລັດ ຮັບເອົາຂໍ້ຕົກລົງ ແລກປ່ຽນເຊື້ອໄຟນິວເຄລຍ ຂອງຕົນ ໂດຍເຕືອນວ່າ ມັນຈະເປັນ ໂອກາດສຸດທ້າຍ ທີ່ຈະແກ້ໄຂ ການປະເຊີນໜ້າ ທາງດ້ານນິວເຄລຍ.

ໃນລະຫວ່າງ ການກ່າວຄຳປາໄສ ທາງໂທລະພາບ ໃນວັນພຸດມື້ນີ້ ທ່ານ AHMADINEJAD ເວົ້າວ່າ ການແລກປ່ຽນ ນິວເຄລຍທິ້ວ່ານີ້ ແມ່ນໂອກາດອັນດີທີ່ສຸດ ສຳລັບປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ.

ນອກນັ້ນ ທ່ານ AHMADINEJAD ຍັງໄດ້ຕຳໜິຕິຕຽນ ການສະໜັບສະໜຸນ ຂອງຣັດເຊຍ ເພື່ອໃຫ້ມີການລົງໂທດ ເພີ້ມຕື່ມຕໍ່ອີຣ່ານ.

ໃນມື້ວັນຈັນ ຜ່ານມານີ້ ອີຣ່ານ ໄດ້ຍື່ນຈົດໝາຍ ສະບັບນຶ່ງ ຕໍ່ອົງການ ພະລັງງານ ປະຣະມະນູສາກົນ ເວົ້າເຖິງແຜນການ ທີ່ຈະສົ່ງທາດຢູເຣນຽມ ທີ່ກັ່ນແລ້ວ ໃນລະດັບຕໍ່າຂອງຕົນ 1 ພັນ 200 ກິໂລ ໄປໃຫ້ເຕີກກີ ເພື່ອແລກປ່ຽນກັບ ເຊື້ອໄຟໃນລະດັບ ທີ່ສູງກວ່າ ສຳລັບນຳໃຊ້ ກັບເຕົາແຍກນິວເຄລຍ ເພື່ອການຄົ້ນຄວ້າ ໃນດ້ານການແພດ ທີ່ນະຄອນຫຼວງເຕຫະຣ່ານ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງປັກກິ່ງ ໃນມື້ວານນີ້ວ່າ ຍັງມີຂໍ້ຂາດຕົກບົກຜ່ອງ ຫລາຍຢ່າງ ຢູ່ໃນແຜນການ ຂອງອີຣ່ານ ທີ່ບໍ່ໄດ້ແກ້ໄຂ ຄວາມວິຕົກກັງວົນ ຂອງປະຊາຄົມນາໆຊາດ.

XS
SM
MD
LG