ຜົນການນັບຄະແນນສຽງເປັນບາງສ່ວນ ໃນການເລືອກຕັ້ງສະພາແຫ່ງຊາດຂອງອີຣ່ານສະ
ແດງໃຫ້ເຫັນວ່າ ພວກສະໜັບສະໜຸນທີ່ຈົງຮັກພັກດີຕໍ່ຜູ້ນຳສູງສຸດຂອງອີຣ່ານ Ayatollah
Khamenei ມີຄະແນນສຽງນຳໜ້າ.
ຜົນການນັບຄະແນນສຽງຂັ້ນຕົ້ນ ຈາກຫົວເມືອງໃນແຂວງຕ່າງໆ ໃນວັນເສົາມື້ນີ້ສະແດງໃຫ້
ເຫັນວ່າ ພວກນິຍົມແນວທາງເດີມທີ່ເປັນຄູ່ແຂ່ງຂອງປະທານາທິບໍດີ Mahmoud Ahmadi-
nejad ຊະນະບ່ອນນັ່ງຢູ່ໃນຫຼາຍໆເຂດເລືອກຕັ້ງໃນທົ່ວປະເທດ.
ສື່ມວນຊົນຂອງທາງການອີຣ່ານກະປະມານວ່າ ຫຼາຍກວ່າ 65% ຂອງບັນດາຜູ້ມີສິດປ່ອນ
ບັດໃນອີຣ່ານ 48 ລ້ານຄົນ ໄດ້ພາກັນໄປໃຊ້ສິດໃຊ້ສຽງ.
ການເລືອກຕັ້ງທີ່ວ່ານີ້ຈະບໍ່ມີການປ່ຽນແປງຫຍັງຫຼາຍຕໍ່ນະໂຍບາຍການຕ່າງປະເທດຫຼືນະໂຍ
ບາຍນິວເຄລຍຂອງອີຣ່ານແຕ່ຈະເສີມຂະຫຍາຍທ່າທີຂອງ Ayatollah Khamenei ກ່ອນ
ການເລືອກຕັ້ງປະທານາທິບໍດີໃນປີໜ້າ.
ການປ່ອນບັດດັ່ງກ່າວມີການເບິ່ງກັນວ່າ ເປັນການທົດສອບໃນຂອບເຂດທີ່ຈຳ ກັດກ່ຽວກັບ
ບັນຍາກາດທາງການເມືອງໃນອີຣ່ານຂະນະທີ່ພັກຝ່າຍຄ້ານທີ່ສຳຄັນຢູ່ໃນອີຣ່ານແລະບັນດາ
ກຸ່ມປະຕິຮູບຕ່າງໆ ໄດ້ພາກັນບອຍຄອດ ບໍ່ເຂົ້າຮ່ວມການເລືອກຕັ້ງໃນມື້ວັນສຸກວານນີ້ ຊຶ່ງ
ເປັນການເລືອກຕັ້ງເທື່ອທຳອິດ ນັບແຕ່ໄດ້ມີການເລືອກຕັ້ງປະທານາທິບໍດີທີ່ເປັນບັນຫາຖົກ
ຖຽງໂຕ້ແຍ້ງໃນປີ 2009. ເປັນທີ່ຄາດກັນວ່າຜົນການນັບຄະແນນສຽງຂັ້ນສຸດທ້າຍຈະຮູ້ກັນ
ໃນຕົ້ນອາທິດຈະມານີ້.