ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີອີຣ່ານ ຢ້ຽມຢາມເລບານອນ

ພວກສະໜັບສະໜຸນການຕໍ່ສູ້ດ້ວຍກໍາລັງອາວຸດ ຂອງກຸ່ມຫົວຮຸນແຮງ Hezbollah ຕ້ານອິສະຣາແອລ ພາກັນ ໂບກທຸງເລບານອນ ແລະທຸງອີຣ່ານ ໃນຂະນະຟັງຄໍາປາໃສຂອງປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ຢູ່ບ່ອນໂຮມຊຸມນຸມ ທີ່ຈັດຂຶ້ນໂດຍກຸ່ມ Hezbollah ໃນພາກໃຕ້ເລບານອນ ໃກ້ໆຊາຍແດນ ອິສະຣາແອ

ປະທານາທິບໍດີອີຣ່ານທ່ານ Mahmoud Ahmadinejad ຢ້ຽມຢາມພາກໃຕ້ເລບານອນ ໃກ້ໆຊາຍແດນອິສຣາແອລ ຂະນະທີ່ ທ່່ານປຸກລະດົມ​ເອົາ​ການສະໜັບສະໜຸນໃຫ້ການ ຕໍ່ສູ້ດ້ວຍກຳລັງອາວຸດຂອງກຸ່ມຫົວຮຸນແຮງ Hezbollah ຕ້ານອິສຣາແອລນັ້ນ.

ໃນວັນພະຫັດມື້ນີ້ ຜູ້ນໍາຂອງອີຣ່ານມີກໍານົດໄປຢ້ຽມເຂດ
ທີ່ຖືກທໍາລາຍ ໃນລະຫວ່າງການເຮັດສົງຄາມຂອງກຸ່ມ Hezbollah ກັບອິສຣາແອລ ໃນປີ 2006.

ອີຣ່ານໄດ້ສົ່ງເງິນໄປຊ່ອຍບູລະນະສ້າງສາບາງເຂດຂອງເລ ບານອນ ທີ່ຖືກທໍາລາຍໃນລະຫວ່າງສົງຄາມ​ດັ່ງກ່າວ ແລະ ເປັນທີ່ຄາດກັນວ່າປະທານາທິບໍດີ Ahmadinejad ຈະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກປະຊາຊົນໃນເຂດ ດັ່ງກ່າວ.

ໃນມື້ວານນີ້ ທ່ານ Ahmadinejad ໄດ້ຖືກຕ້ອນຮັບຈາກພວກສະໜັບສະໜຸນຫຼາຍພັນ
ຄົນ ທີ່ນະຄອນຫຼວງເບຣຸດ ໃນການເລີ້ມຕົ້ນການຢ້ຽມຢາມປະເທດເລບານອນ ຊຶ່ງເປັນ
ການຢ້ຽມຢາມເທື່ອທໍາອິດນັບແຕ່ທ່ານໄດ້ເຂົ້າຮັບຕໍາແໜ່ງໃນ ປີ 2005.

ໃນຖະແຫຼງຕໍ່ການໂຮມຊຸມນຸມຂອງພວກ Hezbollah ປະທານາທິບໍດີອີຣ່ານ ໄດ້ຕໍາໜິຕິ ຕຽນອິສຣາແອລ ໂດຍກ່າວຫາອິສຣາແອລວ່າລະເມີດສິດທິຂອງຊາວປາແລສໄຕນ໌. ຜູ້ນໍາ ຂອງກຸ່ມ Hezbollah ທ່ານ Hassan Nasrallah ຊຶ່ງໄດ້ປາກົດໂຕດ້ວຍການເຊື່ອມຕໍ່ ທາງວີດີໂອນັ້ນ ໄດ້ຊົມເຊີຍການກ່າວຢໍ້າຂອງປະທານາທິບໍດີອີຣ່ານ ທີ່ວ່າອິສຣາແອລ ເປັນ ປະ​ເທດນອກກົດໝາຍ ແລະບໍ່ສົມຄວນທີ່ຈະມີຢູ່ຕໍ່ໄປ.

XS
SM
MD
LG