ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເຈລະຈາ ກ່ຽວກັບ ໂຄງການນິວເຄລຍ ຂອງອີຣ່ານ ເລີ້ມຂຶ້ນ ເປັນມື້ທີສອງ (ວີດີໂອ)

Iran Nuclear Negotiations Approach Crucial Time
please wait

No media source currently available

0:00 0:03:09 0:00

ບັນດາ​ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ ຂອງສະຫະລັດ ສະຫະ​ພາບ​ຢູ​
ໂຣບ ​ແລະ​ອີຣ່ານ ​ໄດ້​ສົນທະນາຫາລື​ກັນ​ເປັນ​ມື້​ທີ​ສອງ ໃນວັນ
​ສຸກ​ມື້​ນີ້ ທີ່​ແນໃສ່ເພື່ອໃຫ້ບັນລຸ​ຂໍ້ຕົກ ລົງ ກ່ຽວ​ກັບ​ໂຄ​ງການ​ນິວ​
ເຄລຍຂອງອີຣ່ານ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ລັດ
ຖະມົນຕີຕ່າງ ປະ​ເທດ​ອີຣ່ານ ທ່ານ Javad Zarif ແລະຫົວໜ້າ​
ນະ​ໂຍບາຍ​ຕ່າງປະ​ເທດ ຂອງສະຫະພາບຢູໂຣບ ທ່ານ​ນາງ
Catherine Ashton ​ໄດ້ພົບ​ປະກັນ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່​
ນະຄອນ​ນິວຢອ​ກ ບ່ອນ​ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສະຫະ​
ປະຊາ​ຊາດ ພວມເປີດຂຶ້ນໃນເວລານີ້.

ບໍ່​ເປັນ​ທີ່​ແຈ້ງຂາວເທື່ອ​ວ່າ ການ​ສົນທະນາ​ຫາລືກັນນີ້ໄດ້​ສ້າງ​ຄວາມຄືບ​ໜ້າຫລືບໍ່. ​ເຈົ້າ​ໜ້າ​
ທີ່​ຂັ້ນ​ສູງ​ຄົນ​ນຶ່ງ ຂອງສະຫະລັດ ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ປະຊຸມຈະໄດ້ “​ທົບທວນເບິ່ງເລື່ອງ
ວຽກງານທີ່​ໄດ້ສຳເລັດເສັດສິ້ນໄປໃນ​ອາທິດ​ນີ້ ​ແລະ​ສົນທະນາກ່ຽວກັບແນວທາງໃນ
ຂັ້ນຕໍ່ໄປ.”

ອີຣ່ານ ​ແລະຫົກ​ປະ​ເທດ​ມະຫາ​ອໍານາດຂອງໂລກ ທີ່ປະກອບດ້ວຍ ສະຫະລັດ ອັງກິດ ຝຣັ່ງ
ຣັດ​ເຊຍ ຈີນ ​ແລະ​ເຢຍຣະ​ມັນ ປະ​ເຊີີນ​ກັບ​ເສັ້ນ​ຕາຍໃນວັນ​ທີ 24 ​ເດືອນ​ພະຈິກເພື່ອໃຫ້ບັນ
ລຸການຕົກລົງກັນ ກ່ຽວກັບການ​ຫລຸດ​ຜ່ອນໂຄງການ​ນິວ​ເຄລຍຂອງອີຣ່ານ ​ເພື່ອ​ເປັນການ
ແລກປ່ຽນ​ ກັບ​ການຫລຸດ​ຜ່ອນຜັນການລົງ​ໂທດ.

ລັດຖະມົນຕີ ຕ່າງປະ​ເທດ​ເຢຍຣະ​ມັນ ທ່ານ Frank-Walter Steinmeier ກ່າວ​ວ່າ ການ​
ແກ້​ໄຂຕໍ່​ບັນ​ຫານິວ​ເຄລຍ “ບໍ່ເຄີ​ຍໃກ້ຄວາມຈິງສ່ຳນີ້ມາກ່ອນໃນຮອບ 10 ປີ​ທີ່​ຜ່ານ​ມາ"
ເຖິງ​ແມ່ນ​ວ່າ ແຕ່ທ່ານ​ກໍໄດ້​ເຕືອນວ່າ ວຽກ​ການ​ທີ່​ຍັງ​ຄ້າງ​ຄາ​ຢູ່​ນັ້ນ ບາງທີອາດຈະເປັນ
ວຽກງານທີ່​ຍາກທີ່ສຸດ.

ທ່ານ Steinmeier ​ໃຫ້ຄວາມເຫັນດັ່ງກ່າວ ຫລັງ​ຈາກ​ການພົບປະ ໃນ​ວັນ​ພະ​ຫັດ​ວານ​ນີ້
​ ກັບປະທານາທິບໍດີອີຣ່ານ ທ່ານ Hasan Rouhani ​ທີ່ໄດ້ກ່າວ​ຢູ່​ໃນກອງ​ປະຊຸມ​ສະ​ມັດ​
ຊາ​ໃຫຍ່ສະຫະ​ປະຊາ​ຊາດວ່າ ອີຣ່ານໄດ້ຕັດສິນໃຈແລ້ວ ​ທີ່​ສືບຕໍ່ ​ໂຄງການ​ນິວ​ເຄລຍ
ຂອງ​ຕົນ.

ເບິ່ງວີດີໂອ ກ່ຽວຂ້ອງ:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG