ຜູ້ນໍາສູງສຸດຂອງອິຣ່ານກ່າວວ່າ ປະເທດຂອງທ່ານຈະບໍ່ມີວັນພັດທະນາລະເບີດປະລະມະນູ ແຕ່ກໍຈະບໍ່ປະຖິ້ມໂຄງການນີວເຄຼຍຂອງຕົນ ທີ່ເປັນຂໍ້ໂຕ້ແຍ້ງກັນນັ້ນ.
Ayatollah Ali Khamenei ຜູ້ນໍາສູງສຸດຂອງອິຣ່ານ ບອກບັນດາຜູ້ນໍາປະເທດພວມພັດທະນາທັງຫຼາຍເມື່ອວັນພະຫັດມື້ນີ້ ຢູ່ທີ່ກອງປະຊຸມສຸດຍອດ ຂອງຂະບວນການບໍ່ຮວມກຸ່ມ ທີ່ນະຄອນຫຼວງເຕຫະຣ່ານ ວ່າ ອິຣ່ານ ຈະບໍ່ປະຖິ້ມສິດທິແຫ່ງຊາດຂອງຕົນ ກ່ຽວກັບການນຳໃຊ້ພະລັງ ງານນີວເຄຼຍໃນທາງສັນຕິນັ້ນ.
ນອກນີ້ແລ້ວໃນຄໍາປາໄສຂອງຜູ້ນໍາສູງສຸດອີຣ່ານ ຍັງແນເປົ້າໝາຍໃສ່ສະ ພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໂດຍອະທິບາຍວ່າມັນໄຮ້ເຫດ ຜົນ ບໍ່ຍຸຕິທໍາ ແລະມູນເຊື້ອທີ່ໝົດສະພາບ ທີ່ສະຫະລັດໄດ້ນຳໃຊ້ໃນລັກສະນະການຂົ່ມຂູ່ຂອງພວກເຂົາຕໍ່ໂລກ.
ທ່ານ ພັນ ຄີມູນ ເລຂາທິການອົງການສະຫະປະຊາຊາດທີ່ກໍາລັງຢູ່ໃນລະ ຫວ່າງການຢ້ຽມຢາມອີຣ່ານນັ້ນ ກໍໄດ້ກ່າວຄຳປາໄສຕໍ່ກອງປະຊຸມສຸດຍອດ ຮຽກຮ້ອງໃຫ້ອິຣ່ານຈົ່ງປະຕິບັດຕາມມະຕິຂອງສະຫະປະຊາຊາດ ທີ່ທວງໃຫ້ອິຣ່ານຍຸຕິກິດຈະກໍາຕ່າງໆດ້ານນີວເຄຼຍຂອງຕົນ. ທ່ານ ພັນ ຄີມູນ ໄດ້ເຕືອນວ່າ ການປະທະຄາລົມກັນລະດັບນານາຊາດທີ່ເພີ່ມສູງຂຶ້ນກ່ຽວກັບບັນຫາດັ່ງກ່າວ ອາດສ່ຽງຕໍ່ການທີ່ຈະເກີດສົງຄາມຂຶ້ນອີກໄດ້.
ນອກນີ້ແລ້ວທ່ານພັນ ຄີມູນ ຍັງໄດ້ປະນາມອິຣ່ານ ຕໍ່ການໃຫ້ຄວາມເຫັນທີ່ໂກດແຄ້ນ ທີ່ປະຕິເສດເລຶ່ອງການຂ້າລ້າງເຜົ່າພັນຊາວຢິວແລະສິດທິການຢູ່ຮ່ວມໂລກຂອງອີສຣາແອລ ແລະໄດ້ຮຽກຮ້ອງໃຫ້ຄູ່ປໍລະປັກທັງສອງປະເທດນີ້ ຈົ່ງຍຸຕິການຂົ່ມຂູ່ຕໍ່ກັນແລະກັນ.
ທ່ານ Mohamed Morsi ປະທານາທິບໍດີອິຈິບ ກໍໄດ້ເຂົ້າຮ່ວມໃນກອງ ປະຊຸມສຸດຍອດຄັ້ງນີ້ ທີ່ເຮັດໃຫ້ທ່ານເປັນຜູ້ນໍາອີຈີບຄົນທໍາອິດ ທີ່ໄປຢ້ຽມ ຢາມອິຣ່ານໃນຮອບຫຼາຍສິບປີ. ອິຣ່ານໄດ້ຕັດຄວາມສໍາພັນທາງການທູດ ລຸນກັບອີຈິບ ຫຼັງຈາກການປະຕິວັດອີສລາມໃນປີ 1979 ຍ້ອນວ່າການສະ ໜັບສະໜຸນພະເຈົ້າ Shah ທີ່ຖືກໂຄ່ນລົ້ມແລະສັນຍາສັນຕິພາບກັບອີສຣາ ແອລຂອງຕົນນັ້ນ.