ປະທານາທິບໍດີ ອີຣ່ານ ທ່ານ MAMOUD AHMADINEJAD ເຕືອນວ່າ ການລົງໂທດໃໝ່ ໃດໆກໍຕາມ ຂອງນາໆຊາດ ຕໍ່ອີຣ່ານ ອາດໝາຍເຖິງ ການຢຸດຕິລົງ ໃນການເຈລະຈາ ກ່ຽວກັບ ໂຄງການນິວເຄລຍ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ຂອງອີຣ່ານ.
ໃນການຖະແຫຼງ ທີ່ນະຄອນ ISTANBUL ໃນວັນອັງຄານ ມື້ນີ້ ບ່ອນທີ່ທ່ານ ໄປຮ່ວມ ກອງປະຊຸມສຸດຍອດ ປະຈຳພູມີີພາກນັ້ນ ປະທານາທິບໍດີ AHMADINEJAD ກ່າວວ່າ ສະຫະລັດ ແລະບັນດາປະເທດ ພັນທະມິດ ແມ່ນເຂົ້າໃຈຜິດ ຖ້າເຂົາເຈົ້າ ຫາກຄິດວ່າ ເຂົາເຈົ້າສາມາດ ທຳການລົງໂທດ ແລ້ວນັ່ງລົງ ເຈລະຈາ ກັບອີຣ່ານໄດ້.
ການໃຫ້ຄວາມເຫັນ ດັ່ງກ່າວ ຂອງຜູ້ນຳອີຣ່ານ ມີຂຶ້ນ ໃນຂະນະທີ່ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ພວມກະກຽມ ທີ່ຈະລົງຄະແນນສຽງ ກ່ຽວກັບ ການລົງໂທດ ຮອບທີ 4 ຕໍ່ອີຣ່ານ ທີ່ໄດ້ປະຕິເສດ ບໍ່ຍອມຢຸດເຊົາ ກິດຈະການນິວເຄລຍ ຂອງຕົນນັ້ນ.
ນາຍົກ ລມຕ ຣັດເຊຍ ທ່ານ VLADIMIR PUTIN ທີ່ໄດ້ໄປຮ່ວມ ກອງປະຊຸມສຸດຍອດ ທີ່ ISTANBUL ເຊັ່ນກັນນັ້ນ ໄດ້ບອກ ພວກນັກຂ່າວວ່າ ເກືອບວ່າ ໃກ້ຈະມີ ການຕົກລົງກັນ ໄດ້ແລ້ວ ກ່ຽວກັບ ຮ່າງຍັດຕິ ຂອງອົງການ ສະຫະປະຊາຊາດ ແຕ່ທ່ານກ່າວຕື່ມວ່າ ມາຕະການລົງໂທດ ບໍ່ຄວນຮຸນແຮງເກີນໄປ ຫລືວ່າ ເປັນການສ້າງ ສິ່ງກີດຂວາງຂຶ້ນ ຕໍ່ເສັ້ນທາງ ໄປສູ່ການມີ ພະລັງງານນິວເຄລຍໃຊ້ ໃນທາງທີ່ສັນຕິ ຂອງອີຣ່ານ.