ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຄົບຮອບ ການເລືອກຕັ້ງ ປະທານາທິບໍດີ ອີຣ່ານ


ຜູ້ນຳຝ່າຍຄ້ານຄົນນຶ່ງ ຂອງອີຣ່ານ ກ່າວວ່າ ຂະບວນການຂອງທ່ານ ຈະສືບຕໍ່ ການດີ້ນຮົນຕໍ່ສູ້ ໃນການຕໍ່ຕ້ານ ລັດຖະບານ.

ທ່ານ MIR HOSSEIN MOUSAVI ໃຫ້ທັດສະນະດັ່ງກ່າວ ໃນວັນເສົາມື້ນີ້ ຊຶ່ງເປັນວັນຄົບຮອບ ນຶ່ງປີ ໃນການເລືອກຕັ້ງ ປະທານາທິບໍດີ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ໃນອີຣ່ານ.

ກຸ່ມຝ່າຍຄ້ານ ວາງແຜນ ທີ່ຈະຈັດ ການໂຮມຊຸມນຸມປະທ້ວງ ເນື່ອງໃນໂອກາດ ດັ່ງກ່າວ ແຕ່ທ່ານ MOUSAVI ແລະທ່ານ MEHDI KARROUBI ຜູ້ນຳຝ່າຍຄ້ານ ຂອງອີຣ່ານ ອີກຄົນນຶ່ງ ໄດ້ຍົກເລີກ ແຜນການເດີນຂະບວນ ໃນຕົ້ນອາທິດນີ້ ຫຼັງຈາກ ຕຳຫຼວດຂູ່ວ່າ ຈະທຳການປາບປາມ ພວກປະທ້ວງ.

ຜູ້ນຳຝ່າຍຄ້ານທັງ 2 ກ່າວວ່າ ຕົນໄດ້ຕັດສິນໃຈ ດັ່ງກ່າວ ເພື່ອເປັນການ ປົກປ້ອງຊີວິດ ແລະຊັບສິນ.

ໃນປີກາຍນີ້ ພວກນັກເຄື່ອນໄຫວ ຝ່າຍຄ້ານ ໄດ້ພາກັນປະທ້ວງ ຢູ່ຕາມຖະໜົນຫົນທາງ ຫຼັງຈາກການເລືອກຕັ້ງ ໂດຍອ້າງວ່າ ປະທານາທິບໍດີ MAHMOUD AHMADINEJAD ໄດ້ຊະນະ ການເລືອກຕັ້ງ ຕື່ມອີກ ຍ້ອນສໍ້ໂກງ ຄະແນນສຽງ. ລັດຖະບານ ອີຣ່ານ ໄດ້ປະຕິເສດ ກ່ຽວກັບ ການກ່າວຫາ ດັ່ງກ່າວ.

ເຈົ້າໜ້າທີ່ ອີຣ່ານ ໄດ້ດຳເນີນການ ຢ່າງຮຸນແຮງ ຕໍ່ພວກໂຮມຊຸມນຸມ ປະທ້ວງ ໂດຍໄດ້ຈັບກຸມ ພວກປະທ້ວງ ຈຳນວນຫຼາຍພັນຄົນ.

ມີຫຼາຍກວ່າ 80 ຄົນ ໄດ້ຖືກຕັດສິນໂທດ ຈຳຄຸກດົນເຖິງ 15 ປີ ທີ່ພົວພັນ ກັບການປະທ້ວງ ແລະພວກນັກເຄື່ອນໄຫວ ອີກຫຼາຍໆຄົນ ປະເຊີນກັບ ໂທດປະຫານຊີວິດ.

XS
SM
MD
LG