ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຣ່ານ ຕິຕຽນ ປະເທດ ທີ່ມີນິວເຄລຍ


ປະທານາທິບໍດີ ອີຣ່ານ ທ່ານ MAHMOUD AHMADINEJAD ໄດ້ຕຳໜິຕິຕຽນ ບັນດາປະເທດ ມະຫາອຳນາດ ນິວເຄລຍຂອງໂລກ ທີ່ຢາກເກັບຮັກສາ ເທັກໂນໂລຈີໄວ້ ແຕ່ສຳລັບ ພວກເຂົາເຈົ້າເອງ.

ປະທານາທິບໍດີ ອີຣ່ານ ໃຫ້ຄວາມເຫັນດັ່ງກ່າວ ໃນວັນສຸກມື້ນີ້ ຫຼັງຈາກ ໄດ້ໄປຢ້ຽມ ຮ້ານສະແດງ ຂອງອີຣ່ານ ທີ່ງານມະຫະກຳ ສະແດງສິນຄ້າໂລກ ຢູ່ນະຄອນຊຽງໄຮ້ ໃນປະເທດຈີນ.

ທ່ານກ່າວວ່າ ມັນເປັນເລື່ອງ ບໍ່ຍຸຕິທຳ ທີ່ປະເທດ ມະຫາອຳນາດ ນິວເຄລຍ ໃຊ້ເລື່ອງ ອາວຸດນິວເຄລຍ ປ້ອງກັນບໍ່ໃຫ້ ປະເທດອື່ນໆ ພັດທະນາ ເທັກໂນໂລຈີ ດັ່ງກ່າວ ເພື່ອຈຸດປະສົງ ໃນທາງສັນຕິ.

ໃນມື້ວັນພຸດ ຜ່ານມານີ້ ປັກກິ່ງ ໄດ້ລົງຄະແນນສຽງ ເຫັນພ້ອມ ກັບການລົງ ໂທດຮອບທີ 4 ຂອງອົງການ ສະຫະປະຊາຊາດ ຕໍ່ອີຣ່ານ ທີ່ໄດ້ພົວພັນ ກັບກິດຈະການ ນິວເຄລຍ ທີ່ຫຼໍ່ແຫຼມ ເປັນອັນຕະລາຍ.

ຈີນ ທີ່ຄັດຄ້ານ ມາເປັນເວລາດົນນານ ຕໍ່ການລົງໂທດ ແຕ່ໄດ້ຮ່ວມສົມທົບ ກັບຣັດເຊຍ ສະຫະລັດ ແລະສະມາຊິກ ຖາວອນອື່ນໆ ຂອງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ເພື່ອໃຫ້ການສະໜັບສະໜຸນ ໃນການລົງໂທດຮອບ ໃໝ່ຕໍ່ອີຣ່ານ. ບໍ່ຄາດວ່າ ທ່ານ AHMADINEJAD ຈະໄດ້ພົບປະ ກັບເຈົ້າໜ້າ ທີ່ອະວຸໂສໃດໆ ຂອງຈີນ ໃນລະຫວ່າງ ການຢ້ຽມຢາມ ຂອງທ່ານ.

XS
SM
MD
LG