ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ລົງໂທດຄັ້ງໃໝ່ ຕໍ່ອີຣ່ານ


ອີຣ່ານ ໄດ້ສະ​ແດງ ​ທ່າ​ທີ​ຖື​ເບົາ ບໍ່​ໃຫ້​ຄວາມ​ສຳຄັນ​ ຕໍ່ການລົງໂທດ ຄັ້ງໃໝ່ ຂອງສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ທີ່ພະຍາຍາມ ບັງຄັບໃຫ້ ອີຣ່ານ ຢຸດເຊົາ ກິດຈະການຕ່າງໆ ດ້ານນິວເຄລຍ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງນັ້ນ.

ເອກອັກຄະລັດຖະທູດ ຂອງອີຣ່ານ ປະຈຳອົງການ ສະຫະປະຊາຊາດ ທ່ານ ALI ASGHAR SOLTANIEH ຢືນຢັດວ່າ ອີຣ່ານ ຈະບໍ່ຢຸດເຊົາ ໃນການກັ່ນ ທາດຢູເຣນຽມ.

ສະມາຊິກ 12 ປະເທດ ຈາກຈຳນວນ ທັງໝົດ 15 ປະເທດ ຂອງສະພາ ຄວາມໝັ້ນຄົງ ໄດ້ລົງຄະແນນສຽງ ໃນມື້ວັນພຸດວານນີ້ ເຫັນພ້ອມກັບ ມະຕິລົງໂທດ ຂະນະທີ່ ບຣາຊີລ ແລະເຕີກກີ ລົງຄະແນນ ສຽງຄັດຄ້ານ ແລະເລບານອນ ບໍ່ອອກສຽງ. ອົງການຂ່າວ ອິນເຕີແຟັກສ໌ ຂອງຣັດເຊຍ ລາຍງານ ໃນວັນພະຫັດ ມື້ນີ້ວ່າ ຣັດເຊຍ ໄດ້​ໂຈະ​ສັນຍາ ທີ່ຈະຂາຍ ລະບົບລູກສອນໄຟ S-300 ໃຫ້ອີຣ່ານນັ້ນ ເພື່ອໃຫ້ສອດຄ່ອງ ກັບການລົງໂທດ ຂອງສະຫະປະຊາຊາດ.

ຣັດເຊຍ ແລະຈີນ ຊຶ່ງຕ່າງກໍເປັນ ພັນທະມິດ ຂອງອີຣ່ານນັ້ນ ໄດ້ໃຫ້ການສະໜັບສະໜຸນ ຕໍ່ການລົງໂທດ​ໃໝ່​ນີ້ ຫຼັງຈາກ ໄດ້ປະສົບ ຄວາມສຳເລັດ ໃນການຜ່ອນເບົາ ມາຕະການ ລົງໂທດ ທີ່ບັນດາ ປະເທດຕາເວັນຕົກ ຢາກໃຫ້ມີຂຶ້ນນັ້ນ.

ຫົວໜ້າ ອົງການພະລັງງານ ປະລະມະນູ ຂອງອີຣ່ານ ທ່ານ ALI AKBAR SALEHI ໄດ້ຕຳໜິຕິຕຽນ ປັກກິ່ງ ທີ່ໃຫ້ການ ສະໜັບສະໜຸນ ຕໍ່ມະຕິ ລົງໂທດ ສະບັບໃໝ່. ໃນການໃຫ້ສຳພາດ ແກ່ອົງການຂ່າວ ນັກສຶກສາອີຣ່ານ ທ່ານ SALEHI ເຕືອນຈີນວ່າ ຈະສູນເສຍ ໃນອັນທີ່ທ່ານເອີ້ນວ່າ ຖານະທີ່​ໄດ້​ຮັບ​ ຄວາມເຄົາລົບນັບຖື ຢູ່​ໃນໂລກ ອິສະລາມ.

ຈີນກ່າວວ່າ ມະຕິດັ່ງກ່າວ ບໍ່ໄດ້ໝາຍຄວາມວ່າ ການດຳເນີນ ຄວາມພະຍາຍາມ ທາງດ້ານ ການທູດ ໄດ້ປິດລົງແລ້ວ ແລະຮຽກຮ້ອງ ໃຫ້ຮື້ຟື້ນ ການດຳເນີນ ຄວາມພະຍາຍາມ ຄືນໃໝ່ ໃນການເຈລະຈາຫາລື.

XS
SM
MD
LG