ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄງການນິວເຄລຍ ຂອງ ອີຣ່ານ


ອົງການພະລັງງານປະລະມະນູສາກົນ
ອົງການພະລັງງານປະລະມະນູສາກົນ

ອົງການ ພະລັງງານ ປະລະ ມະນູ ຂອງສະຫະປະຊາຊາດ ກ່າວວ່າ ອີຣ່ານ ຍັງສືບຕໍ່ ເກັບສະສົມ ວັດຖຸນິວເຄລຍ ແລະພວມກະກຽມ ນຳໃຊ້ອຸບປະກອນ ເພື່ອກັ່ນທາດຢູເຣນຽມ ໃນລະດັບທີ່ສູງຂຶ້ນ.

ລາຍງານສະບັບນຶ່ງ ຂອງອົງການພະລັງງານ ປະລະມະນູສາກົນ ເວົ້າວ່າ ການເກັບສະສົມ ເຊື້ອໄຟທີ່ກັ່ນແລ້ວ ໃນລະດັບຕໍ່າ ຂອງອີຣ່ານ ໄດ້ເພີ້ມຂຶ້ນເປັນ ຫຼາຍກວ່າ 2 ໂຕນ. ຈາກການມີທາດຢູເຣນຽມ ໃນປະລິມານ ຫຼວງຫຼາຍດັ່ງກ່າວ ເຖິງແມ່ນ ອີຣ່ານໄດ້ຈັດສົ່ງ 1.2 ໂຕນໄປໃຫ້ບຣາຊີລ ແລະເຕີກກີ ຕາມຂໍ້ຕົກລົງ ແລກປ່ຽນເຊື້ອໄຟກໍດີ ແຕ່ອີຣ່ານ ກໍຍັງຈະມີ ທາດຢູເຣນຽມ ພຽງພໍ ເພື່ອສ້າງ ອາວຸດນິວເຄລຍ.

ທ່ານ MIKE HAMMER ໂຄສົກ ສະພາຄວາມໝັ້ນຄົງ ແຫ່ງຊາດ ຂອງທຳນຽບຂາວ ກ່າວວ່າ ລາຍງານນີ້ ໄດ້ເນັ້ນໃຫ້ເຫັນ ເຖິງການປະຕິເສດ ຂອງອີຣ່ານ ທີ່ຈະປະຕິບັດຕາມ ຂໍ້ບັງຄັບ ຂອງນາໆຊາດ ທີ່ຈຳເປັນ ສຳລັບການເປີດ ການເຈລະຈາ ກ່ຽວກັບ ໂຄງການນິວເຄລຍ ຂອງອີຣ່ານ.

ອົງການ ພະລັງງານ ປະລະມະນູ ສາກົນ ກ່າວວ່າ ປັດຈຸບັນ ອີຣ່ານ ກຳລັງກັ່ນ ທາດຢູເຣນຽມ ທີ່ມີຄວາມບໍລິສຸດ ເກືອບ 20 ເປີເຊັນ.

ອີຣ່ານ ກ່າວໃນເດືອນກຸມພາ ຜ່ານມານີ້ວ່າ ຕົນໄດ້ຍົກລະດັບ ການກັ່ນທາດຢູເຣນຽມ ເພື່ອ ໃຊ້ເປັນເຊື້ອໄຟ ສຳລັບ ເຕົາແຍກນິວເຄລຍ ເພື່ອການຄົ້ນຄວ້າທາງ ດ້ານການແພດ ທີ່ນະຄອນຫຼວງ ເຕຫະຣ່ານ. ແຕ່ການຕັດສິນ ໃຈດັ່ງກ່າວນີ້ ເຮັດໃຫ້ບັນດາ ປະເທດຕາເວັນຕົກ ມີຄວາມວິຕົກກັງວົນ ເພີ້ມຂຶ້ນ ຍ້ອນວັດຖຸດັ່ງກ່າວ ໄດ້ມີຄວາມບໍລິສຸດ ເພີ້ມຂຶ້ນໃກ້ 90 ເປີເຊັນ ທີ່ຈຳເປັນ ສຳລັບການຜະລິດອາວຸດ ນິວເຄລຍນັ້ນ.

XS
SM
MD
LG