ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເລື້ອງອີຣ່ານ ກັບຄວາມຮຸນແຮງ ຈະຢູ່ໃນ ລາຍການປະຊຸມ ລະຫວ່າງ ທ່ານໂອບາມາ ແລະ ທ່ານເນຕັນຢາຮູ້


ປ. ບາຣັກ ໂອບາມາ ຕັ້ງໃຈຟັງ ໃນຂະນະທີ່ ນາຍົກ
ລັດຖະມົນຕີ ອິສຣາແອລ ທ່ານ ເບັນຈະມິນ ເນຕັນຢາຮູ້ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ໃນຫ້ອງ Oval ຂອງທຳນຽບຂາວ ໃນວໍຊິງຕັນ ເມື່ອວັນທີ 1ຕຸລາ 2014.
ປ. ບາຣັກ ໂອບາມາ ຕັ້ງໃຈຟັງ ໃນຂະນະທີ່ ນາຍົກ ລັດຖະມົນຕີ ອິສຣາແອລ ທ່ານ ເບັນຈະມິນ ເນຕັນຢາຮູ້ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ໃນຫ້ອງ Oval ຂອງທຳນຽບຂາວ ໃນວໍຊິງຕັນ ເມື່ອວັນທີ 1ຕຸລາ 2014.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ເປັນເຈົ້າ
ພາບຕ້ອນຮັບນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ
ເນຕັນຢາຮູ້ ເພື່ອເຂົ້າຮ່ວມ ການເຈລະຈາ ໃນວັນຈັນມື້ນີ້ ເວລາ
ຜູ້ນຳອິສຣາແອລ ໄດ້ເດີນທາງມາຢ້ຽມຢາມວໍຊິງຕັນ ເປັນຄັ້ງທຳ
ອິດ ນັບຕັ້ງແຕ່ 6 ປະເທດມະຫາອຳນາດ ໄດ້ລົງນາມໃນຂໍ້ຕົກລົງ
ດ້ານນິວເຄລຍ ກັບອີຣານ ເປັນຕົ້ນມາ.

ທ່ານເນຕັນຢາຮູ້ ແມ່ນນຶ່ງໃນບັນດາຜູ້ ທີ່ໄດ້ກ່າວວິພາກວິຈານ
ຂໍ້ຕົກລົງດັ່ງກ່າວເມື່ອເດືອນກໍລະກົດຜ່ານມາ ໂດຍກ່າວວ່າ ມັນ
ອາດຈະ ບໍ່ເຮັດໃຫ້ການທຳງານ ໄປສູການມີອາວຸດນິວເຄລຍ
ຂອງອີຣານນັ້ນ ຊ້າລົງເລີຍ ແລະອາດເຮັດໃຫ້ອິສຣາແອລຕົກ
ຢູ່ໃນສະພາບທີ່ອັນຕະລາຍ. ທ່ານໄດ້ເນັ້ນໃຫ້ເຫັນເຖິງ ຄວາມເປັນຫ່ວງຂອງທ່ານ ໃນການ
ກ່າວຄຳປາໄສ ຕໍ່ລັດຖະສະພາ ສະຫະລັດ ທີ່ຄວບຄຸມ ໂດຍພັກຣີພັບບລີກັນ ເມື່ອເດືອນ
ມີນາ ໃນລະຫວ່າງການເດີນທາງມາ ບ່ອນທີ່ທ່ານບໍ່ໄດ້ພົບປະ ກັບທ່ານໂອບາມາ ນັ້ນ.

ທຳນຽບຂາວ ກ່າວວ່າ ຂໍ້ຕົກລົງກັບອີຣ່ານນັ້ນ ຈະເປັນເລື້ອງທີ່ລວມເຂົ້າກັນກັບບັນຫາ
ຄວາມໝັ້ນຄົງຢູ່ໃນຂົງເຂດ ທີ່ທ່ານໂອບາມາ ແລະ ທ່ານເນຕັນຢາຮູ້ ຈະປຶກສາຫາລືກັນ
ໃນກອງປະຊຸມ ທີ່ຈະມີ ຮອງປະທານາທິບໍດີສະຫະລັດ ທ່ານໂຈ ບາຍເດັ້ນ ເຂົ້າຮ່ວມນຳ.

ຫຼາຍຊົ່ວໂມງກ່ອນໜ້າ ທ່ານເນຕັນຢາຮູ້ ອອກເດີນທາງຈາກອິສຣາແອລ ທ່ານໄດ້ກ່າວວ່າ
ການເຈລະຈາ ຄວນຈະເພັ່ງເລັງໃສ່ ເລື້ອງ “ເສີມກຳລັງຄວາມແຂງແກ່ນດ້ານຄວາມ
ໝັ້ນຄົງ”
ຂອງອິສຣາແອລ. ທ່ານກ່າວຕໍ່ໄປວ່າ ຄວາມໝັ້ນຄົງຂອງອິສຣາແອລນັ້ນ ແມ່ນ
ສິ່ງທີ່ສະຫະລັດໄດ້ໃຫ້ຄຳໝັ້ນສັນຍາ ສະເໝີມາ ໂດຍມີເປົ້າໝາຍ ຮັກສາໄວ້ການໄດ້ປຽບ
ຂອງອິສຣາແອລ ໃນການປະເຊີນໜ້າກັບການປ່ຽນແປງຢູ່ໃນຕາເວັນອອກກາງ.

ອິສຣາແອລ ແມ່ນໄດ້ຮັບການຊ່ວຍເຫຼືອທາງດ້ານທະຫານຈາກສະຫະລັດ ຫຼາຍກວ່າ 3 ຕື້
ໂດລາຕໍ່ປີຢູ່ແລ້ວ ແລະ ບັນດາເຈົ້າໜ້າທີ່ ກ່າວວ່າ ທ່ານເນຕັນຢາຮູ້ ຫວັງວ່າ ຈະໄດ້ເພີ້ມ
ການຊ່ວຍເຫຼືອຂຶ້ນເປັນ 4 ຫຼື 5 ຕື້ໂດລາຕໍ່ປີ. ໃນປັດຈຸບັນນີ້ ການຈັດແຈງ ໄລຍະ 10 ປີ ທີ່
ໄດ້ຕົກລົງກັນ ແມ່ນຈະໝົດກຳນົດ ໃນປີ 2017.

ແຕ່ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ຂໍ້ຕົກລົງດ້ານການປ້ອງກັນໃໝ່ ຈະບໍ່ສາມາດ
ສະລຸບໄດ້ ໃນລະຫວ່າງ ກອງປະຊຸມສຸດຍອດຂອງທ່ານໂອບາມາ ກັບ ທ່ານເນຕັນຢາຮູ້.

ຄາດກັນວ່າ ຜູ້ນຳທັງສອງຍັງຈະປຶກສາຫາລື ຄື້ນຟອງອັນໃໝ່ ຂອງຄວາມຮຸນແຮງລະຫວ່າງ
ຊາວອິສຣາແອລ ແລະປາແລັສໄຕນ໌ ທີ່ໄດ້ເລີ້ມຕົ້ນຂຶ້ນເມື່ອສອງເດືອນຜ່ານມາ ຢູ່ທີ່ສະ
ຖານທີ່ສັກສິດໃນນະຄອນ Jerusalem ແລະ ໄດ້ແຜ່ລາມອອກໄປທົ່ວອິສຣາແອລ ແລະ
ເຂົ້າໄປໃນເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ແລະ ເຂດ Gaza ນຳດ້ວຍ.

US Israel Talks
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG