ໜັງສືພິມ New York Times ລາຍງານຂ່າວໃນວັນອາທິດມື້ນີ້ວ່າ ອິຣັກໄດ້ໃຊ້ເຄືອຂ່າຍຂອງສະຖາບັນການເງິນ ແລະກິດຈະການລັກລອບຂົນສົ່ງນໍ້າມັນ ຊ່ວຍອິຣ່ານຫລີກເວ້ນຈາກການລົງໂທດ.
ໃນເດືອນກໍລະກົດຜ່ານມາ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ສັ່ງຫ້າມ ບໍ່ໃຫ້ທະນາ ຄານແຫ່ງນຶ່ງທີ່ນະຄອນຫລວງແບກແດດຂອງອິຣັກ ທໍາທຸລະກໍາໃດໆກັບລະບົບທະນາ ຄານຂອງສະຫະລັດ. ທ່ານໂອບາມາກ່າວຢູ່ໃນຖະແຫຼງການສະບັບນຶ່ງ ວ່າ ທະນາຄານ Elaf Islamic Bank ໄດ້ຊ່ວຍທໍາທຸລະກໍາ ມູນຄ່າຫຼາຍລ້ານໂດລາ ໃນນາມຂອງທະນາ ຄານຕ່າງໆຂອງ ອິຣ່ານທີ່ຖືກລົງໂທດ ຍ້ອນການເຊື່ອມໂຍງກັບກິດຈະກາແຜ່ຜາຍນີວເຄຼຍທີ່ຜິດກົດໝາຍ ຂອງອິຣ່ານນັ້ນ.
ໜັງສືພິມ New York Times ເວົ້າອີກວ່າ ເຖິງແມ່ນໄດ້ຖືກລົງໂທດຕາມການຕັດສິນໃຈດັ່ງກ່າວຂອງປະທານາທິບໍດີໂອບາມາກໍຕາມ ແຕ່ທະ ນາຄານ Elaf Islamic ກໍຍັງສືບຕໍ່ປະກອບສ່ວນໃນການປະມູນປະຈໍາວັນຂອງທະນາຄານກາງຂອງອິຣັກຢູ່ຕໍ່ມາ ຊຶ່ງໃນການປະມູນດັ່ງກ່າວນັ້ນ ທະນາຄານພານິດທັງຫຼາຍ ສາມາດຂາຍເງິນຕາ ດີນາ ຂອງອິຣັກ ແລະຊື້ເອົາເງິນໂດລາຂອງສະຫະລັດໄດ້.