ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຕິດຕັ້ງ ເຄື່ອງກັ່ນ ຢູເຣນຽມ ທັນສະໄໝ ຢູ່ Nantanz


ຮູບບໍລິເວນໂຮງງານກັ່ນທາດຢູເຣນຽມ Nantanz ທີ່ຕັ້ງຢູ່ທາງທິດໃຕ້ ຂອງນະຄອນຫຼວງເຕຫະຣານ.
ຮູບບໍລິເວນໂຮງງານກັ່ນທາດຢູເຣນຽມ Nantanz ທີ່ຕັ້ງຢູ່ທາງທິດໃຕ້ ຂອງນະຄອນຫຼວງເຕຫະຣານ.
ອົງການຄຸ້ມຄອງນິວເຄລຍຂອງສະຫະປະຊາຊາດ ກ່າວວ່າ ອີ
ຣ່ານ ໄດ້ເລີ້ມຕິດຕັ້ງເຄື່ອງກັ່ນທີ່ກ້າວໜ້າທັນສະໄໝ ຢູ່ທີ່ບ່ອນ ຜະລິດທາດຢູເຣນຽມທີ່ສຳຄັນແຫ່ງນຶ່ງຂອງຕົນ.

ລາຍງານຈາກອົງການພະລັງງານປະລະມະນູສາກົນຫຼື IAEA
ກ່າວວ່າ ອີຣ່ານ ໄດ້ເລີ້ມຕິດຕັ້ງເຄື່ອງກັ່ນຊະນິດໃໝ່ IR-2m
ຢູ່ທີ່ໂຮງງານ Nantanz ຊຶ່ງຕັ້ງຢູ່ທາງທິດໃຕ້ຂອງກຸງເຕຫະຣານ.
ອົງການ IAEA ເຊື່ອວ່າ ມີເຄື່ອງກັ່ນຢ່າງໜ້ອຍ 100 ເຄື່ອງ ໄດ້
ຖືກຕິດຕັ້ງຢູ່ໃນໂຮງ ງານແຫ່ງນີ້.

ຖ້າຫາກມີການປະຕິບັດງານ ຢ່າງສໍາເລັດຜົນ ເຄື່ອງກັ່ນທີ່ທັນ
ສະໄໝເຫຼົ່ານີ້ ອາດຈະເຮັດໃຫ້ ການກັ່ນທາດຢູເຣນຽມ ຂອງອີ
ຣ່ານໄວສູ່ລະດັບທີ່ປະເທດຕາເວັນຕົກມີຄວາມຢ້ານກົວວ່າສາ ມາດນໍາໃຊ້ໃນການຜະລິດອາວຸດນິວເຄລຍນັ້ນ.

ສະຫະລັດໄດ້ເຕືອນອີຣ່ານໃນວັນພະຫັດວານນີ້ວ່າ ອີຣ່ານຈະປະເຊີນໜ້າກັບການໄດ້ຮັບ ຄວາມກົດດັນແລະຖືກໂດດດ່ຽວຫຼາຍຂຶ້ນ ຖ້າຫາກວ່າອີຣ່ານບໍ່ສາມາດແກ້ໄຂຄວາມເປັນ ຫວ່ງຂອງນາໆຊາດ ກ່ຽວກັບໂຄງການນິວເຄລຍຂອງອີຣ່ານ ໃນລະຫວ່າງການເຈລະຈາ ກັບຫົກປະເທດມະຫາອໍານາດຂອງໂລກທີ່ປະກອບດ້ວຍສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ ເຊຍ ແລະເຢຍລະມັນ ໃນວັນອັງຄານ ຈະມາເຖິງນີ້ ທີ່ປະເທດ Kazakhstan ຄືໃນວັນທີ
26 ກຸມພາ. ໂຄສົກທໍານຽບຂາວທ່ານ Jay Carney ກ່າວວ່າ ປະຕູຫຼືໂອກາດສຳລັບການ ແກ້ໄຂທາງທູດກັບອີຣ່ານຍັງເປີດໄວ້ຢູ່ ແຕ່ດັ່ງທີ່ທ່ານກ່າວ “ປະຕູນີ້ຄົງຈະບໍ່ເປີດໄວ້ໂດຍທີ່ ບໍ່ມີກໍາໜົດ.”

ກ່ຽວຂ້ອງກັນ

XS
SM
MD
LG