ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ສົ່ງນັກເຄື່ອນໄຫວ ທາງດິຈິຕອລ ເຂົ້າຄຸກ ໂດຍບໍ່ມີໝາຍຮຽກກ່ອນ


ພາບຂອງນັກເຄື່ອນໄຫວຊາວ ອີຣ່ານ ທ້າວ ອາເມຍ ພູຣາງ ຊາມາດີ ເທຣານີ, ຜູ້ທີ່ຖືກຈັບຢ່າງບໍ່ຖືກຕັ້ງຕາມກົດໝາ. 2 ທັນວາ, 2020. (VOA Persian)
ພາບຂອງນັກເຄື່ອນໄຫວຊາວ ອີຣ່ານ ທ້າວ ອາເມຍ ພູຣາງ ຊາມາດີ ເທຣານີ, ຜູ້ທີ່ຖືກຈັບຢ່າງບໍ່ຖືກຕັ້ງຕາມກົດໝາ. 2 ທັນວາ, 2020. (VOA Persian)

ທະນາຍຄວາມສຳລັບນັກເຄື່ອນໄຫວທາງດິຈິຕອລຊາວ ອີຣ່ານ ໄດ້ກ່າວຫາບັນດາເຈົ້າໜ້າທີ່ ກ່ຽວ ກັບການຈັບກຸມຢ່າງຜິດກົດໝາຍ ແລະ ນຳຕົວລູກຄວາມຂອງລາວໄປເຂົ້າຄຸກໃນອາທິດທີ່ຜ່ານມາ ເພື່ອເລີ່ມໂທດຂັງຄຸກຂອງລາວ ໂດຍປາສະຈາກການຮຽກຕົວກ່ອນ ເພື່ອໃຫ້ນັກເຄື່ອນໄຫວທີ່ວ່ານັ້ນ ມີໂອກາດທີ່ຈະລາຍງານຕົວເຂົ້າຄຸກຢ່າງສະໝັກໃຈ.

ໃນການສຳພາດເມື່ອວັນທີ 3​ ທັນວາທີ່ຜ່ານມາກັບວີໂອເອພະແນກພາສາ ເປີເຊຍ ຈາກ ອີຣ່ານ, ທະນາຍຄວາມ ອາລີ ຊາຣິຟຊາເດ (Ali Sharifzadeh) ໄດ້ກ່າວວ່າ ພວກກອງກຳລັງຮັກສາຄວາມປອດໄພໄດ້ກັກຂັງລູກຄວາມຂອງລາວ, ທ້າວ ອາເມຍ ພູຣາງ ຊາມາດີ ເທຣານີ (Amir Pourang Sarmadi Tehrani), ຢູ່ສະຖານທີ່ເຮັດວຽກຂອງນັກເຄື່ອນໄຫວຄົນດັ່ງກ່າວໃນເມືອງ ບາໂບລຊາ (Babolsar) ທາງພາກເໜືອຂອງປະເທດນຶ່ງວັນກ່ອນໜ້ານັ້ນ ແລະ ໄດ້ສົ່ງນັກເຄື່ອນໄຫວດັ່ງກ່າວໄປເຂົ້າຄຸກໃນເມືອງ ບາໂບລ (Babol) ທີ່ຢູ່ໃກ້ຄຽງ.

ທຳອິດພວກເຈົ້າໜ້າທີ່ ອີຣ່ານ ໄດ້ຈັບທ້າວ ຊາມາດີ ເທຣານີ, ຜູ້ທີ່ມີອາຍຸ 40 ປີກວ່າ, ໃນເດືອນກໍ ລະກົດ 2019 ກ່ອນປ່ອຍຕົວລາວດ້ວຍການປະກັນຕົວໃນເດືອນຕໍ່ມາ ແລະ ຫລັງຈາກນັ້ນໄດ້ຕັດ ສິນວ່າລາວມີຄວາມຜິດ ກ່ຽວກັບ ອາຊະຍາກຳຕໍ່ຄວາມປອດໄພແຫ່ງຊາດ ທີ່ກ່ຽວຂ້ອງການເຄື່ອນ ໄຫວທາງ ອອນໄລນ໌ທີ່ງຽບສະຫງົບຂອງລາວ. ສານປະຕິວັດຂັ້ນຕໍ່າໄດ້ຕັດສິນຂັງຄຸກລາວ 5 ປີໃນເດືອນທັນວາປີ 2019 ແລະ ສານອຸທອນໄດ້ເຫັນດີກັບການຕັດສິນໃນເດືອນພຶດສະພາ.

ທ່ານ ຊາຣິຟຊາເດ ໄດ້ກ່າວໃນວັນທີ 2 ທັນວາວ່າ ການຈັບກຸມທ້າວ ຊາມາດີ ເທຣານີ ແມ່ນຜິດກົດ ໝາຍຍ້ອນວ່າ ຜູ້ພິພາກສາ ອີຣ່ານ ບໍ່ໄດ້ອອກໝາຍຮຽກໃຫ້ໄປລາຍງານຕົວຕໍ່ສານ ບາໂບລ ຢ່າງສະໝັກໃຈກ່ອນຕາມທີ່ໄດ້ກຳນົດໄວ້ໃນມາດຕາທີ 500 ຂອງກົດໝາຍການດຳເນີນຄຳພິພາກສາຂອງ ອີຣ່ານ.

ມາດຕາດັ່ງກ່າວຍັງລວມມີຄຳເວົ້າທີ່ກ່າວວ່າ ຜູ້ພິພາກສາ ອີຣ່ານ ສາມາດຍົກເລີກໝາຍຮຽກເຂົ້າຄຸກ ແລະ ອອກໝາຍຮຽກຈັບແທນເພື່ອຈັບກຸມຜູ້ທີ່ຖືກຕັດສິນມີຄວາມຜິດ ຖ້າຄົນຜູ້ນັ້ນມີຄວາມເຫັນວ່າສ່ຽງເດີນທາງອອກຈາກປະເທດ. ຂໍ້ຄວາມດັ່ງກ່າວເວົ້າວ່າຜູ້ພິພາກສາຕ້ອງໄດ້ທຳການພິ ຈາລະນາສຳນວນຄະດີຂອງຜູ້ທີ່ຖືກຕັດສິນມີຄວາມຜິດນັ້ນ.

ທ່ານ ຊາຣິຟຊາເດ ໄດ້ກ່າວຕໍ່ວີໂອເອວ່າ ທ້າວ ຊາມາດີ ເທຣານີ ບໍ່ໄດ້ມີຄວາມສ່ຽງເດີນທາງອອກຈາກປະເທດ. “ລາວກໍຍັງບໍ່ຄາດວ່າຈະຖືກສົ່ງໄປເຂົ້າຄຸກໃນຊ່ວງເວລາທີ່ເກີດໂຣກລະບາດໄວຣັສ ໂຄໂຣນາຢ່າງໜັກນີ້, ອີງຕາມການກ່າວຂອງທະນາຍຄວາມ. ມັນກໍຍັງບໍ່ມີຄວາມກະຈ່າງແຈ້ງວ່າ ຜູ້ພິພາກສາເຊື່ອວ່າ ທ້າວ ຊາມາດີ ເທຣານີ ມີຄວາມສ່ຽງເດີນທາງອອກຈາກປະເທດຫຼືບໍ່ ກ່ອນທີ່ນັກເຄື່ອນໄຫວຄົນດັ່ງກ່າວໄດ້ຖືກຈັບ.

ວີໂອເອບໍ່ສາມາດຢືນຢັນສະຖານະການການຈັບກຸມຂອງທ້າວ ຊາມາດີ ເທຣານີ ໄດ້ຕາມລຳພັງຍ້ອນວ່າເຂົາເຈົ້າຖືກຫ້າມບໍ່ໃຫ້ລາຍງານຂ່າວຢູ່ໃນ ອີຣ່ານ. ມັນບໍ່ໄດ້ມີການກ່າວກ່ຽວກັບ ເລີ່ມຕົ້ນການຂັງຄຸກຂອງລາວຢູ່ໃນສື່ມວນຊົນລັດຖະບານ ອີຣ່ານ ເຊັ່ນກັນ.

ທ້າວ ຊາມາດີ ເທຣານີ ແມ່ນນຶ່ງໃນນັກເຂື່ອນໄຫວທາງດິຈິຕອລຊາວ ອີຣ່ານ 12 ຄົນທີ່ຖືກຈັບກຸມ ແລະ ຖືກຕັດສິນມີຄວາມຜິດໃນປີກາຍນີ້ ກ່ຽວກັບ ຄວາມຜິດດ້ານຄວາມປອດໄພແຫ່ງຊາດລວມມີ “ການເຕົ້າໂຮມກັນ ແລະ ການສົມຮູ້ຮ່ວມຄິດເພື່ອກໍ່ອະຊະຍາກຳຕໍ່ຄວາມປອດໄພແຫ່ງຊາດ,” ດູໝິ່ນຜູ້ນຳສູງສຸດຂອງ ອີຣ່ານ ອາຢາໂທລລາ ອາລີ ຄາເມນີ ແລະ ແຜ່ກະຈາຍການໂຄສະນາຊວນເຊື່ອຕໍ່ຕ້ານລັດຖະບານ.

ບັນດານັກເຂື່ອນໄຫວສິດທິມະນຸດ ອີຣ່ານ ໄດ້ອະທິບາຍນັກເຂື່ອນໄຫວ 12 ຄົນນັ້ນດັ່ງກັບຜູ້ນິຍົມລະບອບລາຊາທິປະໄຕ ສຳລັບການສະໜັບສະໜູນອົງມົງກຸດ ເຣຊາ ປາລາວີ ທີ່ອາໄສພັດຖິ່ນໃນ ສະຫະລັດ. ເຂົາເຈົ້າໄດ້ກ່າວວ່າ ທ້າວ ຊາມາດີ ເທຣານີ ຍັງໄດ້ໃຊ້ສື່ສັງຄົມເພື່ອລົງຂໍ້ຄວາມຕຳໜິວິຈານ ຜູ້ສອນສາສະໜານິກາຍຊີໄອ້ທີ່ມີອິດທິພົນຂອງ ອີຣ່ານ, ຜູ້ທີ່ໄດ້ຂັບໄລ່ພໍ່ຂອງອົງມົງກຸດ ປາລາວີ ອອກຈາກອຳນາດໃນການປະຕິວັດອິສລາມ ໃນປີ 1979.

ຜູ້ທີ່ບໍ່ເຫັນພ້ອມກັບນະໂຍບາຍຂອງທາງການອີກ 11 ຄົນກໍຖືກຕັດສິນຂັງຄຸກ ຫຼາຍປີເຊັ່ນກັນ ສຳລັບກິດຈະກຳທາງດິຈິຕອລທີ່ງຽບສະຫງົບທີ່ຄ້າຍຄືກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG