ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ເປັນເຈົ້າພາບ ຈັດການພົບປະຄັ້ງສຳຄັນ ທີ່ປະກອບມີຄູ່ປໍລະປັກໃນ ອັຟການິສຖານ


ພາບທີ່ເປີດເຜີຍໂດຍກະຊວງການຕ່າງປະເທດ ອີຣ່ານ ສະແດງໃຫ້ເຫັນລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ ຮອສເຊນ ອາມີຣາບດອລລາຮຽນ (ທີ 2, ຊ້າຍ) ພົບປະກັບວ່າການລັດຖະມົນຕີຕ່າງປະເທດ ຕາລີບານ ອາເມຍ ຄານ ມຸດຕາກີ (ຂວາ) ໃນນະຄອນຫຼວງ ເຕຫະຣ່ານ. 9 ມັງກອນ, 2022.
ພາບທີ່ເປີດເຜີຍໂດຍກະຊວງການຕ່າງປະເທດ ອີຣ່ານ ສະແດງໃຫ້ເຫັນລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ ຮອສເຊນ ອາມີຣາບດອລລາຮຽນ (ທີ 2, ຊ້າຍ) ພົບປະກັບວ່າການລັດຖະມົນຕີຕ່າງປະເທດ ຕາລີບານ ອາເມຍ ຄານ ມຸດຕາກີ (ຂວາ) ໃນນະຄອນຫຼວງ ເຕຫະຣ່ານ. 9 ມັງກອນ, 2022.

ກຸ່ມຕາລີບານຂອງ ອັຟການິສຖານ ໄດ້ຢືນຢັນໃນວັນຈັນວານນີ້ວ່າພວກຜູ້ແທນອາວຸໂສຂອງເຂົາ ເຈົ້າໄດ້ທຳການພົບປະຢູ່ປະເທດ ອີຣ່ານ ທີ່ຢູ່ໃກ້ຄຽງກັບບັນດາຜູ້ນຳຝ່າຍຄ້ານຄົນສຳຄັນທີ່ອາໄສພັດຖິ່ນ ເພື່ອຮຽກຮ້ອງໃຫ້ເຂົາເຈົ້າສິ້ນສຸດການຕໍ່ຕ້ານຕໍ່ການປົກຄອງໃໝ່ຂອງກຸ່ມອິສລາມນັ້ນ ແລະ ຮັບປະກັນຕໍ່ເຂົາເຈົ້າ ກ່ຽວກັບ ຄວາມປອດໄພ ຖ້າເຂົາເຈົ້າກັບຄືນບ້ານ.

ວ່າການລັດຖະມົນຕີການຕ່າງປະເທດຂອງກຸ່ມຕາລີບານ ທ່ານ ອາເມຍ ມຸດຕາກີ ໄດ້ນຳພາທີມຂອງລາວໃນການພົບປະດັ່ງກ່າວ ກັບທ່ານ ອາມາດ ມາສຊູດ, ຜູ້ທີ່ໄດ້ນຳພາສິ່ງທີ່ຮູ້ຈັກກັນ ໃນ​ຊື່ແນວໂຮມຕໍ່ຕ້ານແຫ່ງຊາດ ຫຼື NRF, ແລະ ທ່ານ ອິສເມລ ຄານ, ອະດີດລັດຖະມົນຕີ ອັຟການິສຖານ ແລະ ຜູ້ປົກຄອງແຂວງ.

ໂຄສົກກຸ່ມຕາລີບານ ທ່ານ ບີລາລ ຄາຣີມີ, ໃນຂະນະທີ່ກຳລັງແລກປ່ຽນລາຍລະອຽດ ກ່ຽວກັບ ການພົວພັນໂດຍກົງທີ່ຮູ້ຈັກເປັນຄັ້ງທຳອິດລະຫວ່າງຝ່າຍຄູ່ແຂ່ງໃນ ເຕຫະຣ່ານ ນັ້ນ ໄດ້ກ່າວວ່າ ທ່ານ ມຸດຕາກີ ໄດ້ເລີ່ມຕົ້ນການຮັບປະ ກັນຂອງ ຕາລີບານ ວ່າ ເຂົາເຈົ້າແມ່ນມຸ່ງໝັ້ນທີ່ຈະຮັບປະກັນ “ອະນາຄົດທີ່ປອດໄພ” ສຳລັບປະຊາຊົນ ອັຟການິສຖານ ທຸກຄົນທີ່ “ບໍ່ມີເຫດຜົນສຳລັບການຕໍ່ຕ້ານໃດໆ.”

ທ່ານ ມຸດຕາກີ ເອງ ໄດ້ຢືນຢັນການປະຊຸມໃນຄຳປາໄສຜ່ານທາງວິດີໂອທີ່ພວກເຈົ້າໜ້າທີ່ໄດ້ເປີດ ເຜີຍຕໍ່ມາໃນຕອນສະຫຼຸບຂອງການພົບປະສອງຝ່າຍເປັນເວລາສອງວັນກັບບັນດາເຈົ້າໜ້າທີ່ ອີຣ່ານ.

ທ່ານ ມຸດຕາກີ ໄດ້ກ່າວວ່າ “ແມ່ນແລ້ວ, ພວກເຮົາໄດ້ພົບປະກັບຜູ້ບັນຊາການ ອິສເມລ ຄານ ແລະ ທ່ານ ອາມາດ ມາສຊູດ ໃນ ອີຣ່ານ, ພ້ອມກັບຄົນ ອັຟການິສຖານ ອື່ນໆຢູ່ທີ່ນັ້ນ.”

ຫົວໜ້ານັກການທູດ ຕາລີບານ ໄດ້ຢືນຢັນວ່າ “ພວກເຮົາຮັບປະກັນວ່າພວກເຂົາເຈົ້າທຸກຄົນສາ ມາດກັບຄືນມາເພື່ອອາໄສຢູ່ຢ່າງອິດສະຫຼະ ແລະ ປອດໄພໃນ ອັຟການິສຖານ. ພວກເຮົາບໍ່ມີເຈຕະນາທີ່ຈະກໍ່ບັນຫາດ້ານຄວາມປະໄພ ແລະ ອື່ນໆສຳລັບຄົນໃດ.”

ທ່ານ ມາສຊູດ ແລະ ທ່ານ ຄານ ເຊິ່ງທັງສອງທ່ານແມ່ນຄົນຊົນເຜົ່າ ທາຈິກ ນັ້ນ, ແມ່ນບໍ່ສາມາດເຂົ້າຫາເພື່ອຂໍຄຳເຫັນໃນທັນທີ. ກຸ່ມຕາລີບານສ່ວນໃຫຍ່ແມ່ນຊົນເຜົ່າ ປາສຕຸນ, ເຊິ່ງແມ່ນກຸ່ມທີ່ໃຫຍ່ທີ່ສຸດໃນ ອັຟການິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG