ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີຣ່ານ ຫວັງວ່າ ຈະໄດ້ເຈລະຈາ ກັບຊາອຸດີ ອາເຣເບຍ ເພື່ອແກ້ໄຂ ບັນຫາບໍ່ສອດຄ່ອງກັນ


ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ຖະແຫລງໃນລະຫວ່າງ ກອງປະຊຸມນັກຂ່າວ ໃນນະ
ຄອນຫຼວງອິສລາມາບັດ, ປະເທດປາກິສຖານ, ວັນ
ທີ 26 ມີນາ 2016.
ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ຖະແຫລງໃນລະຫວ່າງ ກອງປະຊຸມນັກຂ່າວ ໃນນະ ຄອນຫຼວງອິສລາມາບັດ, ປະເທດປາກິສຖານ, ວັນ ທີ 26 ມີນາ 2016.

ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ກ່າວວ່າ
ປະເທດ ຂອງທ່ານພ້ອມແລ້ວທີ່ຈະ “ເຮັດທຸກໆຢ່າງທີ່ຕົນສາ
ມາດເຮັດໄດ້”
ເພື່ອຟື້ນຟູສາຍພົວພັນຂອງພວກເຂົາເຈົ້າກັບ
ປະເທດ ຊາອູດີ ອາເຣເບຍ, ສຳລັບຜົນປະໂຫຍດຂອງການ
ສົ່ງເສີມຄວາມກ້າວໜ້າ ແລະ ຄວາມຈະ ເລີນຮຸ່ງເຮືອງຂອງ
ໂລກມຸສລິມ.
ທ່ານ Rouhani ຜູ້ທີ່ໄດ້ເດີນທາງຢ້ຽມຢາມປະເທດ ປາກິສຖານ
2 ມື້ໃນວັນເສົາວານນີ້ໄດ້ກ່າວວ່າ ທ່ານເຊື່ອວ່າ ບັນຫາຄວາມ
ແຕກຕ່າງ ສາມາດແກ້ໄຂໄດ້ຜ່ານການເຈລະຈາ, ເຖິງແມ່ນວ່າ
ການເຈລະຈາ ລະຫວ່າງທັງສອງປະເທດແມ່ນເບິ່ງຄືວ່າ ຈະເປັນໄລຍະເວລາສັ້ນໆ ກໍຕາມ.

ຂວັນໄຟພຸ້ງຂຶ້ນ ໃນຂະນະທີ່ ພວກປະທ້ວງຊາວອີ່ຣ່ານ ວາງເພີງໃສ່ ສະຖານທູດ ຊາອຸດີອາຣາເບຍ ໃນນະຄອນຫຼວງ ເຕຫະຣ່ານ, ວັນທີ 3 ມັງກອນ 2016.
ຂວັນໄຟພຸ້ງຂຶ້ນ ໃນຂະນະທີ່ ພວກປະທ້ວງຊາວອີ່ຣ່ານ ວາງເພີງໃສ່ ສະຖານທູດ ຊາອຸດີອາຣາເບຍ ໃນນະຄອນຫຼວງ ເຕຫະຣ່ານ, ວັນທີ 3 ມັງກອນ 2016.

ປະເທດ ຊາອູດີ ອາເຣເບຍ ໄດ້ຕັດສາຍພົວພັນກັບ ອີຣ່ານ ໃນເດືອນມັງກອນ ຜ່ານມາ,
ເມື່ອຝູງຄົນໄດ້ທຳການປິດລ້ອມສະຖານ ທູດຂອງປະເທດລາຊາອານະຈັກ ໃນນະຄອນ
ຫຼວງ ເຕຫະຣ່ານ ເພື່ອປະ ທ້ວງຕໍ່ການປະຫານຊີວິດຜູ້ນຳສາສະໜານິກາຍ Shi’ite ໂດຍ
ຊາອູດີ ອາເຣເບຍ.

ໃນການກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ອິສລາມາບັດນັ້ນ, ທ່ານ Rouhani ເວົ້າ
ວ່າ ອີຣ່ານ “ບໍ່ໄດ້ສົນໃຈໃນເລື່ອງຄວາມເຄັ່ງຕຶງກັບ ຊາອູດີ ອາເຣເບຍ.”

ທ່ານໄດ້ກ່າວຜ່ານນາຍພາສາວ່າ “ອີຣ່ານ ເປັນປະເທດທີ່ໃຫຍ່ຫຼາຍ ຢູ່ໃນພາກພື້ນ ແລະ
ໂລກຂອງຊາວ ມຸສລິມ. ຊາອູດີ ອາເຣເບຍ ໄດ້ ເຮັດບົດບາດເປັນຜູ້ມີອິດທິພົນຢູ່ໃນ
ໂລກ ມຸສລິມ. ດັ່ງນັ້ນ, ຖ້າວ່າມັນມີ ບັນຫາລະຫວ່າງທັງສອງປະເທດ ມັນກໍຈະຕ້ອງໄດ້
ມີການແກ້ໄຂກັນ.”

ທ່ານ Rouhani ໄດ້ເນັ້ນຢ້ຳວ່າ ຂໍ້ຕົກລົງນິວເຄລຍຂອງ ອີຣ່ານ ກັບ ປະຊາຄົມສາກົນ ໃນ
ປີກາຍນີ້ ໄດ້ສະຫຼຸບການຕົກລົງກັນ ກັບພົນລະ ເຮືອນ ປາກິສຖານ ແລະ ບັນດາເຈົ້າໜ້າ
ທີ່ ທະຫານ ກ່ຽວກັບ ການ ຂະຫຍາຍສາຍພົວພັນທາງການຄ້າ ແລະ ເສດຖະກິດ, ການ
ຮ່ວມມື ກ່ຽວກັບ ບັນຫາພະລັງງານ ແລະ ປັບປຸງການຮັກສາຄວາມປອດໄພ ຢູ່ຕາມເຂດ
ຊາຍແດນທີ່ມີລວງຍາວ 1,000 ກິໂລແມັດຂອງສອງ ປະເທດນີ້.

Pakistan Iran Saudi Arabia
please wait

No media source currently available

0:00 0:01:02 0:00

XS
SM
MD
LG