ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ​​ສະ​ແດ​ງຄວາມ​ເຫັນ​​ ໃນ​ແງ່​ດີ ກ່ຽວ​ກັບ ການ​ເຈລະຈານິວເຄລຍ (ວີດີໂອ)


A Hope for Something Different at Upcoming Iran Talks
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ
ລັດຖະມົນ​ຕີຕ່າງປ​ະ​ເທດ ອີຣ່ານ ​ໄດ້​ສະ​ແດ​ງຄວາມ​ເຫັນໃນ​ແງ່​
ດີອອກ ​ມາ ກ່ຽວ​ກັບການ​ເຈລະຈາທີ່​ມີ​ກໍາໜົດຈະ​ເລີ້ມຂຶ້ນ​ໃນ
​ວັນ​ອັງ​ຄານ​ມື້​ອື່ນນີ້ ກ່ຽວກັບ​ໂຄງການ​ນິວ​ເຄລຍຂອງ​ປະ​ເທດ
ຂອງທ່ານ.

ທ່ານ Javad Zarif ກ່າວຢູ່ໃນຂໍ້ຄວາມ​ຢູ່​ໃນໜ້າ Facebook
ຂອງ​ທ່ານ ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າທ່ານ​ຮູ້​ສຶກ​ມີ​ຄວາມ​
ຫວັງ​ວ່າ ການ​ເຈລະຈາ​ກັບ​ບັນດາມະຫາ​ອໍານາດຂອງ​ໂລກ ​ໃນ
​ວັນ​ອັງຄານ ​ແລະ​ວັນ​ພຸດນັ້ນ ຈະສົ່ງ​ຜົນໃຫ້​ມີແຜນທີ່​ຫົນທາງ​ໄປ
​ສູ່ການ​ແກ້​ໄຂ​ການຜິດ​ຖຽງ​ກັນ.

ທ່ານ Zarif ​ທີ່ທໍາ​ໜ້າ​ທີ່​ເປັນຫົວໜ້າຄະນະ​ເຈລະ​ຈາ​ນິວ​ເຄລຍ
ຂອງ ອີຣ່ານ ກ່າວ​ວ່າ ການ​ສົນທະນາ​ກັບ 5 ສະມາຊິກ​ສະພາ
​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ບວກ 1 ກໍ​ຄື​ເຢຍລະ​ມັນນັ້ນ
ຄົງ​ຈະ​ຕ້ອງຕິດຕາມ​ມາ ໂດຍການ​ພົບ​ປະກັນ​ໃນລະ​ດັບ​ລັດຖະ
ມົນຕີ.

ລັດຖະມົນ​ຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ປ່ອງຢ້ຽມສໍາລັບການ​ທູດກ່ຽວ​ກັບ​ໂຄງການ​ນິວ​ເຄລຍ ຂອງອີຣ່ານ ກໍາລັງ “​ແງ້ມອອກ​ມາ.”

ທ່ານ Kerry ​ໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ ​ແມ່ນ​ແຕ່ໃນ​ຂະນະ​ທີ່ ນັກ​ເຈລະ​ຈາ​ຂັ້ນ​ສູງ​ຂອງອີຣ່ານຄົນ​ນຶ່ງ ກ່າວ​ວ່າ ກຸງ​ເຕຫະຣ່ານ ຈະ​ບໍ່​ຈັດ​ສົ່ງ ວັດຖຸນິວ​ເຄລຍຂອງ​ຕົນ ​ອອກ​
ນອກ​ປະ​ເທດ.

ຮອງລັດຖະມົນ​ຕີຕ່າງປະ​ເທດອີຣ່ານ ທ່ານ Abbas Araghchi ​ໄດ້ ກ່າວ​ຕໍ່ໂທລະພາບ
ຂອງລັດຖະບານອີຣ່ານ ວ່າ ການ​ຍົກຍ້າຍ​ວັດ​ຖຸນິວ​ເຄລຍ ອອກ​ຈາກອີຣ່ານນັ້ນ ​ແມ່ນ
ເປັນ "​ເສັ້ນ​ແດງ.”

​ໃ​ນການ​ເຈລະ​ຈາຄັ້ງ​ກ່ອນໆ​ນັ້ນ ບັນດາ​ປະ​ເທດ​ມະຫາ​ອໍານາດ ​ໄດ້​ຮຽກຮ້ອງໃຫ້ອີຣ່ານ
ປະ​ຖີ້ມທາດ uranium ຂອງ​ຕົນ ທີ່​ໄດ້​ກັ່ນ​ໃໝ່​ເພື່ອ​ເພີ້​ມ ຄວາມ​ບໍລິສຸດ​ຂຶ້ນ 20 ​ເປີ​ເຊັນ
ນັ້ນ ​ແລະໃຫ້ສົ່ງ​ອອກ​ນອກ​ປະ​ເທດ. ທາດ uranium ທີ່ບໍລິສຸດ​ໃນ​ລະດັບ​ດັ່ງກ່າວ ​ແມ່ນ​ຍັງພຽງ​ບາດກ້າວ​ສັ້ນໆທາງ​ເທັກ​ນິກ​ບາດກ້າວ​ດຽວເທົ່ານັ້ນ ຈາກ​ການປ່ຽນ​ໃຫ້​ເປັນວັດ​ຖຸ
ທີ່​ສາມາດ​ສ້າງ​ເປັນ​ອາວຸດນິວ​ເຄລຍ​ໄດ້.

Iran
please wait
Embed

No media source currently available

0:00 0:00:23 0:00

ກ່ຽວຂ້ອງກັນ

XS
SM
MD
LG