ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານວ່າ ຕົນມີສິດ ໃນໂຄງການ ນິວເຄລຍ ແບບສັນຕິ (ວີດີໂອ)


ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ນັ່ງລໍຖ້າການຖະແຫລງ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ
ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ນັ່ງລໍຖ້າການຖະແຫລງ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ
ປະທານ​າທິບໍດີອີຣ່ານ ທ່ານ Hassan Rouhani ກ່າວ​ວ່າ
ທ່ານ​ແມ່ນເປີດກວ້າງ ເພື່ອ​ການ​ເຈລະຈາ​ແບບ​ໂປ່​ງ​ໃສ ​ແລະ​
ໃນ​ທັນທີກັບສະຫະລັດແລະ​ປະ​ເທດ​ຕາ​ເວັນ​ຕົກກ່ຽວ​ກັບ​ໂຄງ
ການ​ນິວ​ເຄລຍຂອງອີຣ່ານ.

​ໃນ​ການ​ກ່າວ​ຄຳ​ປາ​ໄສ ຕໍ່ກອງ​ປະຊຸມສະມັດຊາ​ໃຫຍ່ ສະຫະ​
ປະຊາ​ຊາດ ທີ່​ນະຄອນ​ນິວຢອກ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ​
ຍັງ​ໄດ້​ຍໍ້າ​ຄືນ​ເຖິງ​ທ່າ​ທີ​ ທີ່ປະ​ເທດ​ຂອງ​ທ່ານ​ ໄດ້​ມີ​ມາ​ເປັນ​ເວ
ລາ​ດົນ​ນານ​ທີ່​ວ່າ ​ອີຣ່ານມີສິດ​ທີ່​ຈະ​ດຳ​ເນີນ​ການ​ກ່ຽວ​ກັບໂຄງ
ການ​ນິວ​ເຄລຍແບບ​ສັນຕິ ຮວມ​ທັງ ການ​ກັ່ນ​ທາດຢູ​ເຣນຽມ.

ທ່ານ​ກ່າວ​ເພີ້​ມ​ເຕີມ​ອີກ​ວ່າ ອາ​ວຸດ​ນິວ​ເຄລຍ ​ແລະ​ອາວຸດ​ທີ່ມີ​ອະນຸ​ພາບ​ຮ້າຍ​ແຮງຕ່າງໆ
ນັ້ນ ບໍ່​ໄດ້​ຢູ່​ໃນຫລັກ​ແນ​ວຄິດ​ຂອງອີຣ່ານ ​ແລະ​ການ​ລົງ​ໂທດ​ຈາກ​ນາໆ​ຊາດ ​ໄດ້​ເຮັດ​ໃຫ້​ເສດຖະກິດ ​ແລະ​ປະຊາຊົນຂອງອີຣ່ານ ​ໄດ້​ຮັບ​ຄວາມ​ເດືອດຮ້ອນ.

ຄໍາ​ປາ​ໄສຂອງທ່ານ Rouhani ​ໄດ້​ເປັນ​ຂີ​ດໝາຍ​ໃນ​ການ​ປະກົດ​ໂຕ​ເປັນເທື່ອ​ທໍາ​ອິດ​ຂອງທ່ານ ​ຢູ່ໃນ​ເວ​ທີຂອງ​ໂລກ. ການ​ເລືອກ​ຕັ້ງ​ຂອງ​ທ່ານ​ ໃນ​ເດືອນມິຖຸນາ ປະກົດ​ວ່າ ​ໄດ້ກະ​ຕຸ້ນການ​ຕິດ​ຕໍ່​ທາງດ້ານ​ການ​ທູດ​ຄັ້ງໃໝ່ ຈາກ​ຄະນະ​ປົກຄອງ ຂອງອີຣ່ານ.

ທ່ານ​ກ່າວ​ຕໍ່ໂທລະພາບ CNN ວ່າ “ບັນຍາກາດ​ກໍາລັງ​ປ່ຽນ​ແປງ” ​ເພາະວ່າ ປະຊາຊົນ​ອີຣ່ານ ຕ້ອງການຄວາມ​ສຳພັນຍຸກ​ໃໝ່ກັບ​ໂລກ. ນອກ​ນັ້ນທ່ານ​ຍັງ​ກ່າວ​ອີກ​ວ່າ ທ່ານ​ໄດ້​ນໍາ​ເອົາ “​ສັນຕິພາບ ​ແລະ​ມິດຕະພາບ ຈາກ​ປະຊາຊົນ​ອີຣ່ານ ມາສູ່ປະຊາຊົນຊາວ​ອາ​ເມຣິກັນ.”

​ໃນ​ຕອນ​ເຊົ້າ​ຂອງ​ມື້ວານ​ນີ້ ປະທານາທິບໍດີສະຫະລັດ ທ່ານ Barack Obama ກໍ​ໄດ້​ກ່າວຕໍ່​
ກອງປະຊຸມ ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດວ່າ ທ່ານ​ໄດ້​ສັ່ງໃຫ້ ລັດຖະມົນຕີກະ​ຊວງ​ການ
​ຕ່າງປະ​ເທດ ທ່ານ John Kerry ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ໃຫ້​ບັນລຸຂໍ້​ຕົກລົງ​ດ້ານ​ການ​ທູດ​ກັບ
ອີຣ່ານກ່ຽວ​ກັບ​ໂຄງການ​ນິວ​ເຄລຍ. ທ່ານ Obama ກ່າວ​ວ່າ ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນຢ່າງ​ໜັກ​
ແໜ້ນ​ວ່າ “​ແນວທາງ​ການ​ທູດ ​ຕ້ອງ​ໄດ້​ຖືກ​ທົດ​ສອບ​ເບິ່ງ.”

iran
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG