ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ແຂວນຄໍແມ່ຍິງ ທີ່ຖືກກ່າວຫາວ່າ ສັງຫານ ຜູ້ຂົ່ມຂືນ ນາງ


ຮູບຂອງນາງ Reyhaneh Jabbari ຊຶ່ງຖ່າຍເມື່ອວັນທີ 8 ກໍລະກົດ ປີ 2007 ທີ່ໃສ່ກັບມື ຢູ່ກອງບັນຊາການຕຳຫຼວດ ໃນນະຄອນຫຼວງເຕຫະຣ່ານ.
ຮູບຂອງນາງ Reyhaneh Jabbari ຊຶ່ງຖ່າຍເມື່ອວັນທີ 8 ກໍລະກົດ ປີ 2007 ທີ່ໃສ່ກັບມື ຢູ່ກອງບັນຊາການຕຳຫຼວດ ໃນນະຄອນຫຼວງເຕຫະຣ່ານ.

ອີຣ່ານ ແຂວນຄໍແມ່ຍິງຄົນນຶ່ງ ທີ່ໄດ້ຖືກຕັດສິນໂທດປະຫານຊີ
ວິດມາໄດ້ 5 ປີແລ້ວ ຍ້ອນສັງຫານຜູ້ຊາຍຄົນນຶ່ງທີ່ຖືກກ່າວຫາ
ວ່າຂົ່ມຂືນນາງ.

ການປະຫານຊີວິດ ນາງ Reyhaneh Jabbari ແມ່ນລາຍງານ
ໃຫ້ຊາບໂດຍອົງການຂ່າວ IRNA ຂອງທາງການອີຣ່ານ.

ນາງໄດ້ຖືກພົບເຫັນວ່າມີຄວາມຜິດ ຫລັງຈາກອັນທີ່ອົງການນິລະ
ໂທດກຳສາກົນເອີ້ນວ່າ ການສືບສວນແລະການດຳເນີນຄະດີ ທີ່ ມີຂໍ້ຂາດຕົກບົກຜ່ອງຢ່າງຮ້າຍແຮງນັ້ນ.

ຜູ້ຊາຍທີ່ນາງສັງຫານ ຄືທ້າວ Morteza Abdolali Sarbandi ແມ່ນອະດີດເຈົ້າໜ້າທີ່ສືບ ລັບທີ່ນາງເວົ້າວ່າ ພະຍາຍາມທີ່ຈະປຸກປ້ຳຂົ່ມຂືນນາງ.

ແມ່ຂອງນາງ Jabbari ໄດ້ຮັບອະນຸຍາດໃຫ້ໄປຢ້ຽມນາງ ເປັນເວລານຶ່ງຊົ່ວໂມງ ໃນມື້ວັນ ສຸກວານນີ້ ຊຶ່ງເປັນປະເພນີທີ່ເຄີຍເຮັດກັນມາ ກ່ອນຈະມີການປະຫານຊີວິດຢູ່ໃນອີຣ່ານ.

ການປະຫານຊີວິດດັ່ງກ່າວ ໄດ້ມີຂຶ້ນ ຫລັງຈາກຄອບຄົວຂອງທ້າວ Sarbandi ໄດ້ປະຕິ ເສດບໍ່ຍອມໃຫ້ອະໄພຍະໂທດແກ່ນາງ Jabbari ຫລືຮັບເອົາເງິນຊົດເຊີຍກ່ຽວກັບເລື່ອງນີ້.

ບັນດາກຸ່ມປົກປ້ອງສິດທິມະນຸດ ຮຽກຮ້ອງໃຫ້ພະແນກຍຸຕິທຳຂອງອີຣ່ານຢຸດເຊົາການປະ ຫານຊີວິດດັ່ງກ່າວ.

XS
SM
MD
LG