ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸລາການເປີດເຜີຍວ່າ ອີຣ່ານ ສັ່ງແຂວນຄໍຜູ້ຊາຍສາມຄົນ ໃນຂໍ້ຫາ ຄ້າຢາເສບຕິດ


ແຟ້ມຮູບ-ຜູ້ປະທ້ວງ ພາກັນຍົກປ້າຍທີ່ຂຽນວ່າ "ຍຸຕິການປະຫານຊີວິດຢູ່ໃນອີຣ່ານ" ໃນຂະນະທີ່ພວກເຂົາເຈົ້າ ໄດ້ໂຮມຊຸມນຸມກັນເພື່ອສະໜັບສະໜຸນການປະທ້ວງຢູ່ໃນອີຣ່ານ, ນະຄອນຫຼວງເບີລິນ, ເຢຍຣະມັນ, ວັນທີ 22 ຕຸລາ 2022.
ແຟ້ມຮູບ-ຜູ້ປະທ້ວງ ພາກັນຍົກປ້າຍທີ່ຂຽນວ່າ "ຍຸຕິການປະຫານຊີວິດຢູ່ໃນອີຣ່ານ" ໃນຂະນະທີ່ພວກເຂົາເຈົ້າ ໄດ້ໂຮມຊຸມນຸມກັນເພື່ອສະໜັບສະໜຸນການປະທ້ວງຢູ່ໃນອີຣ່ານ, ນະຄອນຫຼວງເບີລິນ, ເຢຍຣະມັນ, ວັນທີ 22 ຕຸລາ 2022.

ອີຣ່ານ ໄດ້ປະຫານຊີວິດຜູ້ຊາຍສາມຄົນ ໃນຂໍ້ຫາຄ້າຢາເສບຕິດ, ເຊິ່ງຄະນະຕຸ ລາການໄດ້ກ່າວ ໃນວັນອາທິດວານນີ້ວ່າ ເປັນຄັ້ງຫຼ້າສຸດ ຂອງຈໍານວນຜູ້ທີ່ຖືກປະຫານຊີວິດດ້ວຍການແຂວນຄໍຫຼາຍຮ້ອຍຄົນ ນັບຕັ້ງແຕ່ຕົ້ນປີນີ້, ອີງຕາມລາຍງານຂອງອົງການຂ່າວ AFP.

ຜູ້ຊາຍທັງສາມຄົນນີ້ ຖືກລະບຸວ່າເປັນສະມາຊິກຂອງ “ກຸ່ມຄ້າຢາເສບຕິດ,” ຖືກແຂວນຄໍ ລຸນຫຼັງທີ່ຖືກຕັດສິນວ່າ ປະຕິບັດການ “ສໍ້ລາດບັງຫຼວງຕໍ່ແຜ່ນດິນ” ເນື່ອງຈາກຜະລິດຢາເຮໂຣອິນເກືອບ 40 ກິໂລ, ອີງຕາມການລາຍງານຈາກເວັບໄຊທ໌ຂ່າວ ມີຊານ (Mizan) ຂອງຄະ​ນະຕຸລາການ.

ການປະຫານຊີວິດ ມີຂຶ້ນນຶ່ງມື້ລຸນຫຼັງຜູ້ຊາຍຄົນນຶ່ງໄດ້ຖືກແຂວນຄໍ ຈາກຂໍ້ຫາທີ່ພົວພັນກັບການຄ້າມະນຸດ ແລະການຄ້າປະເວນີ.

ໃນມື້ວັນສຸກແລ້ວ, ຜູ້ຊາຍອີກສາມຄົນ ກໍໄດ້ຖືກຕັດສິນປະຫານຊີວິດຫຼັງຈາກໄດ້ສັງຫານສະມາຊິກກອງກໍາລັງຮັກສາຄວາມປອດໄພໃນຊ່ວງເດືອນພະຈິກທີ່ຜ່ານມາ ໃນລະຫວ່າງການປະທ້ວງລະເບີດຂຶ້ນ ເນື່ອງຈາກການເສຍຊີວິດຂອງ ນາງມາຊາ ອາມີນີ.

ອີຣ່ານ ໄດ້​ປະ​ສົບ​ກັບຄື້ນຟອງການປະທ້ວງ ທີ່ຂະຫຍາຍໄປທົ່ວປະເທດ ລຸນຫຼັງການເສຍຊີວິດຂອງນາງມາຊາ ອາມີນີ ອາຍຸ 22 ປີ ເມື່ອວັນທີ 16 ກັນຍາ ທີ່ຜ່ານມາ, ເຊິ່ງນາງເປັນແມ່ຍິງຊາວເຄີດໄດ້ຖືກຈັບໂຕໃນຂໍ້ຫາກ່ຽວກັບການແຕ່ງ ກາຍທີ່ບໍ່ເໝາະສົມແລະຝ່າຝືນຕໍ່ລະບຽບການນຸ່ງຖືຂອງແມ່ຍິງມຸສລິມໃນສະຖານ ທີ່ສາທາລະນະ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG