ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ແຂວນຄໍ ພວກກະບົດ 16 ຄົນ ເພື່ອ ແກ້ແຄ້ນ


ແຜນທີ່ ອີຣ່ານ
ແຜນທີ່ ອີຣ່ານ
ເຈົ້າໜ້າທີ່ຕຸລາການຄົນນຶ່ງຂອງອີຣ່ານກ່າວວ່າ ທາງການອີຣ່ານ
ໄດ້ແຂວນຄໍພວກກະບົດ 16 ຄົນບໍ່ເທົ່າໃດຊົ່ວໂມງຫຼັງຈາກພວກ
ມືປືນໄດ້ສັງຫານ ກຳລັງຮັກສາຊາຍແດນຂອງອີຣ່ານ 14 ຄົນ.

ອົງການຂ່າວ Fars ຊຶ່ງເປັນອົງການເຄິ່ງທາງການ ຂອງອີຣ່ານ
ໄດ້ອ້າງຄຳເວົ້າ ຂອງທ່ານ Mohammad Marzieh ທີ່ກ່າວວ່າ
ພວກກະບົດ ທີ່ພົວພັນກັບ ກຸ່ມທີ່ເປັນປໍລະປັກ ຕໍ່ລັດຖະບານອີ
ຣ່ານ ໄດ້ຖືກປະຫານຊີວິດ ໃນວັນເສົາມື້ນີ້ ເພື່ອເປັນການຕອບ
ໂຕ້ຕໍ່ການໂຈມຕີດັ່ງກ່າວ.

ຍັງບໍ່ທັນມີການອ້າງເອົາຄວາມຮັບຜິດຊອບເທື່ອກ່ຽວກັບການ
ສັງຫານກຳລັງຮັກສາຊາຍແດນອີຣ່ານ ຢູ່ນອກເມືອງ Saravan ໃນເຂດພູຜາໃກ້ໆກັບປາ ກິສຖານ.

ການໂຈມຕີທີ່ວ່ານີ້ມີຂຶ້ນຢູ່ໃນເສັ້ນທາງທີ່ໃຊ້ໂດຍພວກຄ້າຢາເສບຕິດ. ມີລາຍງານວ່າເຈົ້າ ໜ້າທີ່ ພວມທຳການສືບສວນເບິ່ງວ່າ ການດັກສະກັດໂຈມຕີໃນຄັ້ງນີ້ ແມ່ນເປັນນໍ້າມືຂອງ ພວກລັກລອບຄ້າຢາເສບຕິດ ຫລືພວກກະບົດກັນແທ້.

ອີຣ່ານ ເປັນເສັ້ນທາງທີ່ສຳຄັນໃນການລຳລຽງສົ່ງຄ່ຽນຢາເສບຕິດທີ່ມີຕົ້ນກຳເນີດຢູ່ອັຟກາ ນິສຖານ ແລະສ່ວນໃຫຍ່ແລ້ວ ແມ່ນມີເປົ້າໝາຍສົ່ງໄປປະເທດຕາເວັນຕົກ.
XS
SM
MD
LG