ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າກອງທັບ ອີຣ່ານ: "ຈະບໍ່ມີການເຈລະຈາ ກັບພວກ ຜີນາຮົກທີ່ໂຫດຮ້າຍທີ່ສຸດ" ນັ້ນ


ທ່ານ ໂມຮຳມັດ ອາລີ ຈາຟາຣີ, ຫົວໜ້າກອງທັບພິທັກປະຕິວັດ ອິສລາມ ຂອງ ອີຣ່ານ, ກ່າວຄຳປາໄສໃນນະຄອນຫຼວງ ເຕຫະ
ຣ່ານ, ອີຣ່ານ. 31 ຕຳລາ, 2017.
ທ່ານ ໂມຮຳມັດ ອາລີ ຈາຟາຣີ, ຫົວໜ້າກອງທັບພິທັກປະຕິວັດ ອິສລາມ ຂອງ ອີຣ່ານ, ກ່າວຄຳປາໄສໃນນະຄອນຫຼວງ ເຕຫະ ຣ່ານ, ອີຣ່ານ. 31 ຕຳລາ, 2017.

ຫົວໜ້າຂອງກອງທັບທີ່ມີອຳນາດສູງສຸດຂອງ ອີຣ່ານ ໄດ້ປະຕິເສດຂໍ້ສະເໜີຂອງປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່ຽວກັບ ການເຈລະຈາໂດຍກົງກັບບັນດາຜູ້ນຳ
ອີຣ່ານ, ໂດຍກ່າວວ່າລັດຖະ ບານ ເຕຫະຣ່ານ ຈະບໍ່ມີວັນອະນຸຍາດໃຫ້ການເຈລະຈາ
ກັບສິ່ງທີ່ທ່ານເອີ້ນວ່າ “ຜີນາຮົກທີ່ໂຫດຮ້າຍທີ່ສຸດ” ນັ້ນເກີດຂຶ້ນໄດ້.

ຜູ້ບັນຊາການຂອງກອງກຳລັງພິທັກປະຕິວັດ ອີຣ່ານ (IRGC) ທ່ານ ໂມຮຳມັດ ອາລີ
ຈາຟາຣີ ໄດ້ໃຫ້ຄຳເຫັນໃນຈົດໝາຍເປີດຊອງທີ່ຖືກຕີພິມເຜີຍແຜ່ໂດຍອົງການຂ່າວ
ຟາສ (Fars) ຂອງລັດຖະບານ ອີຣ່ານ.

ໃນຈົດໝາຍດັ່ງກ່າວ, ທ່ານ ຈາຟາຣີ ໄດ້ກ່າວວ່າ ອີຣ່ານ ຈະບໍ່ມີວັນອະນຸຍາດໃຫ້ການ
ເຈລະຈາ ກັບຜີນາຮົກທີ່ໂຫດຮ້າຍທີ່ສຸດເກີດຂຶ້ນ, ເຊິ່ງແມ່ນຊື່ທີ່ທ່ານຕັ້ງໃຫ້ ສະຫະລັດ,
ຍ້ອນຄວາມເຊື່ອໃນສາສະໜາ ອິສລາມ ຂອງປະເທດໄດ້ເຮັດໃຫ້ມັນ “ແຕກຕ່າງຢ່າງ
ຫຼວງຫຼາຍ ຈາກພວກປະເທດທີ່ຍອມເຮັດຕາມ, ດັ່ງທີ່ທ່ານໄດ້ກ່າວນັ້ນ. ທ່ານ ຈາຟາຣີ
ຍັງໄດ້ເອີ້ນທ່ານ ທຣຳ ວ່າເປັນ “ປະທານາທິບໍດີ ມືສະໝັກຫຼິ້ນ” ຜູ້ທີ່ຢາກໃຫ້ບັນດາເຈົ້າ
ໜ້າທີ່ ອີຣ່ານ “ຂໍຈັດການປະຊຸມກັບທ່ານໄປຫາຂຸມຝັງສົບ.”

ທ່ານ ຈາຟາຣີ ແມ່ນເຈົ້າໜ້າທີ່ອາວຸໂສທີ່ສຸດຂອງ ອີຣ່ານ ທີ່ໄດ້ຕອບໂຕ້ໂດຍກົງ ຕໍ່ຂໍ້ສະ
ເໜີຂອງທ່ານ ທຣຳ ເມື່ອວັນຈັນທີ່ຜ່ານມາ, ທີ່ໄດ້ມີຂຶ້ນໃນກອງປະຊຸມຖະແຫຼງຂ່າວຢູ່
ທຳນຽບຂາວ, ເພື່ອການເຈລະຈາແບບບໍ່ມີເງື່ອນໄຂເບື້ອງຕົ້ນ ກັບບັນດາຜູ້ນຳ ອີຣ່ານ
ກ່ຽວກັບ ໂຄງການນິວເຄລຍຂອງເຂົາເຈົ້າ.

ໃນຕອນເຊົ້າວັນອັງຄານວານນີ້, ເຈົ້າໜ້າທີ່ ສະຫະລັດ ຄົນນຶ່ງໄດ້ກ່າວວ່າ ລັດຖະມົນຕີ
ການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ບໍ່ໄດ້ມີຈຸດປະສົງທີ່ຈະພົບປະກັບຄູ່ຕຳແໜ່ງ
ຈາກ ອີຣ່ານ ຂອງທ່ານ ທີ່ກອງປະຊຸມສາກົນຢູ່ປະເທດສິງກະໂປ ໃນສັບປະດານີ້.

ນັກການທູດລະດັບສູງ ສະຫະລັດ ຄົນດັ່ງກ່າວ ກັບ ລັດຖະມົນຕີການຕ່າງປະເທດ ອີຣ່ານ
ທ່ານ ໂມຮຳມັດ ຈາວາດ ຊາຣິຟ ແມ່ນຈະເຂົ້າຮ່ວມກອງປະຊຸມ 10 ປະເທດ ອາຊຽນ ໃນ
ວັນເສົາຈະມາເຖິງນີ້. ແຕ່ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດ ສະຫະລັດ ໄດ້
ເວົ້າວ່າ ມັນບໍ່ມີແຜນທີ່ເຈົ້າໜ້າທີ່ທັງສອງທ່ານນັ້ນຈະພົບປະກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG