ການປະທ້ວງຢູ່ຕາມທ້ອງຖະໜົນ ແມ່ນເພີ່ມຫຼາຍຂຶ້ນ ໂດຍຊາວອີຣ່ານ ຍ້ອນການຂາດ
ແຄນນ້ຳ ໃນເຂດຊົນນະບົດ ຢູ່ທາງພາກກາງຂອງອີຣ່ານ ຈຶ່ງໄດ້ກະຕຸ້ນໃຫ້ມີການວິພາກ
ວິຈານ ພາຍໃນປະເທດຫຼາຍຂຶ້ນ ໃນການຮັບມືກັບຊັບພະຍາກອນນ້ຳຂອງຊາດ ໂດຍ
ລັດຖະບານ.
ພວກກຸ່ມປົກປ້ອງສິດທິມະນຸດ ທີ່ມີຫ້ອງການຕັ້ງຢູ່ຕ່າງປະເທດ ກ່າວວ່າ ການປະທ້ວງ
ໂດຍຊາວກະສິກອນຢູ່ໃນເມືອງວາຣຊາເນ ຂອງແຂວງອິສຟາຮານ ໄດ້ເລີ້ມຕົ້ນຂຶ້ນ
ເມື່ອເດືອນແລ້ວນີ້ ແລະ ໄດ້ທະວີຂຶ້ນ ຈົນເກີດການປະເຊີນໜ້າກັນ ກັບກຳລັງຮັກສາ
ຄວາມສະຫງົບ ດ້ວຍຄວາມຮຸນແຮງ ເມື່ອສັບປະດາແລ້ວນີ້.
ພວກນັກເຄື່ອນໄຫວຊາວອີຣ່ານ ໄດ້ນຳເອົາວີດີໂອຄລິປຈຳນວນນຶ່ງ ລົງເຜີຍແຜ່ທາງ
ສື່ສັງຄົມ ເຊິ່ງສະແດງໃຫ້ເຫັນໃນອັນທີີ່ພວກເຂົາເຈົ້າໄດ້ກ່າວວ່າ ເປັນພວກຊາວ
ກະສິກອນ ເມືອງວາຣຊາເນ ພາກັນປະທ້ວງ ການສົ່ງນ້ຳ ຈາກແມ່ນ້ຳໃນເຂດທ້ອງຖິ່ນ
ໄປໃຫ້ພວກໂຮງງານເຫຼັກ ຢູ່ໃນແຂວງຢາສດ໌ ທີ່ຢູ່ໃກ້ຄຽງ.
ຄລິປວີດີໂອອັນນຶ່ງ ຊຶ່ງບັນດານັກເຄື່ອນໄຫວ ໄດ້ກ່າວວ່າ ໄດ້ຖືກບັນທຶກໄວ້ເມື່ອ ວັນສຸກ
ແລ້ວນີ້ ສະແດງໃຫ້ເຫັນ ພື້ນທີ່ແປນແຫ່ງນຶ່ງ ມີຜູ້ຄົນຈຳນວນຫຼວງຫຼາຍ ກຳລັງປະເຊີນ
ໜ້າກັບພວກເຈົ້າໜ້າທີ່ຕຳຫຼວດທີ່ຍ່າງມາ ຫຼື ຂີ່ລົດຈັກມາ. ພວກປະທ້ວງບາງສ່ວນໄດ້
ແກວ່ງກ້ອນຫີນໃສ່ຕຳຫຼວດ ເຊິ່ງຜູ້ບັນທຶກວີດີໂອ ໄດ້ບັນລະຍາຍວ່າ ຕຳຫຼວດຕອບໂຕ້
ດ້ວຍແກັສນ້ຳຕາ ແລະລູກປືນຫຼາຍລູກ.
ອົງການຂ່າວເມີຣ (Mehr) ຂອງທາງການອີຣ່ານ ໄດ້ກ່າວວ່າ ສະມາຊິກສະພາຂອງ
ແຂວງອິສຟາຮານ ທ່ານນຶ່ງ ໄດ້ໂທດລັດຖະບານກ່ຽວກັບຄວາມຮຸນແຮງທີ່ເກີດຂຶ້ນ.
ໃນບົດລາຍງານທີ່ໄດ້ພິມອອກເຜີຍແຜ່ ໃນວັນອາທິດຜ່ານມາໄດ້ອ້າງອີງເຖິງຄຳເວົ້າ
ຂອງ ທ່ານຮາສຊານ ຄາມຣານ-ດັສເຈີຣດີ ໃນຂະນະທີ່ກ່າວ ຕໍ່ກອງປະຊຸມຂອງສະພາ
ວ່າ ກະຊວງພະລັງງານຂອງອີຣ່ານ ໄດ້ “ປຸ້ນ” ເອົານ້ຳ ຈາກຊາວກະສິກອນເມືອງ
ວາຣຊາເນ ດ້ວຍການຫັນປ່ຽນທິດທາງກະແສນ້ຳ ໄປຫາພວກໂຮງງານເຫຼັກ ແລະ ພວກໂຮງງານກັ່ນນ້ຳມັນຢູ່ໃນພື້ນທີ່ໃກ້ຄຽງ. ທ່ານ ໄດ້ກ່າວວ່າ ຊາວກະສິກອນ ໄດ້ເຮັດ
ນາຢູ່ໃນທີ່ດິນຕິດກັບແມ່ນນ້ຳ ວາຣຊາເນ ມາໄດ້ຫລາຍສັດຕະວັດແລ້ວ.
ໃນລາຍການ Straigh Talk ຂອງວີໂອເອ ພະແນກ ພາສາເປີເຊຍສຳລັບວັນ ອັງຄານ
ຜ່ານມາ ເຊິ່ງເປັນລາຍການໂທລະສັບເຂົ້າມາສົນທະນາ ທີ່ຜູ້ໂທເຂົ້າມາຄົນນຶ່ງ ໄດ້ກ່າວ
ວ່າ ລາວຢູ່ໃນແຂວງອິສຟາຮານ ແລະ ບອກຊື່ຕົນເອງວ່າ ໂມເຊນ (Mohsen) ໄດ້ກ່າວ
ວ່າ ແມ່ນ້ຳ ວາຣຊາເນ ໄດ້ແຫ້ງລົງ ເຮັດໃຫ້ມັນຍາກຂຶ້ນ ສຳລັບຊາວກະສິກອນ ທີ່ຈະ
ປູກເຂົ້າ ແລະໄດ້ເຮັດໃຫ້ລາຄາເຂົ້າແພງຂຶ້ນ.