ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ກ່າວຕໍ່ ອີຣ່ານ ທີ່ ສປຊ ວ່າ ຕົນກຳລັງ ຈັບຕາເບິ່ງວ່າ ອີຣ່ານ ພວມເຮັດຫຍັງຢູ່


VOA Interview with Senator Ben Cardin
please wait

No media source currently available

0:00 0:09:36 0:00

ເບິ່ງການສຳພາດ ສະມາຊິກ ສະພາສູງ ເບັນ ກາດິນ

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງນິກກີ ເຮ
ລີ ໄດ້ກ່າວຊົມເຊີຍພວກປະທ້ວງຕໍ່ຕ້ານລັດຖະບານໃນອີຣ່ານ ຢູ່ທີ່ກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນຂະນະທີ່ຣັດເຊຍຕ້ອງຕິສະຫະລັດ ຕໍ່
ອັນທີ່ຣັດເຊຍກ່າວວ່າ ເປັນການແຊກແຊງເຂົ້າໃນກິດຈະການພາຍໃນຂອງອີຣ່ານ.

ສະຫະລັດ ຮ້ອງຂໍໃຫ້ເປີດກອງປະຊຸມສຸກເສີນ ສະພາຄວາມໝັ້ນຄົງ ເພື່ອປຶກສາຫາລື
ກ່ຽວກັບການປະທ້ວງຢູ່ໃນອີຣ່ານທີ່ເຮັດໃຫ້ມີຜູ້ເສຍຊີວິດແລ້ວບໍ່ຕ່ຳກວ່າ​ 22 ຄົນແລະ
ພາໃຫ້ມີການຈັບກຸມອີກ ຫຼາຍກວ່າ 1,000 ຄົນ.

ສະພາຄວາມໝັ້ນຄົງ ສປຊ ປະຊຸມສຸກເສີນ ກ່ຽວກັບ ການປະທ້ວງ ຢູ່ອີຣ່ານ
ສະພາຄວາມໝັ້ນຄົງ ສປຊ ປະຊຸມສຸກເສີນ ກ່ຽວກັບ ການປະທ້ວງ ຢູ່ອີຣ່ານ

ການໂຮມຊຸມນຸມປະທ້ວງສະໜັບສະໜູນ ແລະຕໍ່ຕ້ານລັດຖະບານ ໄດ້ມີຂຶ້ນຢູ່ຕາມຫົວ ເມືອງໃຫຍ່ໆຂອງອີຣ່ານ ໃນຮອບອາທິດທີ່ຜ່ານມາ.

ທ່ານນາງເຮລີ ໄດ້ກ່າວຕໍ່ອີຣ່ານ ໃນລະຫວ່າງການພົບປະໃນມື້ວັນສຸກວານນີ້ວ່າ “ສະ
ຫະລັດກຳລັງຕິດຕາມເບິ່ງວ່າອີຣ່ານພວມເຮັດຫຍັງຢູ່. ທ່ານນາງເອີ້ນການປະທ້ວງນີ້
ວ່າເປັນການສະແດງອອກ ຊຶ່ງສິດທິພື້ນຖານຂອງມະນຸດ ຕາມທຳມະຊາດ ແລະເປັນ
ການສະແດງໃຫ້ເຫັນຢ່າງຈະແຈ້ງຂອງພວກທີ່ກ້າຫານທີ່ໄດ້ເບື່ອໜ່າຍເຕັມທີ ຕໍ່ການ
ກົດຂີ່ຂອງລັດຖະບານ ທີ່ພວກເຂົາເຈົ້າເຕັມໃຈ ທີ່ຈະສ່ຽງຊີວິດຂອງເຂົາເຈົ້າໃນການ
ປະທ້ວງ.”

ເບິ່ງ ສະຫະລັດ ເຕືອນອີຣ່ານ ກ່ຽວກັບ ການປະທ້ວງ

US Puts Iran 'on Notice' Over Protests
please wait

No media source currently available

0:00 0:03:06 0:00

ທ່ານນາງເຮລີ ຮຽກຮ້ອງໃຫ້ລັດຖະບານອີຣ່ານ ຢຸດເຊົາໃນການກວດກາໃນການສະ
ແດງຄວາມຄິດຄວາມເຫັນຂອງປະຊາຊົນຊາວອີຣ່ານ ແລະໃຫ້ຟື້ນຟູການຊົມໃຊ້ອິນ
ເຕີແນັດຂອງພວກເຂົາເຈົ້າ.

ນອກນັ້ນແລ້ວ ທ່ານນາງຍັງກ່າວວ່າ ປະຊາຄົມສາກົນຄວນດຳເນີນການຫຼາຍກວ່ານີ້ ເພື່ອໃຫ້ການສະໜັບສະໜູນ ການເດີນຂະບວນປະທ້ວງ. ປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳ ກໍໄດ້ຂຽນຂໍ້ຄວາມ ສະໜັບສະໜູນພວກປະທ້ວງລົງໃນທວີດເຕີ້.

ແຕ່ພວກຕ້ອງຕິ ການເອົາທ່າທີ ຂອງສະຫະລັດ ທີ່ຮວມທັງຣັດເຊຍ ແລະອີຣ່ານເອງ
ນັ້ນ ຕ່າງກໍເວົ້າວ່າ ການປະທ້ວງເຫຼົ່ານີ້ ບໍ່ໄດ້ກ່ຽວຂ້ອງຫຍັງກັບປະຊາຄົມສາກົນ.

ເບິ່ງ ສະມາຊິກສະພາສູງ ເບັນ ກາດິນ ກ່າວເຖິງ ຄວາມວຸ້ນວາຍ ຢູ່ອີຣ່ານ

Cardin: Iranians Want Freedom
please wait

No media source currently available

0:00 0:00:25 0:00

ເອກອັກຄະລັດຖະທູດອີຣ່ານປະຈຳສະຫະປະຊາຊາດ ທ່ານໂກລາມາລີ ໂກສຣູ ກໍໄດ້
ເຂົ້າຮ່ວມກອງປະຊຸມຕາມການເຊື້ອເຊີນຂອງສະພາຄວາມໝັ້ນຄົງ. ໃນການຖະແຫຼງ ເປັນຜູ້ສຸດທ້າຍນັ້ນ ທ່ານໂກສຣູເວົ້າວ່າ ມັນເປັນການສ້າງຄວາມເຊື່ອມເສຍໃຫ້ແກ່ສະ
ພາຄວາມໝັ້ນຄົງ ທີ່ຈະເປີດກອງປະຊຸມແບບນີ້ກ່ຽວກັບອີຣ່ານ ທ່າມກາງທີ່ພວມເກີດ ບັນຫາຂັດແຍ້ງຢູ່ໃນເຢເມນແລະແຫ່ງອື່ນໆໃນພາກຕາເວັນອອກກາງ.

ຮອງລັດຖະມົນຕີກະຊວງຕ່າງປະເທດຣັດເຊຍ ທ່ານເຊີເກ ຣີຢາກອບ ໄດ້ຕຳໜິຕິຕຽນ
ສະຫະລັດທີ່ຂໍຮ້ອງໃຫ້ເປີດປະຊຸມໃນວັນສຸກວານນີ້ວ່າເປັນການບຸກລຸກເຂົ້າໄປໃນກິດ
ຈະການພາຍໃນຂອງອີຣ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG